ໃນປັດຈຸບັນ,ສະພາບການ ລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດໄດ້ຖືກຫລຸດ
ຜ່ອນລົງແລ້ວ ແລະ ກ້າວເຂົ້າສູ່ຄວາມສະຫງົບປົກກະຕິ, ຄົນເຈັບພະຍາດດັ່ງກ່າວຢູ່ຕາມໂຮງໝໍມີຈຳນວນໜ້ອຍຖອຍລົງ,
ແຕ່ໃນຂະນະດຽວກັນ ກໍມີຫລາຍພະ ຍາດຕາມລະດູການອື່ນໆເກີດຂຶ້ນ ເຮັດໃຫ້ຜູ້ເຂົ້າມາກວດ
ແລະ ປິ່ນ ປົວສຸຂະພາບຢູ່ຕາມໂຮງໝໍແຫ່ງຕ່າງໆຍັງມີຢ່າງຕໍ່ເນື່ອງ ອັນກາຍເປັນພາລະແບກຫາບຂອງແພດໝໍ,
ແຕ່ບັນຫາຂອດບໍລິການຂອງໂຮງໝໍຫລາຍແຫ່ງຍັງເຫັນວ່າເຮັດບໍ່ໄດ້ດີເທົ່າທີ່ຄວນ
ສົ່ງຜົນໃຫ້ມີຫາງສຽງຈົ່ມວ່າຈາກຄົນເຈັບເປັນຈຳນວນບໍ່ນ້ອຍ ໂດຍສະເພາະໂຮງໝໍໃຫຍ່ໃນນະຄອນ
ຫລວງວຽງຈັນ, ແພດໝໍຈຳນວນໜຶ່ງຍັງຖືເບົານ້ຳໃຈແພດປະຕິວັດ, ຂາດຈັນຍາບັນໃນການໃຫ້ບໍລິ
ການ,ປິ່ນປົວເບິ່ງແຍງຄົນເຈັບ ມັນສະແດງອອກໃນການເວົ້າຈາ, ການປະພຶດທີ່ບໍ່ເໝາະສົມຕ່າງໆຕໍ່ຄົນເຈັບ,ຍັງເຫັນແກ່ປະໂຫຍດ
ສ່ວນໂຕ ເປັນຕົ້ນຂອດບໍລິການກວດສຸຂະພາບ,ການຕິດຕາມ, ໃຫ້ຢາແມ່ນຍັງຊັກຊ້າ. ພ້ອມນັ້ນ
ຄ່າບໍລິການ ແລະ ຄ່າຢາປິ່ນປົວຂອງແຕ່ລະໂຮງໝໍກໍແຕກຕ່າງກັນ ອັນໄດ້ເຮັດໃຫ້ເກີດສຽງວິພາກວິຈານຢູ່ໃນສັງຄົມຢ່າງແຜ່ຫລາຍ.
ດ້ວຍເຫດນີ້ຈຶ່ງເຮັດໃຫ້ຄົນລາວຈຳ ນວນໜຶ່ງຫັນໄປກວດ ແລະ ປິ່ນ ປົວສຸຂະພາບຢູ່ຕ່າງປະເທດ
ໂດຍສະເພາະປະເທດໃກ້ຄຽງ ຍ້ອນການໃຫ້ບໍລິການທີ່ດີກວ່າ.ຕໍ່ບັນ ຫາດັ່ງກ່າວ
ພາກສ່ວນທີ່ກ່ຽວ
ຂ້ອງຄວນທົບທວນຄືນ ເພື່ອເຮັດແນວໃດການບໍລິການຂອງແພດໝໍມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນຫລາຍຂຶ້ນ.
ໄປຄຽງຄູ່ກັບການພັດທະນາ ເພື່ອຍົກສູງຄຸນນະພາບການບໍລິການຂອງຂະແໜງສາທາລະນະສຸກປ່ຽນແປງດີຂຶ້ນ.
ບົນຈິດໃຈດັ່ງກ່າວເມື່ອທ້າຍເດືອນກໍລະກົດ
2012 ຜ່ານມາ, ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ກໍໄດ້ແນະນຳໃຫ້ຂະແໜງສາທາລະນະສຸກລາວ
ຕ້ອງໄດ້ປະ ຕິຮູບຕົນເອງໃຫ້ຫລາຍຂຶ້ນກວ່າເກົ່າຄືສືບຕໍ່ປັບປຸງຄຸນສົມບັດຈັນ
ຍາທຳຂອງແພດໝໍ ແລະ ສ້າງທັດສະນະຮັບໃຊ້ຄົນເຈັບ ແລະ ຮັບໃຊ້ປະຊາຊົນໃຫ້ດີກວ່າເກົ່າ,
ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ ແລະ ຊຳນານງານ,ສູ້ຊົນໃຫ້ບັນລຸເປົ້າໝາຍສະ
ຫັດສະວັດເພື່ອການພັດທະນາໃນປີ 2015 ໂດຍສະເພາະສຸມໃສ່ແກ້ໄຂ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່
ແລະ ເດັກ, ຮັບປະ ກັນໂພຊະນາການ ແລະ ການເຂົ້າເຖິງນ້ຳສະອາດ ແລະ ວິດຖ່າຍຂອງປະຊາຊົນ,
ປັບປຸງລະບົບສາທາ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ຮັບປະກັນ ນັບທັງພື້ນຖານໂຄງລ່າງ
ແລະ ການປະກອບວັດ ຖຸອຸປະກອນການແພດໃຫ້ພຽງພໍ ພ້ອມຂະຫຍາຍຕາໜ່າງສາທາ ລະນະສຸກໃຫ້ກວ້າງຂວາງ
ແລະ ໄປເຖິງເຂດຊົນນະບົດຫ່າງໄກສອກຫລີກ, ເອົາໃຈໃສ່ຫັນໂຮງໝໍເປັນທັນສະໄໝ
ແລະ ມີຄຸນນະພາບ, ເອົາໃຈໃສ່ປັບປຸງລະບົບການເງິນສາທາລະນະສຸກໃຫ້ສອດຄ່ອງກັບຕົວຈິງ,
ເອົາໃຈໃສ່ປັບປຸງລະບົບຂໍ້ມູນຂ່າວສານສາທາລະນະສຸກ ແລະ ປັບປຸງການຄຸ້ມຄອງຄຸນນະພາບອາ
ຫານ ແລະ ຢາໃຫ້ດີກວ່າເກົ່າ.
No comments:
Post a Comment