Ad

Ad

14 October 2013

ສະຖິຕິທີ່ບໍ່ປາດຖະຫນາ



             ສປປ ລາວ ຂຶ້ນຊື່ວ່າ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ງົດ​ງາມ, ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມສົມບູນ,ມີ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ອັນ​ດີງາມ ​ແລະ ຄົນ​ລາວ​ມີ​ຄວາມ​ສາມັກຄີ​ໂອບ​ອ້ອມອາລີ​​ເອື້ອ​ເຟື້ອ​ເພື່ອ​ແຜ່ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ​ເຊິ່ງ ທັງ​ ໝົດ​ນີ້​ໄດ້​ກາຍ​ເປັນ​ເງື່ອນ​ໄຂ​ໜຶ່ງ​ໃຫ້ບໍລິສັດ​ຜູ້​ຜະລິດ​ເຄື່ອງ​ດື່ມ​ສິ່ງ​ມຶນ​ເມົາ​ທັງຫລາຍ​ເອົາ​ໄປ​ເປັນ​ສາກ​ບັງ​ໜ້າ ​ເພື່ອ​ໂຄສະນາ​​ດຶງ​ດູດ​ໃຫ້​ສັງຄົມ​ບໍລິ​ໂພ​ກຜະລິດ​ຕະພັນ​ຂອງ​ຕົນ​ໃຫ້​ຫລາຍ​ຂຶ້ນ ໂດຍ​ບໍ່​ຄຳ​ນຶງ​ວ່າ:ການ​ໂຄສະນາ​ໃນ​ລັກສະນະ​ດັ່ງກ່າວ​ນັ້ນນອກ ຈາກ​ເປັນ​ການ​ຍຸຍົງ​ໃຫ້​ສັງຄົມ​ມີ​ການ​ເບື່ອ​ເມົາ​, ຫລິ້ນກິນ​ຟຸມ​ເຟືອຍ​ນັບ​ມື້​ເພີ່ມ​ຂຶ້ນ​ແລ້ວຍັງ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ອັນ​ບໍ່​ດີ​ຫລາຍ​ຢ່າງ​ຕາມ​ມາ ​ເປັນຕົ້ນສະພາບ​ອຸປະຕິ​ເຫດ​ທີ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ.
    ອົງການ​ອະນາ​ໄມ​ໂລກ ​ໄດ້​ເປີດ​ເຜີຍ​ຜົນສຳ​ຫລວດ​ນັບ​ແຕ່​ປີ 2008 ​ເປັນຕົ້ນມາຈຶ່ງ​ພົບ​ໂຕ​ເລກ​ທີ່​ບໍ່​ເພິ່ງ​ ປາຖະໜາ ຄື​ ປະ​ເທດ​ລາວ​ເປັນ ອັນ​ດັບ​ໜຶ່ງ​ໃນ​ການ​ດື່ມ​ເຫລົ້າ ​ແລະ ​ເບຍ​ຫລາຍ​ກວ່າ​ໝູ່ ​ໃນ 10 ປະ​ເທດ​ສະມາຊິກ​ອາ​ຊຽນໂດຍ​ສະ​ເລ່ຍ 7 ລິດ​ຕໍ່​ຄົນ​ຕໍ່​ປີ ​ແລະ ​ໃນ 3 ຊາດ​ອິນດູຈີນ,​ແມ່ຍິງ​ລາວ​ກໍຕິດ ອັນດັບດື່ມ​ເບຍ​ຫລາຍ​ກວ່າ​ໝູ່. ສາ​ເຫດ​ຂອງ​ການ​ຕິ​ດອັນ​ດັບ​ຄື​ດັ່ງ ກ່າວ
ມາ​ຈາກ​ປະ​ເທດ​ລາວ​ປະ ກອບມີ​ຫລາຍ​ຊົນ​ເຜົ່າ​ທີ່​ມີ​ຮີດຄອງ​ປະ​ເພນີ ​ແລະ ​ເອກະລັກວັດທະ ນະທຳ​ແຕກ​ຕ່າງ​ກັນ ແລະ ສ່ວນ ຫລາຍແມ່ນມັກ​ມີ​ສິ່ງ​ມຶນ​ເມົາ​ເຂົ້າ ມາ​ມີ​ສ່ວນ​ຮ່ວມ ​ເພື່ອ​ເປັນ​ເຄື່ອງ​ດື່ມ.ຂະນະ​ດຽວ​ກັນການໂຄສະ ນາ​ຜ່ານ​ສື່​ຕ່າງໆ​ເຊັ່ນ: ໜັງ ສືພິມ, ວາລະສານ, ວິທະຍຸ, ​ໂທລະພາບ, ປ້າຍ​ໂຄສະນາ​ຕາມ​ແຄມ​ທາງ ກໍ​ເຮັດ​ເປັນ​ຂະ​ບວນ​ເຂັ້ມ​ແຂງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.ຕາມ​ສະຖານ​ທີ່​ບັນ​ເທີ​ງ,​ເຮືອນ​ພັກ,ໂຮງ​ແຮມ ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ ​ແລະ ສິ່ງ​ມຶນ​ເມົາ​ກໍ​ມີ​ໄວ້​ໃຫ້​ບໍລິ ການ​ໄດ້​ທຸກ​ເວລາ​ຢູ່​ສະຖານ​ທີ່​ເຫລົ່າ ນັ້ນ.
           ​ເຫລົ້າ-​ເບຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ພາຫະນະ​ຂອງ​ການ​ເບື່​ອ​ເມົາ ​ເຊິ່ງພາ​ໃຫ້​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ, ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບແລະຄວາມ​ ສະຫງົບ​ສຸກ​ຂອງ​ຊາວບ້ານ ​ແລະ ຕໍ່​ເສດຖະກິດ​ຂອງ​ຊາດ​ເປັນ​ຈຳ ນວນ​ບໍ່​ໜ້ອຍ​ໃນ​ໄລຍະ​ຜ່ານ​ມາ.

No comments:

Post a Comment