Ad

Ad

14 October 2013

ເອດີບີ ສະໜອງທຶນ 120 ກວ່າລ້ານໂດລາສະຫະລັດ ຈັດຕັ້ງປະຕິບັດ 3 ໂຄງການບູລິມະສິດຢູ່ລາວ



           ທະນາຄານພັດທະນາອາຊີປະຈຳລາວ ໄດ້ສະໜອງທຶນຈຳນວນ 120 ລ້ານກວ່າໂດລາສະຫະລັດໃຫ້ແກ່ລັດຖະບານ ເພື່ອຈັດຕ້ັງປະຕິບັດ 3 ໂຄງການບູລິ ມະສິດໃນແຜນຍຸດທະສາດໄລຍະປີ 2012-2016 ພິທີເຊັນສັນຍາການຊ່ວຍ ເຫລືອ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ຢູ່ກະຊວງການເງິນລະຫວ່າງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ຊ່ວຍວ່າການກະ ຊວງການເງິນ ແລະ ທ່ານ ບາເຣນ ເຟຣລິງ ຮັກສາການຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີປະຈຳ ລາວ.     
              ສາມໂຄງການທີ່ທະນາຄານພັດທະນາອາຊີໃຫ້ການສະໜອງທຶນປະກອບມີຄືໂຄງການພັດທະນາໂຄງລ່າງກະສິກຳ ເພື່ອ ສົ່ງເສີມການຜະລິດເປັນສິນຄ້າຕາມແລວເສດຖະກິດຕາເວັນ ອອກ-ຕາເວັນຕົກ ເປັນເງິນກູ້ຈຳນວນ 60 ລ້ານໂດລາສະ ຫະລັດ ເຊິ່ງໂຄງການນີ້ ຈະສຸມໃສ່ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳໂດຍການຟື້ນຟູລະບົບຊົນລະປະທານທີ່ມີ
ແລ້ວແລະ ກໍ່ສ້າງໃໝ່ບາງແຫ່ງທີ່ມີເງື່ອນໄຂເໝາະສົມ, ຟື້ນຟູ ແລະ ຍົກລະດັບເສ້ັນທາງຊົນນະບົດຈາກເຂດການຜະລິດຫາ ບ້ານ, ຈາກບ້ານຫາກຸ່ມບ້ານລວມທັງການສະໜອງປັດໄຈຕ່າງໆໃນການຜະລິດ ແລະ ການຂາຍຜະລິດຕະພັນກະສິກຳໃຫ້ມີ ຄວາມຍືນຍົງ, ແນໃສ່ສົ່ງເສີມການຜະລິດຕາມກົນໄກຕະຫລາດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ. ສຳລັບໂຄງ ການນ້ຳປະປາສຸຂາພິບານມີມູນຄ່າ 41 ລ້ານໂດລາສະຫະລັດ, ໃນນັ້ນເປັນເງິນກູ້ມູນຄ່າ 35 ລ້ານໂດລາສະຫະລັດ, ເງິນຊ່ວຍ ເຫລືອ ລ້າມູນຄ່າ 6 ລ້ານໂດລາສະຫະລັດ, ໃນນີ້ຈະຊ່ວຍໃນການຍົກລະດັບຄວາມອາດສາມາດເຂົ້າເຖິງການນຳໃຊ້ນ້ຳປະ ປາ ທີ່ສະອາດຂອງປະຊາຊົນ, ຍັງຊ່ວຍປະກອບສ່ວນໃຫ້ລັດຖະບານສາມາດບັນລຸເປົ້າໝາຍຂອງການນຳໃຊ້ນ້ຳປະປາຂອງປະຊາ ຊົນໄດ້ເຖິງ 80% ໃນປີ 2020,ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດໃນ 11 ຕົວເມືອງຢູ່ໃນ 6 ແຂວງ. ສ່ວນໂຄງການແຜນງານ ພັດທະນາພາກເອກະຊົນ ແລະ ລັດວິສາຫະກິດຂະໜາດນ້ອຍ ແລະ ກາງຊຸດ ທີ II ໄລຍະທີ 2 ເປັນເງິນກູ້ມູນ ຄ່າ 19 ລ້ານ ກວ່າໂດລາສະຫະລັດ ເຊິ່ງໂຄງການນີ້ ຈະຊ່ວຍເສີມຂະຫຍາຍບົດບາດ ແລະ ສ້າງຄວາມອາດສາມາດຂອງພາກເອກະຊົນ ກໍຄື ວິສາຫະກິດຂະໜາດນ້ອຍ ແລະ ກາງປະກອບສ່ວນໃນການພັດທະນາເສດຖະກິດ- ສັງຄົມໂດຍການຈັດຕັ້ປະຕິບັດນະໂຍ ບາຍຊ່ວຍໃຫ້ພາກເອກະຊົນເຂົ້າຫາແຫລ່ງທຶນໄດ້ງ່າຍຂຶ້ນ.

No comments:

Post a Comment