Ad

Ad

14 October 2013

ວັນແຫ່ງຊາດຕ້ານຢາເສບຕິດປີ 2013 ມີຄຳຂວັນວ່າ “ ຢາເສບຕິດເປັນພິດເປັນໄພ, ຜູ້ເສບຕາຍຜູ້ຂາຍຕິດຄຸກ, ຜູ້ທຸກແມ່ນພໍ່ແມ່ ແລະ ຄອບຄົວ ”



        ວັນທີ 12 ຕຸລານີ້, ແມ່ນວັນແຫ່ງຊາດ ເພື່ອຕ້ານຢາເສບຕິດ ຄົບຮອບ 12 ປີ ເຊິ່ງມີຄຳຂວັນ ວ່າ: “ ຢາເສບຕິດເປັນພິດ ເປັນໄພ, ຜູ້ເສບຕາຍຜູ້ຂາຍຕິດຄຸກ, ຜູ້ທຸກແມ່ນພໍ່ແມ່ ແລະ ຄອບຄົວ ”  ແລະ ໃນໂອກາດວັນສຳຄັນດັ່ງກ່າວນີ້, ທ່ານ ກຸ ຈັນສີ ນາ ຮັກສາການປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດໄດ້ມີຄຳເຫັນວ່າ: ດັ່ງພວກເຮົາ​ຮູ້​ນຳ​ກັນ​ວ່າ,​ ປັດຈຸບັນຢູ່​ປະ​ເທດ​ເຮົາ, ຢາ​ເສບ​ຕິດປະ​ເພດ​ຢາ​ບ້າ ຍັງ​ສືບຕໍ່​ເປັນ​ບັນຫາ​ພົ້ນ​ເດັ່ນ ​ແລະ ມີ​ລັກສະນະ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ​ແຜ່​ລະບາດ​ນັບ​ທັງ​ຢູ່​ຕົວ​ເມືອງ ​ແລະ ຊົນນະບົດ​ຫ່າງ​ໄກ​ສອກຫຼີກ. ຢາ​ເສບ​ຕິດ​ເປັນຕົ້ນ​ເຫ​ດກໍ່​ໃຫ້​ເກີດສີ່​ງຫຍໍ້​ທໍ້​ໃນ​ສັງ ຄົມ, ມັນ​ໄດ້​ຄຸກ​ຄາມ​ເຖິງ​ຄວາມ​ສະຫງົບສຸກແລ​ະຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ບ້ານ​ເມືອງ, ກົດ​ໜ່ວງ​ຖ່ວງດຶງ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ນຳ​ເອົາ​ຄວາມ​ຫາ​ຍານະ​ມາສູ່​ຄອບ​ຄົວ, ສັງຄົມ ​ແລະ ຄົນ​ຮຸ່ນສືບ​ທອດທັງ​ຍັງ​ເປັນ​ພາຫະນະ​ເຊື່ອມ​ຕໍ່​ກໍ່​ໃຫ້​ເກີດ​ບັນຫາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ນຳ​ອີກ.

            ຍ້ອນ​ແນວ​ນັ້ນ, ພັກ ​ແລະ ລັດຖະບານ, ໄດ້​ຖື​ເອົາ​ການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ເປັນ​ໜ້າ​ທີ່​ສຳຄັນ ແລະ ​ໄດ້​​ຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງກ່າວຢ່າງ​ຈິງ​ຈັງ​ຕະຫຼອດ​ມາ. 1 ປີຜ່ານ​ມາ ຊຶ່ງ​ເປັນ​ປີ​ສຸດ​ທ້າຍ​ຂອງ​ການ​ປະຕິບັດ​ແຜນ​ແມ່​ບົດ​ແຫ່ງ​ຊາດ ​ເພື່ອ​ຄວບ​ຄຸມ​ຢາ​ເສບ​ຕິດ​ນັ້ນ, ພວກ​ເຮົາ​ໄດ້​ມີ​ການ​ປັບປຸງ​ກົດໝາຍ​ທີ່​ກ່ຽວ​ພັນ​ກັບ​ບັນຫາ​ຢາ​ເສບ​ຕິດ ​ໃຫ້​ສອດ ຄ່ອງ​ກັບ​ສະພາບ​ຕົວ​ຈິງ, ​ໄດ້​​ເອົາ​ໃຈ​ໃສ່​ຕໍ່​ການ​ສຶກສາ​ອົບຮົມ​ໃຫ້​ປະຊາຊົນ​ບັນດາ​ຊັ້ນຄົນ ​ເປັນຕົ້ນ​ແມ່ນຊາວ​ໜຸ່ມ-​ເຍົາວະ​ຊົນ ທີ່​ເປັນ​ອະນາ​ຄົດ​ຂອງ​ຊາດ ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງກ່ຽວ​ກັບ​ພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ​ໄດ້​ໂຄສະນາ​ເຜີຍ​ແຜ່ແນວທາງ​ນະ​ໂຍບາຍ, ລະບຽບ​ກົດໝາຍ ​ແລະ ມະຕິ​ຄຳ​ສັ່ງ​ຂອງ​ພັກ-ລັດ ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ຫຼາຍ​ຮູ​ບການ. ພວກ​ເຮົາ​ໄດ້​ປະຕິບັດ​ໂຄງການ​ພັດທະນາ​ຊົນນະບົດ ​ເພື່ອ​ຊ່ວຍ​ເຫຼືອ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຄອບ​ຄົວ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ພູດ​ອຍພາກ​ເໜືອ ​ໄດ້​ຫັນ​ໄປ​ປະກອບ​ອາ​ຊີບ​ອື່ນທີ່​ໝັ້ນຄົງ​ແທນ​ການ​ປູກ​ຝິ່ນ ອັນ​ໄດ້​ເຮັດ​ໃຫ້​ເນື້ອທີ່​ລັກ​ປູກ​ຝິ່ນ​ປີນີ້ ຫຼຸດ​ລົງ​ຖ້າ​ທຽບ​ໃສ່​ປີຜ່ານມາ. ພວກ​ເຮົາ​ໄດ້​ຊ່ວຍ​ເຫຼືອ​ດ້ວຍ​ຈິດ​ໃຈ​ມະນຸດສະທຳ ຕໍ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຢາ​ເສບ​ຕິດ ໂດຍ​ການ​ປິ່ນປົວ ​ແລະ ຟື້ນຟູ​ສຸ ຂະພາບ​ຢູ່​ຕາມ​ສູນ,ຕາມ​ຄຸ້ມບ້ານ ​ແລະ ຢູ່​ກັບ​ຄອບຄົວ​ຂອງ​ຄົນ​ເຈັບ​ໄດ້​ຫຼາຍ​ພັນ​ຄົນ; ການ​ປະຕິ​ບັດ​ມາດ​ຕະການ​ທາງ​​ກົດໝາຍ​ຂອງ​ເຈົ້າ​ໜ້າ​ທີ່ ກໍ​ເຮັດ​ໄດ້​ດີ​ຢູ່​ຫຼາຍ​ທ້ອງ​ຖິ່ນ, ສາມາດ​ມ້າງ​ຄະດີ ​ໄດ້​ຫຼາຍ​ພໍ​ສົມຄວນ.. ການ​ປະຕິບັດ​ພັນທະ ​ແລະ ສົນທິສັນຍາ​ສາກົນ ​ໂດຍ​ສະ​ເພາະ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ທີ່ ສປປ ລາວ ​ເປັນ​ພາຄີ ກໍໄດ້​ມີ​ການ​ເອົາ​ໃຈ​ໃສ່​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຕະຫຼອດ​ມາ. ອັນ​ນີ້, ​ແມ່ນ​ໝາກ ຜົນ​ຂອງ​ການ​ປະກອບສ່ວນ​ໃນ​ສັງຄົມ ​ແລະ ການ​ຊ່ວຍ​ເຫຼືອ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດຕັ້ງສາກົນ​ເຂົ້າ​ໃນ​ຂະ​ບວນ ການ​ດັ່ງກ່າວ.
           ຄຽງ​ຄູ່​ກັບຜົນສຳ​ເລັດທີ່​ພວກ​ເຮົາ​ພາກັນ​ຍາດ​ມາ​ໄດ້​ນັ້ນ,ກໍ​ຍັງ​ມີ​ຂໍ້ຄົງຄ້າງ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພາກັນ​ຕັ້ງໜ້າ​ສືບຕໍ່​ແກ້​ໄຂ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ.ໃນ​ປັດຈຸ ບັນຢູ່ ສປປ ລາວ, ຢາ​ເສບ​ຕິດ ຍັງ​ເປັນ​ບັນຫາ​ສັງຄົມ​ທີ່​ພົ້ນ​ເດັ່ນ ​ແລະ ມີ​ລັກສະນະ​ທ້າ​ທາຍ​ຢູ່​ຫຼາຍ​ທ້ອງ​ຖິ່ນ. ຖ້າ​ພວກ​ເຮົາ​ບໍ່​ພາກັນ​ເອົາ​ໃຈ​ໃສ່ຕໍ່​ບັນຫາ​ດັ່ງກ່າວ​ຢ່າງ​ເອົາ​ການ​ເອົາ​ງານ, ມັນອາດ​ຈະ​ສືບຕໍ່​ແຜ່​ຂະຫຍາຍ​ອອກ​ສູ່​ວົງ​ກວ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ. ຢາ​ເສບ​ຕິດເປັນ​ບັນຫາ​​ລວມຂອງ​ຊາດ​ເຮົາ ທີ່​ຫຼໍ່​ແຫຼມ ​ແລະ ມີ​ຄວາມ​ສັບສົນ.ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​​ແມ່ນ​ພັນ ທະໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ. ດັ່ງ ນັ້ນ, ​ໃນ​ໂອກາດ​ວັນ​ແຫ່ງ​ຊາດ ຕ້ານ​ຢາ​ເສບ​ຕິດ​ປີນີ້, ຂ້າພະ​ເຈົ້າ​ຂໍ​ຮຽກ ຮ້ອງ​ ​ແລະ ​ເຊີນຊວນ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຊັ້ນຄົນ​ຕ່າງໆ​ໃນ​ທົ່ວ​ສັງຄົມ ຈົ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ພ້ອມ​ທັງ​ຂໍ​ຄວາມ​ຮ່ວມ​ມື​ເ​ອົາ​ໃຈ​ໃສ່​ບາງ​ວຽກ​ງານ​ທີ່​ສຳຄັນ ຄື​
           1. ພົນລະ​ເມືອງ​ລາວ ​ໂດຍ​ ສະ​ເພາະ ນັກຮຽນ-ນັກ​ສຶກສາ, ​ໄວ​ໜຸ່ມ-​ເຍົາວະ​ຊົນ ຕ້ອງ​ມີ​ສະຕິ​ລະ ວັງ​ຕົວ​ສູງ​ຢູ່​ສະ​ເໝີ ​ເພື່ອ​ບໍ່​ຫຼົງ​ເຊື່ອ​ຕໍ່​ການ​ຕົວະ​ຍົວະ​ຫຼອກ​ລວງ ​ແລະ ຊວນ​ເຊື່ອ​ໃນ​ຫຼາຍ​ຮູບ​ການ​ຂອງ​ພວກ​ຄົນ​ບໍ່​ດີ ​ໃຫ້​ໄປ​ທົດ​ລອງ​ເສບ​ຢາ​ເສບ​ຕິດ, ​ເຊື່ອ​ຟັງ​ຄຳ​ແນະນຳ- ສັງ​ສອນ​ຂອງ​ພໍ່​ແມ່​ຜູ້​ປົກຄອງ ​ແລະ ຄູ​ອາຈານ, ຕັ້ງ​ໃຈ​ສຶກສາ​ຮ່ຳ​ຮຽນ, ​ເຮັດ​ວຽກ​ຊ່ວຍ​ຄອບ​ຄົວ​ໃນ​ຍາມ​ວັນພັກ, ຫັນ​ມາ​ຫຼິ້ນກິລາ- ສິ ລະ​ປະ​ວັນນະຄະດີ ​ໃນ​​ເວລາ​ຫວ່າງ​ວຽກ. ສຳລັບ​ຜູ້​ໃດ​ຫາກ​ໄດ້​ທົດ​ລອງ​ເສບຫຼືພວມ​ຢູ່​ໃນ​ຄວາມ​ ສ່ຽງ​​ຕົກ​ເປັນ​ທາດ​ຂອງຢາ​ເສບ​ຕິດ ກໍ​ຕ້ອງ​ໄດ້​ມີ​ຄວາມ​ເຂັ້ມ​ແຂງ​ກ້າຫານ, ມີ​ຄວາມ​ເດັດດ່ຽວ ຕັດສິນ​ໃຈ​ຢຸດ​ເຊົາ​ການ​ເສບ​ຢາ​ເສບ​ຕິດ, ບໍ່​ໄປ​ພົວພັນ ​ແລະ ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ສັດຕູ​ທີ່​ຮ້າຍ​ກາດ​ໂຕນີ້ຕື່ມ​ອີກ.
           2. ສະ​ຖາ​ບັນ​ຄອບຄົວ ມີ​ບົດບາດ​ສຳຄັນ​ໃນ​ການ​ສຶກສາ​ອົບ ຮົມ, ​ເປັນ​ຮົ້ວ​ປ້ອງ​ກັນ​ບໍ່​ໃຫ້​ສະມາ ຊິກ​ພາຍ​ໃນ​ຄອບຄົວ ​ໄດ້​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ, ພໍ່​ແມ່​ຜູ້​ປົກ ຄອງ​ຕ້​ອງ​ໄດ້​​ເປັນ​ແບບຢ່າງ​ທີ່​ດີ, ຮູ້​ແບ່ງປັນ​ເວລາ​ເພື່ອ​ໃຫ້​ຄວາມ​ອົບ​ອຸ່ນ ​ແລະ ຢູ່​ໃກ້ຊິດຕິດ​ແທດ​ກັບ​ຜູ້​ເປັນ​ລູກ, ​ໃຫ້​ກຳລັງ​ໃຈ​ລູກ, ​ໃຫ້​ຄຳ​ປຶກສາ,ໝັ່ນ​ຕັກ​ເຕືອນ​ບອກ ສອນ​ລູກ​ໄປ​ໃນ​ທາງ​ທີ່​ດີ, ​ເກັບ​ກຳ ​ແລະ ຊອກ​ຮູ້​ເຖິງ​ຄວາ​ມທຸກ​ສຸກ ​ແລ​ະ ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ລູກ, ຕິດຕາມ​ກວດກາ ການ​ເຄື່ອນ​ໄຫວ​ໄປມາ​ຂອງ​ລູກຢ່າງ​ເປັນ​ປົກກະຕິ ຮີບ​ຮ້ອນ​ແກ້​ໄຂ​ບັນ​ຫາ​ໃຫ້​ທັນ​ສະພາບ​ການ. ຢູ່​ສັງຄົມ​ລາວ​ໃນ​ປັດຈຸບັນ, ​ໄດ້​ມີ​ພໍ່​ແມ່​ຜູ້​ປົກ ຄອງ​ຈຳນວນ​ບໍ່​ໜ້ອຍ, ມີ​ເວລາ ​ເພື່ອ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ຫຼື ດຳ​ເນີນ​ການ​ຜະ​ລິດ-ທຸລະ​ກິດ ຢ່າງ​ບໍ່​ຮູ້​ອິດ​ເໝື່ອຍ​ໃນ​ແຕ່​ລະ​ວັນ, ​ແຕ່​ຫາກ​ບໍ່​ຄ່ອຍ​ມີ​ເວລາ​ຫວ່າງ ​ເພື່ອ​ກິນ​ເຂົ້າ​ຮ່ວມ​ພາ-ກິນ​ປາ​ຮ່ວມ​ຖ້ວຍ ​ແລ​ະ ​ໂອ້​ລົມ​ສົນທະນາ​ກັບ​ລູກ.ນີ້​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຮົາ​ຫຼົງ​ຜິດ​ໄປ​ມົ້ວ​ສຸມ ​ແລະ ຕົກ​ເປັນ​ທາດ​ຂອງ​ຢາ​ເສບຕິດໄດ້ງ່າຍ.
          3. ຊ່ວບ້ານ ​ແລະ ສັງຄົມ ມີ ໜ້າ​ທີ່​ໂຄສະນາ, ສຶກສາ​ອົບຮົມ ​ແລະ ປຸກລະດົມ​ໃຫ້​ທຸກ​ຊັ້ນຄົນ ​ເຫັນ​ໄດ້​ເຖິງ​ພິດ​ໄພ ​ແລ​ະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ​ໃຫ້​ຄວາມ​ຮ່ວມ​ມືຊອກ​ຮູ້ ​ແລະ ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ປົກ​ປ້ອງກົດໝາຍ ​ເພື່ອ​ຂຶ້ນ​ບັນ​ຊີ​ຜູ້​ຜະ​ລິດ, ຜູ້​ເສບ, ຜູ້​ຄ້າ​ຂາຍ-ລຳລຽງ​ຂົນ​ສົ່ງ ​ແລະ ຜູ້​ມີ​ຢາ​ເສບ​ຕິດ​ໄວ້​ໃນ​ຄອບ​ຄອງ ພ້ອມ​ກັນ​ຕິດຕາມ ການ​ເຄື່ອນ​ໄຫວ​ໄປ​ໃນ​ທາງ​ທີ່​ຜິດ ຂອງ​ພວກ​ຄົນ​ບໍ່​ດີ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສະກັດ​ກັ້ນ ​ແລະ ຈັບ​ກຸມ​ຜູ້​ຕ້ອງ​ຫາ ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ​ຂອງ​ບ້ານ​ເມືອງ ນອກຈາກ​ນັ້ນ, ຍັງ​ໄດ້​ຮ່ວມ​ມື​ກັບ​ພໍ່​ແມ່​ຜູ້​ປົກຄອງ ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຢາ​ເສບ​ຕິດ​ໃຫ້​ກັບ​ຄືນ​ເປັນ​ຄົນ​ດີ​ຂອງ​ສັງຄົມ.
            4. ອົງການຈັດຕັ້ງຂອງ ພັກ-ລັດ, ອຳນາດການປົກຄອງ ທ້ອງຖິ່ນຂັ້ນຕ່າງໆ, ແນວລາວສ້າງຊາດ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນ,ບັນດາ ຫົວໜ່ວຍການຜະລິດ-ທຸລະກິດຕ່າງໆ ລ້ວນແຕ່ມີໜ້າທີ່ສຶກສາອົບຮົມ, ຕິດຕາມ ກວດກາສະມາຊິກ, ຖືເອົາບັນຫາຕ້ານຢາເສບຕິດ ເປັນຫົວຂໍ້ໜຶ່ງຂອງການດຳ ເນີນຊີວິດການເມືອງຂອງຕົນ, ເອົາໃຈໃສ່ໂຄສະ ນາເຜີຍແຜ່ລະບຽບກົດໝາຍ, ມະຕິຄຳສັ່ງ ແລະ ນິຕິກຳສະບັບຕ່າງໆ ພ້ອມທັງພິດ ໄພ ແລະ ຜົນຮ້າຍຂອງຢາເສບຕິດຢ່າງ ກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍການໂຄສະນາຜ່ານວິທະຍຸ- ໜັງສືພິມ, ໂທລະພາບ, ປ້າຍໂຄສະນາ ເພື່ອຊີ້ໃຫ້ສັງຄົມເຫັນ ຜົນຮ້າຍຂອງຢາເສບຕິດ, ແນະນຳໃຫ້ແຕ່ລະພາກສ່ວນເຂົ້າຮ່ວມໃນ ຂະບວນການຕ້ານຢາເສບຕິດຢ່າງຈິງຈັງ, ເອົາໃຈໃສ່ສະ ກັດກັ້ນ ແລະ ແກ້ໄຂການລັກລອບປູກຝິ່ນຢູ່ຕາມພື້ນທີ່ຕ່າງໆໃຫ້ຫຼຸດລົງຢ່າງຈະແຈ້ງ, ສົມທົບກັບຜູ້ປະກອບການທັງພາຍໃນ ແລະຕ່າງປະເທດ ເພື່ອຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນທີ່ເຄີຍປູກຝິ່ນຫັນມາປະກອບອາຊີບອື່ນທີ່ໝັ້ນຄົງ, ມີລາຍ ໄດ້ອັນຈຳເປັນເພື່ອດຳລົງຊີວິດປະຈຳວັນຂອງເຂົາເຈົ້າ. ສຳລັບທ້ອງຖິ່ນໃດທີ່ມີສູນປິ່ນປົວກໍໃຫ້ເອົາໃຈໃສ່ເພື່ອເຮັດໃຫ້ສັງຄົມມີ ຄວາມເຊື່ອໝັ້ນຕໍ່ສູນ, ຢາກເອົາລູກຫຼານຂອງຕົນມາບຳບັດຮັກສານັບມື້ນັບຫຼາຍ, ເອົາໃຈໃສ່ເຝິກວິຊາຊີບເພື່ອຊ່ວຍໃຫ້ຄົນ ປ່ວຍມີວຽກເຮັດງານທຳເວລາກັບອອກສູ່ສັງຄົມ. ພ້ອມດຽວກັນນັ້ນ, ຖ້າທ້ອງຖິ່ນໃດມີເງື່ອນໄຂກໍສະເໜີໃຫ້ສ້າງຕັ້ງກອງທຶນ ຕ້ານຢາເສບຕິດ, ປະກອບທຶນຈາກງົບປະມານຂອງລັດ,​ ຈາກການຊ່ວຍເຫຼືອຂອງສາກົນ, ການປະກອບສ່ວນຂອງບັນດາຊັ້ນ ຄົນທັງພາຍໃນ ແລະ ຕ່າງປະເທດ,ຈາກຊັບສິນທີ່ໄດ້ມາຈາກຄະດີຢາເສບຕິດທີ່ສານຕັດສີນໃຊ້ໄດ້ຢ່າງເດັດຂາດ.
           ດັ່ງນັ້ນ, ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ,ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນທຸກຊັ້ນຄົນ, ທຸກ ເພດໄວຈົ່ງ ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນຂະບວນການສະກັດກັ້ນ ແລະ ກຳຈັດຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ ແລະ ຫວັງຢ່າງຍິ່ງ ວ່າບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຍັງສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ປະກອບທຶນຮອນຊ່ວຍລັດຖະບານລາວ ເພື່ອແກ້ໄຂບັນຫາ ຢາເສບຕິດໃຫ້ໄດຮັບຜົນດີ, ປະກອບສ່ວນເຮັດໃຫ້ອາຊຽນ ແລະ ພາກພື້ນໄດ້ປອດຈາກຢາເສບຕິດພາຍໃນປີ 2015.

No comments:

Post a Comment