Ad

Ad

14 October 2013

ຍ່າງເພື່ອສຸຂະພາບສະຫລອງວັນສາກົນ-ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ



           ໃນໂອກາດສະເຫລີມສະ ຫລອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອ ລຶບລ້າງຄວາມ ທຸກຍາກ 17-24 ຕຸລາ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໄດ້ຈັດຂະບວນຍ່າງເພື່ອສຸຂະພາບຂຶ້ນໃນຕອນ ເຊົ້າວັນທີ 12 ຕຸລາ ນີ້ຢູ່ສວນປະຕູໄຊ ຊຶ່ງຍ່າງໄປຮອດຫໍຄຳ ແລະ ກັບມາສວນປະຕູໄຊ ເພື່ອສະແດງພະ ລັງແຫ່ງຊາດຮ່ວມກັບບັນດາປະຊາຊາດ ໃນໂລກຕໍ່ສູ້ກັບຄວາມທຸກຍາກ ແລະ ໄພອຶດຫິວຢູ່ໃນໂລກໂດຍສະເພາະແມ່ນຢູ່ລາວໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາ ຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີພະນັກງານຂັ້ນນຳຂອງບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.
       ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂັ້ນສູນກາງໄດ້ ກ່າວວ່າ:ຄວາມທຸກ​ຍາກ ​ແລະ ຄວາມ​ອຶດຫິວ ​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ​ມາ​ຫລາຍ​ທົດ​ສະ​ວັດ ​ແລະ ບັນດາ​ປະຊາ​ຊາດ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໃນ​ຫລາຍ​ຮູບ​ການ ​ເພື່ອ​ຕໍ່ສູ້​ກັບຄວາມທຸກ​ຍາກ ​ແລະ ຄວາມ​ອຶດ ຫິວ.​
ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ບັນຫາ​ຄວາມທຸກ​ຍາກ ​ແລະ ຄວາມ​ອຶດຫິວ​ດັ່ງ​ກ່າ​ວ ຍັງ​ ສື​ບຕໍ່​ເປັນ​ບັນຫາ​ໃຫຍ່​ທີ່​ປະຊາ​ຄົມ​ໂລກ​ຕ້ອງ​ໄດ້​ສາມັກຄີ​ກັນ​ຕໍ່ສູ້ ​ແລະ ຮ່ວມ​ກັນ​ແກ້​ໄຂ ຊຶ່ງ​ເຫດ ການ​ທີ່​ພົ້ນ​ເດັ່ນ​ແມ່ນ ​ໃນ​ວັນ​ທີ 7 ຕຸລາ 1987 ​ໄດ້​ມີ​ມວນຊົນ​ນັບ​ແສນ​ຄົນ​ອອກ​ມາ​ເດີນ​ຂະ​ບວນຢູ່ ​ໂທຣກາ​ ເດີ​ໂຣ ຢູ່ນະຄອນຫລວງ​ປາຣີ ປະ​ເທດ​ຝຣັ່ງ ​ເພື່ອ​ສະ​ແດງ​ພະລັງ​ຕໍ່ສູ້​ກັບ​ຄວາມທຸກ​ຍາກ ​ແລະ ຮຽກຮ້ອງ​ໃຫ້​​ອຸທິດ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຄວາມ​ອຶດຫິວ.ສະນັ້ນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ອັນ​ຈຳ​ເປັນ ​ແລະ ຮີບ​ດ່ວນຂອງ​ບັນດາປະຊາ​ຊາດ​ດັ່ງກ່າວ​ນັ້ນ, ​ໃນ​ປີ 1993 ກອງ​ປະຊຸມ​ສະມັດຊາ​ໃຫຍ່​ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ເອົາ​ວັນ​ທີ 17 ຕຸລາ ຂອງ​ທຸກໆ​ປີເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ​ໂດຍ​ມອບ​ໃຫ້​ບັນດາ​ປະ​ເທດ​ສະມາ​ຊິກ​ ເຕົ້າ​ໂຮມ​ເອົາ​​ອົງການ​ຈັດຕັ້ງສັງ​ຄົມຈັດກິດຈະກຳ​ຕ່າງໆເພື່ອ​ປຸກລະດົມ​ຂະ​ບວນການ ​ແລະ ລະດົມ​ທຶນຮອນ​ເຂົ້າ​ໃສ່​ກ​ານ​ລຶບລ້າງ​ຄວາມທຸກ​ຍາກ ​ແລະ ຕໍ່​ມາ​, ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກຳນົດ​ເອົາ​​ໄລ ຍະ​ປີ 1997-2006 ​ເປັນ​ທົດ​ສະ​ວັດ​ທຳ​ອິດ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.
           ສຳລັບ ສປປ ລາວ ໃນປີ 2003,ກອງ​ປະຊຸມສະຫລຸບ​ກ​ານ​ແກ້ໄຂຄວາມທຸກ​ຍາກ​ທົ່ວ​ປະ​ເທດ​ຄັ້ງ​ທີ I​ ໄດ້ກຳນົດ​ເອົາ​ວັນ​ທີ 17- 24 ຕຸລາ ຂອງ​ທຸກໆ​ປີ ​ເປັນ​ສັບປະ ດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມ ທຸກ​ຍາກ ​ແລະ ​ເລີ່​ມ​ແຕ່​ປີ 2003 ​ເປັນຕົ້ນ​ມາ,ລັດຖະບານ​ໄດ້​ຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາຈັດຕັ້ງ ພິທີ,ຈັດກິດຈະກຳ​ຕ່າງໆ​ໃນ​ລະ ດັບ​ທີ່​ແຕກ​ຕ່າງ​ກັນ ​ເພື່ອ​ສະ​ເຫລີ​ມ ສະຫລອງ​ວັນ​ສາກົນ ​ແລະ ສັບ ປະດາ​ແຫ່ງ​ຊາດເພື່ອ​ລຶບລ້າງ​ຄວາມທຸກ​ຍາກໃນ​ແຕ່ລະ​ປີ.

No comments:

Post a Comment