Ad

Ad

14 October 2013

ພິທີຊາປະນະກິດສົບສະຫາຍພົນເອກ ຫວໍ ຫງວຽນຢາບ ຈັດຂຶ້ນໃນລະດັບຊາດຢູ່ນະຄອນຫລວງຮ່າໂນ້ຍ



         ໃນວັນທີ 12 ຕຸລາ 2013, ຄະນະຜູ້ແທນຂັ້ນສູງພັກ, ລັດນຳໂດຍສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປເຂົ້າພິທີໄຫວ້ອາໄລ ແລະ ພິທີ ຊາປະນະກິດສົບ ສະຫາຍພົນເອກ ຫວໍ ຫງວຽນ ຢາບ ອະ ດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາຄະ ນະພັກ ການທະຫານສູນກາງ, ອະດີດຮອງນາຍົກລັດຖະມົນ ຕີຜູ້ປະຈຳການ, ອະດີດລັດຖະມົນຕີວ່າການກະຊວງປ້ອງກັນ ປະເທດ, ອະດີດຜູ້ບັນຊາການສູງສຸດກອງທັບປະຊາ ຊົນຫວຽດນາມ, ຜູ້ແທນສະພາແຫ່ງຊາດ ຫວຽດ ນາມ ແຕ່ຊຸດ ທີ I ເຖິງ ຊຸດທີVII ວິລະບູລຸດແຫ່ງຊາດຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນ ທີ 4 ຕຸລາ 2013 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ນະຄອນ ຫລວງຮ່າໂນ້ຍ ແຫ່ງ  ສສ ຫວຽດນາມ ໃນວັນທີ 12 ແລະ 13 ຕຸລາ 2013.   
        ຄະນະຜູ້ແທນຂັ້ນສູງພັກລັດ ລາວໄດ້ຮັບການຕ້ອນຮັບຈາກສະຫາຍ ຫງວ້ຽນຟູ້ ຈ້ອງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຮັບຜິດຊອບພິທີຊາປະນະກິດສົບຂອງສະຫາຍພົນເອກ ຫວໍ
ຫງວຽນຢາບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຫວຽດນາມ. ຄະນະຜູ້ແທນຂັ້ນສູງພັກລັດລາວ ໄດ້ໄປວາງພວງມາລາ, ເຊັນ ປື້ມໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບສະຫາຍ ພົນເອກ ຫວໍຫງວຽນຢາບ ຢູ່ທີ່ຫໍໄວ້ອາໄລແຫ່ງຊາດ ເລກທີ 5 ເຈິ່ນ ແທ້ງຕົງ, ຮ່າໂນ້ຍ ຊຶ່ງພິທີຊາປະນະກິດສົບດັ່ງກ່າວໄດ້ຈັດຂຶ້ນໃນລະດັບຊາດໂດຍມີຜູ້ນຳຂັ້ນສູງສຸດຂອງພັກ, ລັດ, ສະພາແຫ່ງ ຊາດ, ແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍມວນຊົນນະຄອນຫລວງຮ່າໂນ້ຍ ເຂົ້າຮ່ວມຢ່າງຫລວງຫລາຍ, ສະແດງ ເຖິງຄວາມເຄົາລົບນັບຖືຂອງປະຊາຊົນຫວຽດນາມທ່ີມີຕໍ່ສະຫາຍພົນເອກຫວໍຫງວຽນຢາບ ນັກປະຕິວັດທ່ີອົງອາດກ້າຫານ, ວິລະບູລຸດຂອງຊາດຫວຽດນາມວິລະຊົນ.
   ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ, ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ແລະ ຄະນະໄດ້​ພົບ​ກັບສະຫາຍ ຫງວຽນ ຝູ້ ຈ໋ອງ ຢູ່​ທີ່ສຳ ນັກງານ​ຂອງ​ສູນ​ກາ​ງພັກ. ໃນ​ເວລາ​ພ​ົບ ປະກັນ​ນັ້ນ, ສະຫາຍ ຫງວຽນ ​ຝູ້ ຈ໋ອງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ​ແລະ ຕີ​ລາຄາ​ສູງ​ຕໍ່​ຄະນະ​ຜູ້​ແທນຂັ້ນສູງພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ​ແນວ​ລາວ​ສ້າງ​ຊາດ ​ນຳ​ໂດຍສະຫາຍ ຈູ​ມມາລີ ໄຊ​ຍະ​ສອນ ທີ່​ໄດ້​ມາ​ໄວ້ອາ​ໄລ ແລະ ຮ່ວມພິທີ​ຊາ​ປະ​ນາກິດ​ສົບສະຫາຍ ພົນ​ເອກ ຫວໍ ຫງວຽນ ຢາ​ບ ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ໄມຕີ​ຈິດ​ມິດຕະພາບ​ຖານ​ສະຫາຍ​ອ້າຍ​ນ້ອງ​ທີ່​ແທ້​ຈິງລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ-ຫວຽດນາມ, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລາວ​ທີ່​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ການ​ນຳ​ພັກ​ລັດ​ຫວຽດນາມ, ຂອບ​ໃຈ​ສື່​ຕ່າງໆ​ຂອງ​ລາວ​ທີ່​ໄດ້​ອອກ​ຂ່າວ​ກ່ຽວ​ກັບ​ສະຫາຍ ພົນ​ເອກ​ ຫວໍ ຫງວຽນ ຢາ​ບ. ສະຫາຍ ຫງວຽນ ຝູ້ ຈ໋ອງ ຍັງ​ໄດ້​ແຈ້ງ​ຜົນ​ກອງ​ປະ ຊຸມ​ສູນ​ກາງຄັ້ງ ທີ 8 ສະ​ໄໝ​ທີ 11 ໂດຍ​ເລັ່ງ​ໃສ່ 5 ເນື້ອ​ໃນ​ທີ່​ສຳຄັນຄືການ​ພັດທະນາ​ເສດຖະກິດ-​ສັງຄົມ, ການສຶກສາ​ວັດທະ ນະທຳ, ການ​ປັບປຸງ​ລັດຖະທຳ​ມະນູນ, ການ​ປ້ອງ​ກັນຊາ​ດ- ປ້ງກັນ​ຄວາມ​ສະຫງົບ​​ໃນ​ສະພາບການ​ໃໝ່ກໍຄື​​ການ​ກໍ່ສ້າງພັກ ​ແລະ ການ​ນຳພາ​ຂອງ​ພັກ; ​ແຕ່ງຕັ້ງອະນຸ​ກຳມະການ​ຕ່າງໆ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ. ແຈ້ງສະພາບ​ການ​ພັດທະນາ​ເສດຖະກິດ​- ສັງຄົມ​ຂອງ​ຫວຽດນາມ​ໃນ​ໄລຍະ​ເຄິ່ງສະ​ໄໝ ແລະ ການ​ກະກຽມ​ເປີດ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ວັນ​ທີ 21 ຕຸລາ 2013 ເຊິ່ງຈະໃຊ້​ເວ ລາ 45 ວັນ ກໍ​ຄືຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ພັກ-ລັດ​ຫວຽດນາມ.
     ສະຫາຍ ຈູ​ມມາລີ ໄຊ​ຍະ​ສອນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ສະຫາຍ​ເລຂາ​ທິການ​ໃຫຍ່ ຫງວຽນ ຝູ້ ຈ໋ອງ; ຕີ​ລາຄາ​ສູງ​ຕໍ່​ບົດບາ​ດການ​ຊີ້ນຳ-​ນຳພາ​ຂອງ ສະຫາຍ ພົນ​ເອກ​ ຫວໍ ຫງວຽນ ຢາ​ບ ຕໍ່​ການ ຈັດ​ພິທີ​ໄວ້ອາ​ໄລ ແລະ ການຈັດ​ພິທີຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ​ຢ່າງ​ສົມ​ກຽດ​ຂອງ​ພັກ, ລັດ​ຫວຽດນາມ ພ້ອມ​ທັງ​ສະ​ແດງ​ຄວາມ​ເສົ້າ​​ໂສກ​ເສຍ​ດາຍຕໍ່​ການ​ມໍລະນະ​ກຳຂອງສະຫາຍ ພົນ​ເອກ​ ຫວໍ ຫງວຽນ ຢາ​ບ. ພ້ອມ​ນີ້, ສະຫາຍ ຈູ​ມມາລີ ໄຊ​ຍະ​ສອນ ຍັງ​ໄດ້ແຈ້ງ​ຜົນ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງທີ 6 ສະ​ໄໝ ທີ 9 ແລະ ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລາວ​ໃນ​ໄລຍະ​ມໍ່ໆ​ມານີ້.
            ຜູ້ນຳ​ທັງ​ສອງ​ຍັງ​ໄດ້​ພ້ອ​ມ ກັນ​ຢືນ​ຍັນ​ເຖິງ​ກາ​ນສືບຕໍ່​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ຮັດ​​ແໜ້ນ​ສາຍ​ພົວພັນ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງສອງ​ພັກ, ສອງ​ລັດແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດ ນາມ ຕະຫລອດ​ໄປ; ພ້ອມ​ທັງ​ເ​ປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ແຜນ ການ​ການ​ພົວພັນ​ຮ່ວມ​ມື ລະ ຫວ່າງ​ ສອງ​ປະ​ເທດ​ໃນຕໍ່ໜ້າ.

No comments:

Post a Comment