Ad

Ad

15 October 2013

ເຜີຍແຜ່ຄວາມຮູ້ການຕ້ານ ແລະ ສະກັດກັ້ນອັກຄີໄພ

        ປີ 2012 ​ມີ​ອັກຄີ​ໄພ​ເກີດ​ຂຶ້ນ​ເຖິງ 148 ເທື່ອ, ໃນ​ນັ້ນ ມີ​ຜູ້​ເສຍ​ຊີວິດ 2 ຄົນ, ບາດ​ເຈັບ 1 ຄົນ, ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ມູນ​ຄ່າ​ເຖິງ 142 ຕື້ກວ່າ​ກີບ, ​ເພື່ອ​ເປັນ​ການ​ຫລຸດຜ່ອນ​ຜົນ​ເສຍ​ຫາຍ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະ ຊາຊົນ. ດັ່ງນັ້ນ ໃນ​ວັນ​ທີ 14 ຕຸລາ ນີ້, ໜ່ວຍ​ງານ​ວິຊາ​ການ​ກົມ​ຕຳ ຫລວດ​ຕ້ານ ​ແລະ ສະກັດ​ກັນອັກ ຄີ​ໄພ ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ ​ໄດ້​ເຄື່ອນ​ໄຫວ​ເຜີຍ​ແຜ່​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ວຽກ​ງານ​ຕ້ານ ​ແລະ ສະ ກັດ​ກັ້ນອັກຄີ​ໄພ​ໃຫ້ພະນັກງານ- ລັດຖະ ກອນທີ່​ຮັບຜິດຊອບພິພິຕະ ພັນ​ໄກສອນ ພົມວິຫານ ໂດຍການ​​ ເຂ້ົາຮ່ວມ​ຂອງທ່ານ ສຸວັນ​ດີ ສີສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຮັບ ຜິດຊອບ​ພິພິຕະພັນ ​ໄກສອນ ພົມ ວິຫານ.
        ໃນ​ໂອກາດ​ນີ້, ຜູ້​ເຂົ້າຮ່ວມ ໄດ້​ຮັບ​ຟັງ​ການ​ເຜີຍ​ແຜ່​ຄວາມ​ຮູ້​ທົ່ວ​ໄປ​ກ່ຽວ​ກັບ​ວຽກ​ງານ​ຕ້ານ ແລະ ກັດ​ກັ້ນອັກຄີ​ໄພ, ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນຈາກ​ອັກຄີ​ໄພ, ຮຽນ​ຮູ້ການ​ນຳ​ໃຊ້​ອຸປະກອນ​ມອດ​ໄຟ ​ແລະ ອື່ນໆ. ນອກຈາກ​ຮຽນ​ພາກ​ທິດ​ສະ​ດີ​ແລ້ວ, ຜູ້​ເຂົ້າ ຮ່ວມ​ຍັງ​ໄດ້​ປະຕິບັດ​ຕົວ​ຈິງ​ໃນ​ການ​ນຳ​ໃຊ້​ອຸປະກອນ​ຕ່າງໆ, ການ​ໜີ​​ໄຟ, ການ​ມອດ​ໄຟທີ່​ເກີດ​ຈາກ​ນ້ຳມັນ, ອາຍ​ແກັສ. ຜ່ານ​ ການ​ເຝິກ​ອົບຮົມເທື່ອນີ້ ​ເຮັດ​ໃຫ້​ຜູ້​ເຂົ້າຮ່ວມມີ​ສະຕິ​ລະວັງ​ຕົວ​ໃນ​ການ​ປ້ອງ​ກັນ​ອັກຄີ​ໄພ, ເຂົ້າ​ໃຈ​ເຖິງ​ຄວາມ​ອັນຕະ ລາຍ​ຂອງ​ໄຟ​ແລະ ສາມາດ​ແກ້​ໄຂ​ສະຖານະ​ການ​ສຸກ​ເສີນ​ເມື່ອ​ເກີດ​ອັກຄີ​ໄພ ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ຫລຸດຜ່ອນ​ຜົນ​ເສຍ​ຫາຍ​ດ້ານ​ຊີ ວິດ ​ແລະ ຊັບ​ສິນທີ່​ເກີດ​ຈາກອັກຄີ​ໄພ.

No comments:

Post a Comment