Ad

Ad

15 October 2013

ເປີດໂຕຜະລິດ​ຕະພັນ​ຟິມກັນ​ແສງລາ​ມີນາ ຢູ່​ລາວ



          ບໍລິສັດຜະລິດຟິມກັນ ແສງ ລາມີນາ ​ເພີ່ມ​ການ​ຂະຫຍາຍ​ຕະ ຫຼາດ ຈັດ​ຈຳ ໜ່າຍ​ໃນ​ລາວ ​ເປັນ​ເທື່ອ​ທຳ​ອິດ​ເພື່ອ​ຮອງ​ຮັບ​ການ​ຂະຫຍາຍ​ຕົວ​ຂອງ​ຕະຫຼາດລົດ​ໃຫຍ່​ພ້ອມ​ທັງ​ຍົກ​ມາດຕະຖານ​ການ​ບໍລິການ​ໃຫ້​ທຽບ​ເທົ່າ​ສາກົນ. ທ່ານ ນາງ ຈັນນະພາ ສາຍ ສະໝອນ ກຳມະການ​ຜູ້​ຈັດການ ບໍລິສັດ ​ເທັກ​ໂນ ກ່າວ​ໃນ​ພິທີ​ເປີດ​ໂຕ ຟີມ​ກັນ​ແສງ ​ຢູ່​ລາວ ​ໃນ​ວັນ​ທີ 11 ຕຸລານີ້ ຢູ່ ໂຮງ​ແຮມ ​ເມີ​ກຽວ ​ວ່າ: ບໍລິສັດ​ໄດ້​​ສຳຫຼວດ ຕະຫຼາດ​ຢູ່ ລາວ ມາ​ໄລຍະໜຶ່ງ​ເຫັນ​ວ່າ​ເປັນ​ຕະຫຼາດທີ່​ມີ​ການ​ຂະຫຍາຍ ຕົວ​ສູງ​ເຖິງ​ວ່າ​ຕະຫຼາດລົດ​ໃຫຍ່​ບໍ່ທັນ​ມີ​ຂະໜາດ​ໃຫຍ່ຫຼາຍ,​ແຕ່​ກໍ​ມີ​ການ​ເຕີບ​​ໃຫຍ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ທຸກ​ປີ.ນອກ​ນີ້ ຟີມ​ກັນ​ແສງ​ ລາ​ມີນາ​ ກໍ​ເປັນ​ທີ່​ນິຍົມ​ສູງ​ຢູ່ຫຼາຍ ປະ​ເທດ ຊຶ່ງ​ການ​ເຂົ້າ​ມາ​ບຸກຕະ ຫຼາດ​​ລາວ ກໍ​ເພື່ອ​ເປັນ​ການ​ຂະ ຫຍາຍ​ທຸລະ​ກິດ ​ແລະ ​ແຕ່ງ ຕັ້ງຕົວ​ແທນ​ຈຳໜ່າຍຢ່າງ​ເປັນ​ທາງ​ການ.
            ທ່ານ ອານຸຊິດ ສັງວຽນ ກຳມະການ​ຜູ້​ຈັດການບໍລິສັດ ​ແອ​ລ​ເອັມ​ແອ​ລ ຈຳກັດ ຕົວ​ແທນ​ຈຳ ໜ່າຍ ຟີມ​ກັນ​ແສງ​ລາ​ມີນາ ​ຢູ່​ລາວ ກ່າວ​ວ່າ: ປັດຈຸ​ບັນ​ການ​ຂະຫຍາຍ​ສູນ​ບໍລິການ​ຕິດຕັ້ງຟີມ​ກັນ​ແສງ ລາ​ມີນາ ມີທັງໝົດ 7 ແຫ່ງ ​ເພື່ອ​ຮອງ​ຮັບ​ການ​
ເຕີບ​ໃຫຍ່​ຂອງອຸດສາຫະກຳ​ລົດ​ໃຫຍ່​ໃນ​ປະ​ເທດ ​ແລະ ຈະ​ເດີນໜ້າຂະຫຍາຍ​ສູນ​ບໍລິການ​ໄປ​ຢ່າງ​ຕໍ່​ເນື່ອງ​ໂດຍ​ຄາດ​ວ່າ​ຈະ​ເພີ່ມ​ເປັນ 10 ແຫ່ງ​ໃນ​ປີນີ້ ແລະ ​​ໃຫ້​ໄດ້ 15 ແຫ່ງ​ໃນ​ປີ 2014.

No comments:

Post a Comment