Ad

Ad

15 October 2013

ເກີດເຫດທຳຊຳເລົາເດັກ



          ເຈົ້າໜ້າທີ່​ກອງ​ຄະດີ​ອາຍາ ປກສ ​ເມືອງ ສີ​ສັດຕະ​ນາກ ​ໄດ້​ເປີດ​ການ​ສືບ ສວນ-ສອບ​ສວນຄະດີ ທ້າວ ຈັນ​ເພັງ ອາຍຸ 30 ປີ ກຳມະກອນ ຢູ່​ບ້ານ ສ້າງ​ເຫວີຍ ​ເມືອງ ສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 1 ຕຸລານີ້ ຫຼັງຜູ້ກ່ຽວກໍ່ຄະດີ​ທຳ​ສຳ​ເລົາຫຼານຂອງ​ຕົນອາຍຸ 3 ປີ.
       ຢູ່​ກອງ​ຄະດີ ເມືອງ ສີ​ສັດຕະ​ນາກ,​ ເຈົ້າໜ້າທີ່ສືບສວນ- ສອບ​ ສວນ ໄດ້ເອົາ​ຄຳ​ໃຫ້ການ​ຈາກ​ຜູ້​ເສຍ​ຫາຍພ້ອມ​ທັງ​ຜົນ​ຢັ້ງຢືນ​ຈາກ​ແພດ​ເພື່ອ​ເປັນຫຼັກຖານ​ດຳ​ເນີນ​ຄະດີ ທ້າວ ຈັນ​ເພັງ ​ໃນ​ຂໍ້​ຫາ​ທຳ​ສຳ​ເລົາ​ເດັກ ​ແລະ ​ຜູ້ກ່ຽວ ​ໃຫ້ການ​ຮັບ​ສາລະພາບ​ວ່າ: ພາຍຫຼັງ​ພົ້ນ​ໂທດ​ຈຳ​ຄຸກ​ເປັນ​ເວລາ 1 ປີ 9 ເດືອນ​ຢູ່ຄ້າຍ​ຄຸມ​ຂັງເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງວຽງຈັນ ໃນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ ​ເມື່ອ​ປີ 2011 ຜ່ານ​ມາ​ແລ້ວ ​
ໄດ້​ມາ​ຢູ່​ນຳພໍ່ ແລະ ນ້ອງ​ສາວ ​ຢູ່ບ້ານ​ສ້າງ​ເຫວີຍ. ມາ​​ເຖິງ​ວັນ​ທີ 1 ຕຸລາ2013 ເວລາ​ປະມານ 10 ໂມງ​ເຊົ້າ, ທ້າວ ຈັນ​ເພັງ​ ໄດ້​ຕື່ນ​ນອນ​ມາ​ແລ້ວ​ຕົ້ມ​ກາ​ເຟດື່ມ. ຈາກ​ນັ້ນ​ໄດ້​ເຫັນຫລານຍ່າງ​ມາຫຼິ້ນນຳ ​ແລະ ​ມາ​ນັ່ງ​ຕັກ​ຜູ້ກ່ຽວ​ເຮັດ​ໃຫ້​ເກີດມີ​ອາລົມ​ທາງ​ເພດ ຈິ່ງ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ບໍ່​ຖຶກຕ້ອງດັ່ງກ່າວ, ສ່ວນຜົນ​ກວດຂອງ​ແພດ​ມີ​ຮອຍ​ຈີກ​ຂາດ ຂອງ​ອະ​ໄວ​ຍະ​ວະ​ເພດ ຊຶ່ງ​ເປັນຫຼັກຖານ​ໃຫ້​ແກ່​ການ​ດຳ​ເນີນ​ຄະດີ ທ້າວ ຈັນ​ເພັງ ຕາມ​ລະບຽບກົດໝາຍ.

           ທ່ານ ພັນ​ຕີ ສຸບັນ​ໄຊ ​ຫົວໜ້າກອງ​ຄະດີອາຍາ ​ເມືອງສີ​ສັດຕະ​ນາກ ​ໃຫ້​ຂໍ້​ສັງ​ເກດວ່າ: ທ້າວ ຈັນ​ເພັງ ​ມີ​ແນວ​ຄິດ ​ແລະ ການ​ກະທຳ​ເຈ​ຕະນາທຳ​ຊຳ​ເລົາ​ເດັກ​ແທ້ ແລະ ມັນ​ເປັນການ​ກະທຳ​ຜິດ​ຕໍ່ກົດໝາຍອາຍາມາດຕາ 129 ໃນ​ສະຖານ​ທຳ​ສຳ​ເລົາ​ເດັກ ຊຶ່ງ​ປັດຈຸ​ບັນ​,​ ເຈົ້າໜ້າທີ່​ເລັ່ງສະຫຼຸບສຳນວນ​ຄະດີເພື່ອ​ສົ່ງ​ໃຫ້ໄອ​ຍະ​ການ ແລະສານ ຕັດສິນ​ລົງ​ໂທດຕາມ​ລະບຽບກົດ ໝາຍ.

No comments:

Post a Comment