ໃນວັນທີ 14 ຕຸລານີ້, ກົມ ອຸຕຸນິຍົມ
ແລະ ອຸທົກກະສາດ ໄດ້ອອກມາເຕືອນໄພພາຍຸວ່າ: ພາຍຸນາຣີ (NARI) ຫົວທີ 25 ປັດຈຸບັນມີຈຸດທີ່ຕັ້ງຢູ່ເສັ້ນຂະ
ໜານທີ 15,5 ອົງສາເໜືອ ແລະ ເສັ້ນແວງ 111,3 ອົງສາຕາເວັນອອກ, ເຄື່ອນທີ່ໄປທາງທິດຕາເວັນຕົກໃນຄວາມໄວ
10 km/h ແລະ ຄາດວ່າໃນຕອນເຊົ້າຂອງວັນທີ 15 ຕຸລານີ້ ຈະເຄື່ອນທີ່ເຂົ້າຝັ່ງຕອນກາງຂອງປະເທດຫວຽດນາມ
ແລະ ມື້ຕໍ່ມາໃນວັນທີ 16 ຕຸລາ ຈະພັດຜ່ານລະຫວ່າງແຂວງສາລະວັນ ແລະ ສະຫວັນນະເຂດ,
ວົງລັດສະໝີຂອງພາຍຸຈະກວມເອົາບັນດາແຂວງພາກໃຕ້ຫາພາກກາງ ເຊິ່ງນັບແຕ່ວັນທີ
14-16 ຕຸລານີ້ ຈະມີຝົນຕົກຟ້າຄະນອງ, ຝົນຕົກໜັກ, ລົມແຮງຢູ່ບັນດາແຂວງດັ່ງກ່າວ
ໂດຍສະເພາະແຂວງສະຫວັນນະເຂດ, ສາ ລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ສ່ວນແຂວງຄຳມ່ວນ,
ບໍລິຄຳໄຊ, ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ຊຽງຂວາງ ແລະ ຫົວພັນ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ.ດັ່ງນັ້ນ
ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດແຂວງດັ່ງກ່າວ
ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບ
ຝົນຕົກໜັກ, ລົມແຮງຈະເຮັດໃຫ້ລະດັບນ້ຳສາຂາສູງຂຶ້ນຕື່ມ
ແລະ ຮຽກຮ້ອງໃຫ້ກຽມພ້ອມມ້ຽນມັດ,ເກັບກ່ຽວເຂົ້ານາປີ,ວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ.
ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ
ແລະ ລະະດັບນ້ຳຈາກກົມອຸຕຸນິ ຍົມ ແລະ ອຸທົກກະສາດເປັນປະ ຈຳ.

No comments:
Post a Comment