ການເປີດຕະຫຼາດນັດວາງຂາຍສິນຄ້າໃນໂອກາດບຸນອອກພັນສາ
ແລະ ຊ່ວງເຮືອທ່າວັດຈັນປະຈຳປີ 2013 ນັບວ່າ ເປັນປາງບຸນໃຫຍ່ໜຶ່ງຄືດັ່ງທຸກໆປີທີ່ຜ່ານ ມາໂດຍມີສິນຄ້າເກືອບທຸກຊະນິດໄດ້ນຳມາວາງຂາຍບໍ່ວ່າຈະເປັນສິນຄ້າຈາກພາຍໃນ
ແລະ ຕ່າງປະເທດ ແລະ ຂາຍບໍລິການຕ່າງໆທີ່ຄະນະກຳມະການຈັດບຸນໄດ້ອະນຸຍາດ ໃຫ້ໃນຄວາມຮັບຜິດ ຊອບຂອງໃຜມັນນັບຕັ້ງແຕ່ສາມແຍກປາກປ່າສັກ-ເສັ້ນ ທາງ ລຽບແຄມຂອງຈົນຮອດສາມແຍກທາດ ຂາວ ແລະ ລວມໄປເຖິງທາງຮ່ອມຕ່າງໆ
ຕາມຄຸ້ມບ້ານວັດຈັນ, ຊຽງຍືນ ແລະ ບ່ອນ ອີ່ນໆອີກນັບເປັນຈຳນວນຫຼວງຫຼາຍເບິ່ງ ແລ້ວເຫັນວ່າຍັງບໍ່ຄ່ອຍຈະເປັນລະບຽບ
ຮຽບຮ້ອຍເທົ່າທີ່ຄວນເຮັດໃຫ້ເກີດຄວາມ ແອອັດ , ກີດຂວາງການສັນຈອນຂອງມວນຊົນທີ່ມາທ່ຽວບຸນ.
ຄືດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ:ກ່ອນຈະມີການວາງສະແດງ
ແລະ ຂາຍສິນຄ້ານັ້ນ, ຊາວຄ້າຂາຍຈະຕ້ອງໄດ້ຈອງ ແລະ ເຊົ່າເນີ້ອທີ່ດິນບ່ອນຂາຍຈາກບໍລິສັດຜູ້ຮັບສຳປະທາ,
ໂດຍໄດ້ມີຂໍ້ກຳນົດ, ກົດລະບຽບໃຫ້ຜູ້ປະກອບການຕ່າງໆໃນບຸນ ເພື່ອພ້ອມກັນປະຕິບັດໃຫ້ຖືກຕ້ອງ,
ເປັນຕົ້ນ:ແຕ່ລະລ໊ອກຂອງຮ້ານຈະຖືກຈັດສັນໃຫ້ຍາວ
4 ແມັດ ແລະ ກວ້າງ 2 ແມັດ ຫຼື ຫຼາຍກວ່າ
ນັ້ນແລ້ວແຕ່ຄວາມສາມາດໃນ ການຈ່າຍຄ່າເຊົ່າ,ໃນນີ້ສຳລັບ ການຕັ້ງເຕັ້ນຂອງແຕ່ລະຮ້ານແມ່ນບໍ່ໃຫ້ກາຍຂອບ
ທາງຍ່າງ ແລະ ຂະໜາດທີ່ກຳນົດໃຫ້, ເຊັ່ນດຽວກັບການວາງສະແດງ ແລະ ຂາຍສິນຄ້າກໍຕ້ອງໃຫ້ນອນຢູ່ໃນຂອບເຂດລ໊ອກ
ຂອງຕົນ. ແຕ່ໃນຂະນະດຽວກັນກໍສັງເກດເຫັນວ່າ:ຮ້ານຂາຍສິນຄ້າພັດບໍ່ປະຕິບັດຕາມຂໍ້ກຳນົດດັ່ງກ່າວເກີນເຂົ້າມາໃນບໍລິເວນ
ທາງຍ່າງໄປມາເຮັດໃຫ້ການສັນຈອນພົບກັບຄວາມຍຸງຍາກ ແລະ ເກີດສະ ພາບແອອັດກວ່າເກົ່າຖ້າເກີດສະພາບບໍ່ດີຫຼືອັກຄີໄພ
ເກີດຂຶ້ນແມ່ນຍາກທີ່ຈະເອົາຫລົບຫຼີກ ແລະ ກູ້ໄພໄດ້. ນອກຈາກນີ້ຢູ່ບໍລິເວນຫວງຫ້າມເຊັ່ນ:
ເຂດເດີນຫຍ້າສວນເຈົ້າອະນຸວົງ, ສວນສະຫຼອງໄຊ ແລະ ຈຸດຫ້າມອື່ນໆຍັງປາກົດເຫັນມີການຕັ້ງຮ້ານບໍລິການອື່ນໆເກີດຂື້ນ.
ດັ່ງນັ້ນ, ຖ້າຫາກບໍ່ມີການກວດກາ ແລະ ຕັກ ເຕືອນຕໍ່ຜູ້ລະເມີດຈາກພາກສ່ວນກ່ຽວຂ້ອງ, ແນ່ນອນວ່າສວນຫຍ້າບໍລິເວນນີ້ຈະຖືກທຳລາຍ
ແລະ ເຕັມໄປດ້ວຍ ເສດຂີ້ເຫຍື້ອ ດັ່ງປີຜ່ານມາ. ດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງຄວນມີວິທີແກ້ໄຂ
ເພື່ອບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນດັ່ງ ທີ່ເຄີຍເປັນມາແລ້ວ.

No comments:
Post a Comment