Ad

Ad

30 October 2013

ນະຄອນຫຼວງມີ​ແຜນ​ສັ່ງ​ປິດ​ຮ້ານ​ບັນ​ເທີ​ງຫຼາຍ​ແຫ່ງ​ບໍ່ນັບຖື​ລະບຽບ



           ປັດຈຸ​ບັນພະ​ແນ​ກຖະ​ແຫຼງຂ່າວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ນະຄອນຫຼວງວຽງຈັນ ໄດ້​ຂຽນຄຳ​ສະ​ເໜີ ໄປ​ຍັງ​ທ່ານ ເຈົ້າຄອງ​ນະຄອນຫຼວງວຽງຈັນ​ແລ້ວ​ເພື່ອ​ຂໍ​ຄຳ​ສັ່ງ​ປິດ​ຮ້ານ​ບັນ  ​ເທີ​ງ 7 ແຫ່ງ​ທີ່​ເປີດ​ບໍລິການ​ຜິດ​ລະບຽບ ​ແລະ ​ເຮັດ​ໃຫ້​ສັງຄົມ​ບໍ່ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ເຊິ່ງ​ຜ່ານ​ມາ​ທາງ​ເຈົ້າໜ້າທີ່​ໄດ້​ມີ​ການ​ກວດກາ ​ແລະ ພົບ​ວ່າ​ບັນດາ​ຮ້ານ​ບັນ​ເທີ​ງດັ່ງກ່າວ​ໄດ້​ລະ​ເມີດ​ລະບຽບ, ​ເປັນຕົ້ນເປີດ​ກາຍ​ໂມງ​ເວລາ, ປ່ອຍ​ໃຫ້​ໄວ​ໜຸ່ມ​ໄປ​ມົ້ວ​ສຸມ, ມີ​ສຽງດັງ​ເນືອງ​ນັນ​ລົບ​ກວນ​ປະຊາຊົນ​ໃກ້​ຄຽງ, ຊຶ່ງ​ຜ່ານ​ມາ​ກໍ​ໄດ້​ມີ​ການ​ຕັກ​ເຕືອນ ແລະ ປັບ​ໃໝ ຕາມ​ລະບຽບການ​ມາ​ແລ້ວ, ​ແຕ່​ກໍ​ເຫັນ​ວ່າ​ຍັງ​ບໍ່ປັບປຸງ​ຕົນ​ເອງ ​ແລະ ບໍ່ປະຕິ ບັດ​ຕາມ​ລະບຽບການ, ດັ່ງນັ້ນ ຈຶ່ງ​ໄດ້​ສະ​ເໜີຂໍ​ຄຳ​ເຫັນ​ຈາກ​ທ່ານ​ເຈົ້າ​ຄອງ​ເພື່ອ​ສັ່ງ​ປິດ​ຮ້ານ​ດັ່ງກ່າວ.
             ການ​ຄຸ້ມ​ຄອງ​ຮ້ານ​ບັນ​ເທີ​ງ​ໃຫ້​ເຂົ້າ​ສູ່​ລະບຽບນັ້ນ ເຊິ່ງ​ຜ່ານ​ມາ​ເຈົ້າ​ຄອງ​ນະຄອນຫຼວງກໍ​ໄດ້​ອອກ​ແຈ້ງ​ການ ເພື່ອ​ໃຫ້​ຜູ້​ປະ ກອບ​ການປະຕິບັດ​ຢ່າງ​ເຂັ້ມງວດ ​ແຕ່​ເຫັນ​ວ່າ​ບາງ​ຮ້ານ​ກໍ​ຍັງ​ຝ່າຝືນ​ລະບຽບການ, ​ເຮັດ​ໃຫ້​ສັງຄົມ​ບໍ່ມີ​ຄວາມ​ເປັນ​ລະບຽບ ​ແລະ ​ເກີດ​ປະກົດ​ການ​ຫຍໍ້​ທໍ້ຫຼາຍຢ່າງ​ເກີດ​ຂື້ນ, ພົ້ນ​ເດັ່ນ​ແມ່ນ​ໄວ​ໜຸ່ມກໍ່​ເຫດ​ອາ​ລະວາ​ດຕີ​ກັນ ແລະ ​ໄລ່​ຍິງ​ກັນ​ຈົນ​ເສຍ​ຊີວິດ,
ບັນຫາ​ມົ້ວ​ສຸມ​ຢາ​ເສບ​ຕິດ ​ແລະ ​ໄພ​ສັງຄົມ​ອື່ນໆ ແລະ ສ່ວນໜຶ່ງກໍ​ແມ່ນ​ຍ້ອນ​ການ​ກວດກາ​ຂອງ​ເຈົ້າໜ້າທີ່​ກ່ຽວຂ້ອງ​ບໍ່ທັນ​ເຂັ້ມ ງວດ ​ເປັນ​ໂອກາດ​ໃຫ້​ຜູ້​ປະກອບ​ການ​ດັ່ງກ່າວ​ສວຍ​ໃຊ້​ໄປ​ໃນ​ທາງ​ທີ່​ບໍ່ຖືກຕ້ອງ ​ແລະ ​ເມື່ອ​ບໍ່ດົນ​ມານີ້ ​ເຈົ້າໜ້າທີ່​ກ່ຽວຂ້ອງໄດ້​ມີ​ການ​ສັ່ງ​ປິດ​ການ​ບໍລິ ການ​ຂອງ​ຮ້ານບັນ​ເທີ​ງ 2 ແຫ່ງ​ມາ ​ແລ້ວຄື: ຮ້ານ ໄດ​ມອນ​ວີ ແລະ ຮ້ານ ຊ້າງ​ຄຳ ຫຼັງ​ເຮັດ​ຜິດ​ລະບຽບບໍ່ມີ​ຄວາມ​ສະຫງົບ​ພາຍ​ໃນ​ຮ້ານ ແລະ ກໍ່​ໃຫ້​ເກີດ​ມີ​ເຫດ ການ​ຍິງ​ກັນ​ເສຍ​ຊີວິດ​ໃນ​ຮ້ານ​ດັ່ງກ່າວ.

No comments:

Post a Comment