Ad

Ad

30 October 2013

ລາວ-ຫວຽດນາມ-ກຳປູເຈຍ ກ້າວສູ່ການຍົກສູງພື້ນທີ່ສີຂຽວ



        ສະຖາບັນວິທະຍາສາດ ສັງ ຄົມແຫ່ງຊາດລາວ ຮ່ວມກັບສະຖາບັນຄົ້ນຄວ້າ ສິ່ງແວດລ້ອມ ສ.ເກົາຫລີ (KEI), ສະ ຖາບັນ GGGI, ສະຖາບັນວິທະຍາສາດ ສັງ ຄົມຫວຽດນາມ ແລະ ສະຖາ ບັນວິທະຍາສາດ ຣາຊະອານາ ຈັກກຳປູເຈຍ ໄດ້ຈັດ ກອງປະຊຸມ ສຳມະນາວິທະຍາສາດສາກົນ ກ່ຽວກັບເພີ່ມທະວີການປົກຫຸ້ມພື້ນທີ່ ສີຂຽວໃນເຂດອະນຸພາກພື້ນ ແມ່ນ້ຳ ຂອງ.
      ທ່ານ ຮສຈ. ດຣ. ທອງສາລິດ ມັງໜໍ່ເມກ ຜູ້ຮັກສາການປະທານສະຖາບັນວິທະ ຍາສາດ-ສັງຄົມ ແຫ່ງ ຊາດລາວ ໄດ້ມີ ຄຳເຫັນໃນກອງປະຊຸມວ່າ: ການສຳມະນາ ດັ່ງ ກ່າວສຸດທີ່ມີຄວາມສຳຄັນ ແລະ ແມ່ນບັນຫາຮີບດ່ວນໃນການເພີ່ມທະວີການ ປົກ ຫຸ້ມຂອງພື້ນທີ່ສີຂຽວເຊິ່ງບໍ່ສະເພາະແຕ່ຢູ່ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເທົ່ານັ້ນມັນຍັງແມ່ນບັນຫາຮີບດ່ວນ ຂອງໂລກນຳອີກ ແລະ ດ້ວຍການຮັບຮູ້ເຖິງຄວາມສຳຄັນດັ່ງກ່າວ, ພັກ ແລະ ລັດຖະບານລາວ ຍາມໃດກໍເອົາໃຈໃສ່ ເຖິງການ ພັດທະນາເສດຖະກິດ- ສັງຄົມຕ້ອງຕິດແໜ້ນ ກັບການ ປົກປັກຮັກສາສິ່ງແວດລ້ອມ ແລະ ໄດ້ວາງນະໂຍບາຍ ນັບແຕ່ສູນ
ກາງລົງຮອດທ້ອງຖິ່ນ, ແຕ່ຢາກປະຕິບັດໄດ້ແຜນພັດທະນາດັ່ງກ່າວຕ້ອງໄດ້ວາງໂຄງການໃຫ້ ເປັນເອກະພາບກັນທຸກດ້ານ ໂດຍ ສະເພາະບັນຫາງົບປະມານການເງິນ ແລະ ແຫລ່ງຂໍ້ມູນຂ່າວສານ ສຳຄັນຕ່າງໆ ແລະ ລາວກໍຮູ້ດີ ວ່າ: ກຳປູເຈຍ, ຫວຽດນາມ ແລະ ສ.ເກົາຫລີ ແມ່ນບັນດາປະເທດທີ່ມີບົດຮຽນສູງໃນການພັດທະນາພື້ນທີ່ສີຂຽວ. ດັ່ງນັ້ນ ການສຳມະນາເທື່ອນີ້ຈະເປັນ ໂອກາດໃຫ້ບັນດາປະເທດດັ່ງກ່າວໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນອີກ.
     ທ່ານ ລີບຽນກຸກ ປະທານສະຖາບັນຄົ້ນຄວ້າສິ່ງແວດລ້ອມ ສ.ເກົາຫລີ ກໍມີຄຳເຫັນໃນກອງປະຊຸມວ່າ: ກອງປະຊຸມເທື່ອ ນີ້ເປັນອີກເທື່ອໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງລາວ, ຫວຽດນາມ ແລະ ກຳປູເຈຍໃນການເພີ່ມທະວີຮ່ວມ ມືພັດທະນາເພີ່ມການປົກຫຸ້ມສີຂຽວແບບຍືນຍົງໃນຂະນະທີ່ສະພາບການຂອງໂລກຍັງມີສິ່ງທ້າທາຍຫລາຍຢ່າງຄືຄວາມອຶດ ຫິວ, ໄພວ່າງງານ ແລະ ພິເສດກໍແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດສ້າງຂຶ້ນ. ກອງປະຊຸມສຳມະນາເທື່ອນີ້ກໍແມ່ນ ຈຸດສຳຄັນໜຶ່ງເພື່ອທຸກຝ່າຍຈະໄດ້ຮ່ວມກັນສົນທະນາກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມໃຫ້ເກີດຜົນປະໂຫຍດສູງສຸດ ຢູ່ໃນຂົງເຂດ.

No comments:

Post a Comment