Ad

Ad

30 October 2013

ກະຊວງກະສິກຳ ແລະ ປ່າໄມ້ ແນະນຳການສ້າງຂະບວນການສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ



     ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ວິໄລວັນ ພົມເຂ ໄດ້ມີຄຳສັ່ງແນະນຳ ໃນການສ້າງຂະບວນການ ສັກຢາກັນພະຍາດສັດແຫ່ງຊາດ ໃນວັນທີ 11 ພະຈິກທີ່ຈະເຖິງນີ້ ເພື່ອປູກຈິດສຳນຶກ ໃຫ້ແກ່ປະຊາຊົນລາວບັນດາເຜົ່າໂດຍ ສະເພາະຊາວກະສິກອນຜູ້ລ້ຽງສັດໃນຂອບເຂດທົ່ວປະເທດເຫັນໄດ້ເຖິງຄວາມສຳຄັນ, ເອົາໃຈໃສ່ຕໍ່ວຽກງານກັນ ແລະ ຮັກສາສຸ ຂະພາບສັດລ້ຽງຂອງຕົນບໍ່ໃຫ້ເກີດ ແລະ ຕິດເຊື້ອພະຍາດ ໄປຄວບຄູ່ກັບການພັດທະນາລະບົບການລ້ຽງ ແລະ ວຽກງານ ສັດ ຕະວະແພດໃຫ້ຂະຫຍາຍຕົວດີຂຶ້ນ ເນື່ອງຈາກໃນແຕ່ລະປີພະຍາດສັດຍັງຖືເປັນໄພຂົ່ມຂູ່ຕໍ່ການລ້ຽງສັດຂອງປະເທດເຮົາ ໂດຍ ສະເພາະພະຍາດປາກເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວ- ຄວາຍ, ພະຍາດ ຫູກ່ຳໝູ, ພະຍາດອະຫິວາໝູ, ພະຍາດນິວ ຄາເຊິນ, ພະຍາດອະຫິວາສັດປີກ ແລະ ພະຍາດອື່ນໆອັນໄດ້ສ້າງຄວາມສູນເສຍດ້ານຊັບສິນ, ເງິນຄຳໃຫ້ແກ່ປະຊາຊົນລາວບັນ ດາເຜົ່າເປັນຈຳນວນບໍ່ໜ້ອຍໃນແຕ່ລະປີ. ດັ່ງນັ້ນ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກຄຳແນະນຳ ດັ່ງນີ້:

     1. ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການປະສານສົມທົບກັບອົງ ການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບເພື່ອດຳເນີນການກະກຽມຈັດຕັ້ງ ແລະ ສ້າງຂະບວນ ການສັກຢາກັນພະຍາດໃຫ້ແກ່ສັດລ້ຽງຂອງຊາວກະສິກອນ ນັບທັງການລ້ຽງສັດແບບຄອບຄົວ, ເປັນກຸ່ມຫລື ລ້ຽງແບບເປັນ ຟາມໃນວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ 2013 ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ທົ່ວ ເຖິງ ຕາມທິດນຳທີ່ວ່າ: “ ຖືເອົາການປິ່ນປົວເປັນສຳຄັນເອົາການປ້ອງກັນເປັນຕົ້ນຕໍ ” ຕິດພັນກັບຂະບວນການປູດຈິດສຳນຶກໃຫ້ ແກ່ປະຊາຊົນລາວບັນດາເຜົ່າ ແລະ ສັງຄົມເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງການສັກຢາ ກັນ ພະຍາດສັດ, ຍົກສູງສະຕິ ຄວາມເປັນເຈົ້າການໃນການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງຂອງຕົນບໍ່ໃຫ້ເກີດ ຫລື ຕິດພະຍາດລະບາດສັດປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາການລ້ຽງສັດໃຫ້ນັບມື້ນັບຂະຫຍາຍຕົວຕາມທິດຫັນເປັນອຸດ ສາຫະກຳ ແລະ ທັນສະ ໄໝ.
     2. ໃຫ້ຖືເອົາວັນສັກຢາກັນ ພະຍາດສັດແຫ່ງຊາດຂອງທຸກໆປີ ເປັນເວທີເຜີຍແຜ່, ແນະນຳຄວາມຮູ້ກ່ຽວກັບການເຝົ້າລະ ວັງ, ການປ້ອງກັນ, ການສະກັດກັ້ນພະພຸພະຍາດສັດ ໂດຍການຈັດຕັ້ງຖາມ-ຕອບ, ສາຍວີດີໂອ ຫລື ສະແດງຮູບພາບ, ປົດສະ ເຕີ້ ຫລື ອາດຈະຈັດກອງປະຊຸມສຳມະນາ, ປາຖະກະຖາ, ສາທິດການສັກຢາກັນພະຍາດສັດ ແລະ ອື່ນໆຕາມເງື່ອນໄຂສະ ດວກຂອງແຕ່ລະທ້ອງຖິ່ນໂດຍຖືເອົາເນື້ອໃນເປັນຕົ້ນຕໍ, ບົນພື້ນຖານປະຢັດມັດທ ຍັດ ແລະ ຕ້ານການຟຸມເຟືອຍ.
     3. ໃຫ້ຖືເອົາການເປີດຂະບວນການສັກຢາກັນພະຍາດສັດນີ້ເປັນວຽກທີ່ຕິດພັນກັບການແນະນຳໃຫ້ປະຊາຊົນເອົາໃຈໃສ່ດູ ແລຮັກສາສຸຂະພາບສັດລ້ຽງຂອງຕົນ, ຖ້າພົບເຫັນສັດເຈັບ ຫລືຕ າຍ ໂດຍບໍ່ຮູ້ສາເຫດ ຫລື ຕາຍເປັນຈຳນວນຫລາຍໃນເວ ລາໃກ້ຄຽງກັນໃຫ້ຮີບຮ້ອນລາຍງານສັດຕະວະແພດບ້ານ ຫລື ນາຍບ້ານ ເພື່ອລາຍງານຫ້ອງການກະສິກຳ ແລະ ປ່າໄມ້ປະຈຳ ເມືອງທີ່ຕົນຂຶ້ນກັບໂດຍດ່ວນເພື່ອໄປຕິດຕາມກວດກາສະພາບການເກີດພະຍາດລະບາດຕົວຈິງ, ພ້ອມທັງຫ້າມນຳເອົາສັດທີ່ ຕາຍໄປບໍລິໂພກ ຫລື ເຄື່ອນຍ້າຍ, ຊື້-ຂາຍ, ຖິ້ມລົງ ຫ້ວຍຮ່ອງ ຫລື ສາຍແມ່ນ້ຳຢ່າງເດັດຂາດທັງຮີບຮ້ອນເຜົາ ຫລື ຝັງສັດ ນັ້ນໂດຍໄວ.
     4. ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງຈັນຂຶ້ນແຜນຄວາມຕ້ອງການຢາກັນພະຍາດ ສັດແລ້ວສົ່ງໃຫ້ກົມລ້ຽງສັດ ແລະ ການປະມົງ ເພື່ອຜະລິດ ແລະ ສະໜອງໃຫ້ຕາມຄວາມຕ້ອງການຢ່າງທົ່ວເຖິງ. ການສັກຢາ ກັນພະຍາດສັດບໍ່ສະເພາະແຕ່ວັນທີ 11 ພະຈິກ 2013 ນີ້ເທົ່ານັ້ນ, ແຕ່ໃຫ້ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມກຳນົດເວລາ ຢ່າງເປັນປົກກະຕິເພື່ອຫລຸດຜ່ອນອັດຕາການເຈັບ ແລະ ການຕາຍຂອງສັດລ້ຽງທີ່ມີສາເຫດມາຈາກພະຍາດສັດໃຫ້ນັບມື້ຫລຸດ ລົງ. ສຳລັບບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນລະຫວ່າງ ເດືອນສິງຫາ-ກັນຍາ 2013 ລວມ ທັງເຂດບ້ານຈຸດ ສຸມພັດທະນາ ແລະ ເຂດເຮືອນຮັງຂອງພະຍາດແມ່ນໃຫ້ເອົາໃຈໃສ່ສັກຢາກັນພະຍາດສັດໃຫ້ໄດ້ຢ່າງໜ້ອຍ 70% ຂອງຝູງສັດ ເພື່ອຮັບປະກັນບໍ່ໃຫ້ສັດລ້ຽງທີ່ຍັງເຫລືອໄດ້ຮັບຜົນກະທົບດ້ານສຸຂະພາບຈາກພະຍາດສັດອີກ.
    5. ສຳລັບງົບປະມານຮັບ ໃຊ້ການເຄື່ອນໄຫວວຽກງານສ້າງຂະບວນການສັກຢາກັນພະຍາດ ສັດເຊັ່ນ: ງົບປະມານໃນການ ລົງເຄື່ອນໄຫວ, ຈັດຊື້ຢາກັນພະຍາດສັດ ແລະ ອຸປະກອນຮັບໃຊ້ທີ່ຈຳ ເປັນແມ່ນມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳ ແຂວງ ແລະ ນະຄອນຫລວງເປັນຜູ້ຮັບຜິດຊອບໂດຍເອົາໃຈໃສ່ຂົນຂວາຍປຸກລະດົມຈາກທຸກແຫລ່ງທຶນທີ່ມີຢູ່ພາຍໃນແຂວງ ຂອງຕົນ.
     6. ໃຫ້ກົມລ້ຽງສັດ ແລະ ການ ປະມົງ ສົມທົບກັບພະແນກກະ ສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງ ຈັນ ເອົາໃຈໃສ່ຕິດຕາມກວດກາປະ ເມີນຜົນຂະບວນການໃນເທື່ອນີ້ ເພື່ອຊອກໃຫ້ ເຫັນບຸກຄົນ, ຄອບ ຄົວ, ກຸ່ມ ຫລື ຟາມດີ ເດັ່ນດ້ານວຽກງານສັກຢາກັນພະຍາດສັດ ຫລື ຟາມປອດພະຍາດສັດ ເພື່ອປະຕິບັດນະໂຍບາຍຍ້ອງຍໍຊົມ ເຊີຍຢ່າງເໝາະສົມ, ພ້ອມທັງສະຫລຸບລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃຫ້ກະຊວງກະສິກຳ ແລະ ປ່າໄມ້ຮັບຊາບເປັນແຕ່ ລະໄລຍະເພື່ອຫາວິທີແກ້ໄຂຢ່າງທັນການ.

No comments:

Post a Comment