Ad

Ad

30 October 2013

ລາວຖືສຳຄັນການພັດທະນາແມ່ ແລະ ເດັກ



          ທ່ານ ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ,ໄດ້ໃຫ້ກຽດ ໂອ້ລົມຕໍ່ກອງ ປະຊຸມ ເປີດ​ກວ້າງ ຂອງ​ຄະນະ​ກຳມາ​ທິ ການ​ເພື່ອ​ແມ່ ​ແລະ ​ເດັກແຫ່ງ​ຊາດ ປະ ຈຳສົກ​ປີ 2012-2013 ໃນວັນທີ 29 ຕຸລານີ້ ວ່າ:ການ​ພັດທະນາ​ແມ່​ແລະເດັກ, ແມ່ນ ເປົ້າໝາຍໜຶ່ງຂອງການຈັດ ຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດ​ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ໂອກາດ, ສົ່ງ​ເສີມ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ໄດ້​ຮັບ​ການ​ພັດທະນາ​ໃນ​​ດ້ານ​ຕ່າງໆເປັນຕົ້ນ: ສ້າງ​ກາລະ​ໂອກາດ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ສາມາດ​ເຂົ້າ​ເຖິງ​ການ​ບໍລິ ການ​ດ້ານ​ສັງຄົມ​ເຊັ່ນ:ການ​ສຶກສາ, ສາທາລະນະ​ສຸກ​ ແລະ ອື່ນໆ.
         ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ​ຂອງ​ສັງຄົມຕໍ່​ສິດສະ​ເໝີ​ພາບ​ຍິງ-ຊາຍ, ສິດທິ​ເດັກ, ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ການ​ໃຊ້​ແຮງ​ງານ​ເດັກສ່ວນ​ຫລາຍ​ຍັງ​ບໍ່​ຖືກຕ້ອງ ​ແລະ ມີ​ລັກສະນະ​ຄອງ​ເດີມ ພ້ອມ​ນີ້ ໂອກາດ​ດ້ານ​ການ​ສຶກສາ, ອັດຕາ​ການ​ຕາຍ​ຂອງ​ແມ່, ວຽກ​ງານ​ໂພ​ສະນາ​ການ, ນ້ຳສະອາດ ​ແລະ ວຽກ​ງານ​ລະ​ເບີດ​ບໍ່​ທັນ​ແຕກຍັງ​ເປັນ​ໄພ​ຂົ່ມຂູ່ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ.
​ເວົ້າລວມ​ແລ້ວ​ຂະ​ບວນຍຸຕິ​ທຳ​ເດັກຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງໃຫ້​ໄດ້​ມາດຖານລວມທັງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ນິຕິ​ກຳ​ທາງ​ກວ້າງ ​ແລະ ທາງ​ເລິກ, ການ​ຝຶກ​ອົບຮົມ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຍັງ​ບໍ່​ສອດຄ່ອງ ​ແລະ ກົມ ກຽວ​ກັບ​ສະພາບ​ຄວາມ​ເປັນ​ຈິງ. ດັ່ງນັ້ນ ​ເພື່ອ​ແກ້​ໄຂ​ຂໍ້ຄົງຄ້າງ​ດັ່ງກ່າວ ຄະນະ​ກຳມາ​ທິການ​ເພື່ອ​ແມ່ ​ແລະ ​ເດັກ ທຸກຂັ້ນ​ນັບ​ແຕ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ຕ້ອງ​ເອົາ​ໃຈ​ໃສ່​ປະສານ​ສົມທົບ​ກັບພາກສ່ວນ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ກະຊວງ​ສຶກສາ​ທິການ, ສາທາລະນະ​ສຸກ, ສູນ​ກາງ​ສະຫະພັນ​ແມ່ຍິງ, ສູນ​ກາງ​ຊາວ​ໜຸ່ມ, ສະ​ຖາ​ບັນ​ການ​ສຶກສາ, ສັງຄົມ ​ແລະຄອບຄົວ ​ເພື່ອ​ພ້ອມ​ກັນ​ຈັດຕັ້ງປະຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ທີ່​ກ່ຽວ​ພັນ​ກັບ​ແມ່ ​ແລະ ​ເດັກ​ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ສືບຕໍ່​ຈັດຕັ້ງປະຕິບັດ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ ຕິດ​ພັນ​ກັບ​ຂະ​ບວນການ​ສ້າງ​ຄອບຄົວ ​ແລະ ບ້ານ​ພັດທະນາ. ສິ່ງ​ສຳຄັນ ແມ່ນ​ສືບຕໍ່​ໂຄສະນາ, ເຜີຍ​ແຜ່​ຂໍ້​ມູນ ຂ່າວສານ​ທີ່​ຖືກຕ້ອງ​,ຊັດ​ເຈນ ໃຫ້​ສັງຄົມ​ເຂົ້າ​ໃຈ​ຕໍ່ສິດສະ​ເໝີ​ພາບ​ຍິງ​-ຊາຍ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍຄຽງ​ຄູ່​ກັບ​ການ​ປະສານ​ງານ, ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດກ່ຽວ​ກັບ​ສິດທິ​ເດັກເພື່ອ​ກຽມ​ກາລະ​ໂອກາດ​ໃນ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ໃນ​ປີ 2015.

No comments:

Post a Comment