Ad

Ad

11 November 2013

ທີມເຕັ້ນມະຫາວິທະຍາໄລແຫ່ງຊາດ ຄອງແຊ໊ມ ເປບຊີ ເຊຍລີດດິງ ຄອນເທສ 2013



     ທີມເຕັ້ນມະຫາວິທະຍາໄລ ແຫ່ງຊາດ ຄອງແຊ໊ມເຕັ້ນເຊຍ Pepsi Cheer Leading Contest 2013 ເປັນສະໄຫມ ທຳອິດໄດ້ສຳເລັດ ພ້ອມຮັບເງິນ ລາງ ວັນສູງເຖິງ 20 ລ້ານກີບ ພ້ອມໂລ້ກຽດຕິຍົດ, ຂະນະທີ່ຮອງແຊ໊ມຕົກເປັນຂອງ ທີມວິທະຍາໄລລັດຕະນະບໍລິຫານທຸລະກິດ ຮັບເງິນລາງວັນ 15 ລ້ານກີບ ພ້ອມໂລ້ ກຽດຕິຍົດ.
      ໃນຕອນແລງວັນສຸກ ທີ 8 ພະຈິກຜ່ານມາ ຢູ່ສະໂມສອນມະຫາວິທະຍາໄລ ແຫ່ງຊາດ ໄດ້ມີການແຂ່ງຂັນເຕັ້ນເຊຍ Pepsi Cheer Leading Contest 2013 ໂດຍແມ່ນບໍລິສັດ ເບຍລາວ ຮ່ວມ ກັບຄະນະກຳມະການໂອລິມປິກ ແຫ່ງຊາດ ຈັດຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ດຣ ພັນຄຳ  ວິພາວັນ ລັດຖະ ມົນຕີວ່າ ການກະຊວງກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອລິມປິກແຫ່ງຊາດລາວ, ມີທີມເຕັ້ນຈາກ ວິທະຍາໄລຕ່າງໆເຂົ້າຮ່ວມ 12 ທີ​ມ. ຂະນະ​ດຽວ​ກັນ, ທ່ານ ດຣ ພັນຄຳ  ວິພາວັນ  ​ໄດ້​ມີ​ຄຳ​ເຫັນວ່າ : ການແຂ່ງຂັນເປບຊີ ເຊຍລີດດິງ ຄອນເທສ  ຄັ້ງນີ້ ເປັນກິດຈະກຳຂະຫຍາຍກິລາມວນຊົນໃຫ້ກວ້າງຂວາງຂຶ້ນໃນສະຖາບັນການສຶກສາໄດ້ມີການ ອອກກຳລັງກາຍ, ຫລິ້ນກິລາຮ່ວມກັນ, ເປັນການ ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມສາມັກຄີລະຫວ່າງສະຖາ ບັນ
ການສຶກສາ ແລະ ມວນຊົນທົ່ວໄປ. ເວົ້າລວມກິດຈະ ກຳ ຄັ້ງນີ້ແນໃສ່ເພື່ອສົ່ງເສີມການພັດ ທະນາກິລາ-ກາຍະກຳຂອງລາວ ສອດຄ່ອງກັບ 3 ລັກສະນະ ແລະ 5 ຫລັກມູນຂອງ ການສຶກສາ, ສອດຄ່ອງກັບຍຸດທະສາດການ ພັດທະນາກິລາລາວ,  ເຮັດໃຫ້ການກິລາເປັນຂອງມະຫາຊົນ ນັບມື້ກວ້າງຂວາງ ແລະ ແຜ່ຫລາຍຕິດພັນກັບການພັດທະນາ ຊັບພະຍາກອນມະນຸດ ສ້າງໃຫ້ນັກສຶກສາມີທັງຄວາມຮູ້, ມີຄວາມເສຍສະລະ, ອົດ ທົນ, ຮູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີນ້ຳໃຈ້ທີ່ຜ່ອງໃສ. ທັງເປັນການລິເລີ່ມທີ່ດີໃນການສ້າງຫົວຄິດປະດິດສ້າງທີ່ ສອດ ຄ່ອງກັບແຜນພັດທະນາກິລາລາວ ແຕ່ນີ້ຮອດປີ 2020 ໂດຍ ເລັ່ງໃສ່ການຂະຫຍາຍໂຕທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ຫຍັບເຂົ້າເປັນມາດຕະຖານສາກົນເທື່ອລະກ້າວ.
     ຜ່ານການແຂ່ງຂັນປາກົດວ່າ : ທີມເຕັ້ນມະຫາວິທະຍາໄລແຫ່ງ ຊາດ ໄດ້ແຊ໊ມເປັນສະໄຫມທຳອິດ ໄດ້ສຳເລັດພ້ອມຮັບ ທຶນການສຶກສາ 20 ລ້ານກີບ ພ້ອມໂລ້ກຽດຕິຍົດ, ຂະນະທີ່ຮອງແຊ໊ມຕົກເປັນຂອງທີມວິທະຍາໄລລັດຕະນະ ບໍລິຫານທຸລະ ກິດ ຮັບທຶນ​ການ​ສຶກສາ 15 ລ້ານກີບ ພ້ອມໂລ້ກຽດຕິຍົດ. ອັນດັບ 3 ທີມເຕັ້ນ ວິທະຍາໄລ ສຸດສະກະ ຮັບທຶນການສຶກສາ 12 ລ້ານກີບ ພ້ອມໂລ້ກຽດຕິຍົດ, ອັນດັບ 4  ທີມເຕັ້ນ ວິທະຍາໄລເຕັກນິກ ສັບພະວິຊາ 1  ຮັບທຶນການສຶກສາ 10 ລ້ານກີບ ພ້ອມໂລ້ກຽດຕິຍົດ, ສ່ວນລາງວັນພິເສດທີມຂວັນໃຈປະຊາຊົນ ແມ່ນທີມເຕັ້ນວິທະຍາໄລລາວ- ອາເມລິກາ ຮັບທຶນການສຶກ ສາ 5 ລ້ານກີບ ແລະ ທີມຄູເຝິກດີເດັ່ນຕົກເປັນຂອງມະຫາວິທະຍາໄລແຫ່ງຊາດຮັບທຶນການສຶກສາ 4 ລ້ານກີບ. ນອກຈາກນີ້ ແຕ່ລະທີມທີ່ເຂົ້າຮ່ວມການແຂ່ງຂັນກໍໄດ້ຮັບທຶນການສຶກສາທີມລະ 4 ລ້ານກີບ. ສຳລັບທີມທີ່ຊະເລີດລາຍການນີ້ຈະຕາງ ຫນ້າທີມຊາດລາວສົ່ງເຂົ້າຮ່ວມແຂ່ງຂັນເຕັ້ນເຊຍໂລກທີ່ຈະຈັດຂຶ້ນໃນວັນທີ 23-24  ພະຈິກ 2013 ຢູ່ບາງກອກປະເທດ ໄທ.
      ສຳລັບການແຂ່ງຂັນເຕັ້ນເຊຍນີ້ ໄດ້ຈັດຂຶ້ນທຳອິດໃນປີ 2012 ເນື່ອງໃນໂອກາດມະຫະກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 ໃນ ສປປ ລາວ ເປັນເຈົ້າພາບ ເພື່ອສະຫນັບສະຫນູນໃຫ້ໄວຫນຸ່ມນັກຮຽນ, ນັກສຶກສາໄດ້ມີເວທີການສະແດງ ຄວາມສາມາດຂອງຕົນເອງສູ່ສາຍຕາມະຫາຊົນໃນການເຕັ້ນທີ່ມີທ່ວງທ່າລີລາແບບສິລະປະກິລາທີ່ສອດຄ່ອງໃຫ້ເຫັນວ່າການ ເຕັ້ນນີ້ກໍແມ່ນການອອກກຳລັງກາຍ ຫລື ການຫລິ້ນກິລາປະເພດຫນຶ່ງເຊັ່ນດຽວກັນ.

No comments:

Post a Comment