Ad

Ad

11 November 2013

ທີວີລາວ ໄດ້ຮັບລິຂະສິດຖ່າຍທອດສົດຊີເກມຄັ້ງທີ 27 ຢູ່ປະເທດມຽນມາ



         ທ່ານ ຫົງຄຳ ສຸວັນນະວົງ ອຳນວຍການສະຖານີໂທລະພາບ ທີວີລາວ (TV LAO) ໄດ້ໃຫ້ສຳ ພາດຕໍ່ນັກຂ່າວໃນວັນທີ 8 ພະຈິກນີ້ວ່າ: ສະຖານີໂທລະພາບ ທີວີ ລາວ ໄດ້ຮັບ ລິຂະສິດຈາກຄະນະ ກຳມະການຊີເກມ ເພື່ອຖ່າຍທອດ ສົດມະຫາກຳ ກິລາຊີເກມຄັ້ງທີ 27 ທີ່ປະເທດມຽນມາ ເປັນເຈົ້າ ພາບຊຶ່ງຈະຈັດໃນເດືອນທັນວານີ້ ແລະ ຈະມີການສົ່ງສັນ ຍານທົດລອງໃນ ທ້າຍເດືອນພະຈິກນີ້.
           ທ່ານ ຫົງຄຳ ກ່າວວ່າ: ຊີ ເກມຄັ້ງທີ 27 ນີ້ ຈະແຂ່ງຂັນຢູ່ ນະຄອນເນຍປີດໍ, ຢາງກຸງ, ມັນດາເລ ແລະ ງໍວີຊຸງ ມີທັງ ໝົດ 46 ປະເພດ ກິລາ,ໃນນັ້ນຈະມີນັກກິລາລາວ ເຂົ້າຮ່ວມ 28 ປະເພດ ແລະ ຖ່າຍ ທອດສົດ 21 ປະເພດ ແລະ ຖ່າຍ ທອດບັນທຶກ 18 ປະເພດ, ສ່ວນພິທີເປີດ-ປິດ ຈະຖ່າຍທອດສົດເຊັ່ນກັນ ແລະ  ຈະມີການຖ່າຍທອດ ສົດທຸກປະເພດກິລາ ທີ່ນັກກິລາລາວລົງແຂ່ງຂັນ, ແຕ່ຖ້າມີນັກກິລາລາວລົງແຂ່ງຂັນຫລາຍປະເພດພ້ອມກັນ ກໍຈະເລືອກ ຖ່າຍທອດກິລາປະເພດທີ່ ມີຄົນນິຍົມເບິ່ງຫລາຍ. 
          ອຳນວຍການໂທລະພາບທີວີລາວ ກ່າວວ່າ: ນີ້ເປັນຄັ້ງປະຫວັດສາດທີ່ໂທລະພາບຂອງລາວເຮົາໄດ້ຮັບລິຂະສິດຖ່າຍ ທອດສົດກິລາຊີເກມຈາກຕ່າງປະເທດຊຶ່ງໂທລະພາບທີວີລາວ ມີຄວາມຕ້ອງການໃຫ້ປະຊາຊົນລາວໃນທົ່ວປະເທດສາມາດ
ຕິດຕາມຜົນງານ ແລະ ຮ່ວມ ເຊຍນັກກິລາລາວ ໃນການເຂົ້າ ຮ່ວມແຂ່ງຂັນມະຫະກຳກິລາຄັ້ງ ນີ້ ບໍ່ວ່າການຖ່າຍທອດສົດ ແລະ ການລາຍງານຂ່າວຜົນການແຂ່ງຂັນຂອງນັກກິລາລາວໃນແຕ່ລະມື້ ເຊິ່ງນອກຈາກມະຫະກຳກິລາຊີ ເກມຄັ້ງທີ 25 ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດໃນປີ 2009 ແລ້ວ, ການຕິດຕາມການແຂ່ງຂັນ ກໍແມ່ນເບິ່ງຈາກໂທລະພາບຂອງ
ປະເທດໃກ້ຄຽງທີ່ນັກກິລາລາວ ແຂ່ງຂັນກັບນັກກິລາຂອງເຂົາ ເທົ່ານັ້ນ.

No comments:

Post a Comment