Ad

Ad

11 November 2013

ຫລວງນ້ຳທາກຽມວັນນະຄະດີພື້ນເມືອງຊົນເຜ່ົາຮ່ວມມະໂຫລານສິລະປະພື້ນເມືອງບັນດາເຜ່ົາທົ່ວປະເທດ



         ແຫລ່ງຂ່າວແຂວງຫລວງນ້ຳທາ ລາຍງານວ່າ: ພະແນກ ຖວທ ຫລວງນ້ຳທາໄດ້ຄັດເລືອກ ຫນ່ວຍວັນນະຄະດີພື້ນ ເມືອງຊົນ ເຜົ່າທີ່ມີພອນສະຫວັນໄດ້ 3 ຫນ່ວຍຄື ຫນ່ວຍວັນນະຄະດີພື້ນ ເມືອງໄຕ໋ດຳ; ເປົ່າປີ່ໄຕ໋ລື້ ແລະ ຟ້ອນຫມູ່ຍິງຊົນ ເຜົ່າອາຄາ ເພື່ອເຂົ້າຮ່ວມການສະແດງໃນງານມະໂຫລານສິລະປະພື້ນເມືອງບັນດາເຜົ່າທົ່ວປະເທດທີ່ຈະຈັດຂຶ້ນໃນບຸນພະທາດ ຫລວງລະຫວ່າງວັນທີ 10-17 ພະຈິກ 2013 ນີ້ຢູ່ນະຄອນຫລວງວຽງຈັນ.
            ທ່ານ ແກ້ວນິນທອງ ດວງມາໄລ ຮອງຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງນ້ຳທາ ເປີດເຜີຍ ໃນວັນທີ 7 ພະຈິກ 2013 ວ່າ: ຜ່ານການກະກຽມ ແລະ ເຝິກແອບຫນ່ວຍວັນນະຄະດີພື້ນເມືອງ ແຂວງຂອງຕົນ ໄດ້ເປັນເອກະພາບຄັດເລືອກເອົາ 3 ຫນ່ວຍວັນນະຄະດີພື້ນເມືອງດັ່ງກ່າວເຂົ້າຮ່ວມສະແດງໃນມະໂຫລານ ສິລະປະວັນນະຄະດີບັນດາເຜົ່າທົ່ວປະເທດ ເຊິ່ງມາຮອດປັດຈຸບັນມີຄວາມພ້ອມທຸກດ້ານ ເພື່ອແລກປ່ຽນຖອດຖອນບົດຮຽນ ແລະ ຄວາມສາມັກຄີກັບຫນ່ວຍວັນນະຄະດີບັນດາເຜົ່າໃນທົ່ວປະເທດ.

         ທ່ານ ແສງທະວົງ ອຳລາດ ຫົວຫນ້າຫນ່ວຍວັນນະຄະດີຊົນ ເຜົ່າອາຄາບ້ານນ້ຳມັດກ່າວວ່າ: ຫນ່ວຍວັນນະຄະດີບ້ານ ນ້ຳມັດ ເປັນຫນ່ວຍວັນນະຄະດີຊົນເຜົ່າອາຄາ, ໄລຍະຜ່ານມາຍັງບໍ່ທັນໄດ້ສ່ອງແສງໃຫ້ສັງຄົມຮັບຮູ້ກວ້າງຂວາງປານໃດກ່ຽວ ກັບວັນນະຄະດີຊົນເຜົ່ານີ້. ເຖິງຢ່າງໃດກໍຕາມໃນໂອກາດເຂົ້າຮ່ວມສະແດງຄັ້ງນີ້, ຫນ່ວຍວັນນະຄະດີຂອງຕົນຈະແລກປ່ຽນ ປະສົບການ ແລະ ຖອດຖອນບົດຮຽນກັບຫນ່ວຍວັນນະຄະດີອື່ນໆເພື່ອພັດທະນາໃຫ້ໜ່ວຍຕົນມີຄວາມອຸດົມສົມບູນ ຂຶ້ນ ກວ່າເກົ່າ.

No comments:

Post a Comment