Ad

Ad

11 November 2013

ພະນັກງານລ້ານຊ້າງມີເນໂຣນ ໄດ້ຮັບການຍົກລະດັບຫລັກສູດຜູ້ຄວບຄຸມວຽກ



     ບໍລິສັດ​ ລ້ານ​ຊ້າງ​ມີ​ເນ​ໂຣນ, ຈັດ​ພິທີ​ມອບ​ໃບ​ຢັ້ງຢືນ​​ໃຫ້​ແກ່ພະ ນັກງານ​ຜູ້​ສຳ​ເລັດ​ການ​ເຝິກ​ອົບ ຮົມ​ຫລັກ​ສຸດ​ຜູ້​ຄວບຄຸມ ວຽກຈຳນວນ 42 ທ່ານ ໃນ​ວັນ​ທີ 7 ພະຈິກ, ຢູ່ໂຮງ​ແຮມ​ດາວ​ສະຫວັນ​ ແຂວງ​ສະຫວັນ​ນະ​ເຂດ ໃນໂອ ກາດກະກຽມສະ​ເຫລີ​ມສະຫລອງ​ບໍ່​ຄຳ​ເຊ​ໂປ​ນຄົບຮອບ 10 ປີ ຊຶ່ງ ມອບ​ໂດຍ​ທ່ານ ຣິກ ວັດ​ສ໌ ຝອດ ຜູ້​ຈັດການ​ໃຫຍ່ບໍ່​ຄຳ​​-ທອງເຊ​​ໂປ​ນ, ມີ​ທ່ານ ດຣ. ສຸພັນ ​ແກ້ວມີໄຊ ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ​​ເຈົ້າ​ເມືອງວິລະ​ບູລີ ພ້ອມ​ດວ້ຍພະນັກງານບໍລິສັດ ​ແລະ ແຂກ​ທີ່​ກ່ຽວ ຂ້ອງເຂົ້າ​ຮ່ວມ.
         ທ່ານ ຣິກ ວັດ​ສ໌ຝອດ ກ່າວ​ວ່າ:ພະນັກງານ​ທີ່​ໄດ້​ຜ່ານ​ການ​ເຝິກອົບຮົມ​ຄັ້ງ​ນີ້​ ແມ່ນ​ໜຶ່ງ​ໃນ​ຈຳ ນວນ​ພະນັກງານ​ຫລາຍ​ພັນ​ຄົນທີ່​ສືບ​ຕໍ່​ຈາກ​ບັນດາ​ແຜນ​ງານ​ການ ພັດທະນາ​ບຸກຄະ​ລາ​ກອນ​ຢູ່​ບໍ່​ຄຳ- ທອງ​ເຊ​ໂປ​ນ​ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາ ມາດ​ໃນ​ກຸ່ມ​ແຮງ​ງານ​ລາວ​ໃນ​ການ​ສ້າງ​​ຮຸ່ນ​ຕໍ່​ໄປ. ວຽກ​ງານ​ນີ້​ ​ໄດ້​ມີ​ການ​ລົງ ທຶນ​ສູງ,​ ໃຊ້​ເວລາ​ຫລາຍ ​ແລະ ຈຳ​ເປັນ​ຕໍ່​ການ​ພັດ ທະນາ ​​ໃຫ້​ສອດ​ຄ່ອງ​ກັບ​ການ​ຂະຫຍາຍຕົວ​ທາງ​ດ້ານເສດຖະກິດ-ສັງຄົມ ຂອງລາວ​. ພ້ອມ​ນີ້ ກໍ​ເປັນ​ການ​ພັດທະນາ​ກຳລັງ​ແຮງ​
ງານ​ໃຫ້​​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ ໜ້າ​ວຽກ​ຕົວ​ຈິງ​ຂອງ​ສະຖານ​ປະກອບ​ການ​ ຫລື​ ຫົວ ໜ່ວຍ​ແຮງ​ງານ ຕາມ​ແຕ່ລະ​ຂົງ​ເຂດ​ອາຊີບ.
      ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ,ບໍລິສັດ​ໄດ້​ລົງ​ທຶນ 9 ລ້ານ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນການປະຕິ ບັດ​ແຜນ​ງານ​ການ​ພັດທະນາ ທ້ອງ​ຖິ່ນ, ສຸຂະພາບ, ການ​ພັດທະ ນາ​ທຸລະ​ກິດ​ທ້ອງ​ຖິ່ນ, ແຜນການ​ຝຶກ​ອົບຮົມ​ໃຫ້​ແກ່​ປະຊາຊົນເມືອງ​ວິລະ​ບູລີ ​ແລະ ​ແຜນ​ງານ​ມໍລະດົກ​ວັດທະນະທຳ. ສຳລັບ​ຫລັກສູດ​ທີ່​ນຳ​ມາ​ເຝິກ​ອົບຮົມ​ຄັ້ງ​ນີ້​ມີ: ທັກ​ສະ ການ​ເປັນ​ຫົວໜ້າ​ຄວບຄຸມວຽກ​ໃນສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກຫລາຍຢ່າງ, ການ​ຮຽນ​ຮູ້ກ່ຽວ​ກັບ​ມາດຕະຖານ ແລະ ຄວາມ​ຄາດ​ຫວັງຂອງ​ອົງ ການ​ ຕໍ່​ພະນັກງານ​ທີ່​ຢູ່​ໃນ​ຕຳ​ແໜ່​ງ ຜູ້ຄວບຄຸມ​ງານ ໂດຍໃຊ້​ເວລາ​​ຮ່ຳ ຮຽນ 14 ເດືອນ​ ຊຶ່ງບົດຮຽນ​ດັ່ງກ່າວ ຈະ​ເປັນ​ຄວາມ​ຮູ້​ທີ່​ສາມາດ​ນຳ​ໄປ​ໃຊ້ໃນ​​ການ​ເຮັດ​ວຽກ ​ຫລື​ ການ​ດຳລົງ​ຊີວິດ​ຕົວ​ຈິງ​ໃຫ້​ມີ​ປະ ສິດທິ​ຜົນ.

No comments:

Post a Comment