Ad

Ad

11 November 2013

ບໍລິສັດເບຍລາວມອບອຸປະກອນການສຶກສາຊັ້ນປະຖົມໃຫ້ 47 ເມືອງທຸກຍາກໃນສົກປີ 2013-2014



    ໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງລັດຖະບານເພື່ອລົບລ້າງຄວາມທຸກ ຍາກໃຫ້ສຳ ເລັດໃນປີ 2020, ບໍລິສັດ ເບຍລາວກໍເປັນບໍລິສັດໜື່ງທີ່ນຳໜ້າ ໃນການ ປະກອບສ່ວນຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ ໂດຍສະເພາະ ແມ່ນບໍ ລິສັດເບຍລາວ ໄດ້ມີໂຄງການໃຫ້ທຶນເພື່ອຜະລິດປື້ມແບບຮຽນ ແລະ ຄູ່ມື ການສອນຂອງຄູເພື່ອຊ່ວຍເຫລືອບັນດາ ໂຮງຮຽນຊັ້ນປະຖົມໃນ 47 ເມືອງທຸກຍາກ ໃນທົ່ວປະເທດຢ່າງຕໍ່ເນື່ອງ.
      ໂຄງການສະໜອງອຸປະກອນການສຶກສາໃຫ້ແກ່ 47 ເມືອງທຸກຍາກ ຂອງ ສປປ.ລາວ ຂອງກະຊວງສຶກສາເພື່ອຊຸກຍູ້ສົ່ງ ເສີມໃຫ້ນັກຮຽນມີຄວາມຮູ້ຄວາມສາມາດ ແລະ ມີອຸປະກອນການຮຽນການສອນທີ່ດີນັ້ນໃນວັນທີ 31 ຕຸລາ 2013 ຜ່ານ ມານີ້, ບໍລິສັດ ເບຍລາວນຳ ໂດຍ ທ່ານ ບຸນກັນ ກຸນລະບຸດ ຫົວ ໜ້າຝ່າຍຈິດຈະກຳ ແລະ ປະຊາ ສຳພັນ ຂອງບໍລິ ເບຍລາວ ພ້ອມ ຄະນະໄປມອບປື້ມ ແບບຮຽນ ແລະ ຄູມືການສອນ ຂອງຄູຄັ້ງທີ VII ລວມມູນ ຄ່າ300 ລ້ານກີບ ໃຫ້ແກ່ 4 ເມືອງ
ທຸກຍາກຂອງ ແຂວງຫົວພັນຄື: ເມືອງກວັນ, ເມືອງຫົວເມືອງ, ເມືອງວຽງໄຊ ແລະ ເມືອງສົບເບົາ, ໂດຍກ່າວ ຮັບຂອງຄະ ນະສຶກສາເມືອງ, ຄະ ນະອຳນວຍການ ແລະ ມີນ້ອງ ນັກຮຽນເຂົ້າຮ່ວມ.
      ການຊ່ວຍເຫລືອຂອງບໍລິສັດ ເບຍລາວໃນໂຄງການສະໜອງອຸປະກອນການສຶກສາໃຫ້ແກ່ 47 ເມືອງທຸກຍາກຂອງ ສປປ.ລາວ ຂອງກະຊວງສຶກສາໃຫ້ແກ່ເມືອງທຸກຍາກ ນີ້ເພື່ອໃຫ້ນັກຮຽນ ຢູ່ທ້ອງຖິ່ນຫ່າງໄກສອກຫລີກໄດ້ຮັບການສຶກສາ ເປັນລະບົບ ແລະ ຕໍ່ເນື່ອງຄືກັນກັບໂຮງຮຽນອື່ນໆ ໃນຕົວເມືອງ.ອິກດ້ານໜື່ງກໍ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ສຶກສາ, ສາທາລະນະ​ສຸກ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕ້ານ​ປາກົດ​ການ​ຫຍໍ້​ທໍ້​ ແລະ ອື່ນໆ. ການມອບ ອຸປະກອນການສຶກສາໃຫ້ນັກຮຽນເມືອງຍາກປີນີ້ກໍໄດ້​ປະຕິບັດ​ຕາມ​ຄຳ​ຂວັນ​ໃນ​ໂອກາດ​ຄົບຮອບ 40 ປີແຫ່ງ​ການ​ສ້າງຕັ້ງ ບໍລິສັດ​ ເບຍ​ລາວ​ທີ່ວ່າ  “​40 ປີ​ແຫ່ງ​ຄວາມ​ຈິງ​ໃຈຮັບ​ໃຊ້ສັງຄົມ​ດ້ວຍ​ຄວາມ​ຮັບຜິ​ດຊອບ”.

No comments:

Post a Comment