Ad

Ad

8 November 2013

ທ່ານຮອງນາຍົກ ອາຊາງ ລາວລີ ເນັ້ນໃຫ້ແກ້ໄຂຂໍ້ຄົງຄ້າງໃນຂະແຫນງແຮງງານ



         ​ໃນ​ລະຫວ່າງ​ການ​ເຂົ້າຮ່ວມ​ກອງ​ປະຊຸມ ​ແລະ ​ໃຫ້​ກຽດ​ໂອ້​ລົມ​ຕໍ່​ຄະນະ​ຜູ້​​ແທນ​ກອງປະຊຸມ​ແຮງ​ງານ ​ແລະ​ ສະຫວັດດີ​ການ​ສັງຄົມ​ທົ່ວ​ປະ​ເທດປະຈຳ​ປີ 2013 ​ໃນ​ວັນ​ທີ 7 ພະຈິກ​ນີ້, ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະ ມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ວັດທະນະທຳ- ສັງຄົມ ​ໄດ້​ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ຂະ​ແໜງ​ການ​ແຮງ​ງານ​ທີ່​ຍາດ​ມາ​ໄດ້ ​ແລະ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ຄະນະ​ນຳ​ຂະ​ແໜງ​ການ​ດັ່ງກ່າວ​ຈົ່ງ​ຮີບ​ຮ້ອນ​ແກ້​ໄຂ​ບັນຫາ​ຄົງ​ຄ້າງ​ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ໃຫ້​ສຳ​ເລັດ​ຢ່າງ​ຂາດ​ຕົວ.
         ຂໍ້ຄົງຄ້າງ​ດັ່ງກ່າວ​ລວມມີ​ການ​ພັດທະນາ​ກຳລັງ​ແຮງ​ງານ​ລາວ ​ເຖິງ​ວ່າ​​ເປັນ​ວຽກ​ຈຸດ​ສຸມ​ບູລິ​ມະ​ສິດ​ຂອງ​ກະຊວງ, ​ແຕ່​ກໍ​ຍັງ​ມີ​ຂໍ້​ຈຳກັດ​ຫລາຍ​ປະການ ​ເປັນຕົ້ນສີ ມື​ແຮງ​ງານ​ລາວ​ສ່ວນ​ຫລາຍ​ຍັງ​ມີ​ມາດ ຕະຖານ​ຕ່ຳ, ບໍ່​​ສາມາດ​ແຂ່ງຂັນ​ກັບ​ແຮງ​ງານ​ຕ່າງປະ​ເທດ​ໄດ້, ການ​ປະຕິບັດ​ລະບຽບ​ວິ​ໄນ​ອອກ​ແຮງ​ງານ​ຍັງ​ບໍ່​ທັນ​​ດີ, ​ບໍ່​​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ຜູ້​ໃຊ້​ແຮງ​ງານ; ການ​ເຝິກອົບຮົມ​ວິຊາ​ຊີບ ​ແລະ ພັດທະນາ​ສີມື​ແຮງ​ງານ​ຍັງ​ບໍ່​ທັນ​ກວ້າງຂວາງ ​ແລະ ບໍ່​ສອດ ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ; ການ ຈັດຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ພົນ ລະ​ເມືອງ​ລາວ​ຍັງ​ບໍ່​ທັນ​ປະ ຕິບັດ​ໄດ້​ດີ ​ແລະ ​ເປັນ​ລະບົບ​ ຈຶ່ງ​ເຮັດ​ໃຫ້​ມີ​ບັນຫາ​ວ່າງ​ງານ ​ແລະ ມີ​ການ​ລັກລອບ​ໄປ​ອອກ​ແຮງ​ງານ​ຢູ່​ປະ​ເທດ​ໃກ້​ຄຽງໂດຍ​ສະ​ເພາະ​ໃນ​ຖັນ​
ແຖວ​ຂອງ​ຊາວ​ໜຸ່ມ; ການ​ຄຸ້ມ​ຄອງ​ຜູ້​ອອກ​ແຮງ​ງານ​ທີ່​ເຮັດ​ວຽກ​ໃນ​ຫົວໜ່ວຍ​ແຮງ​ງານ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ທີ່​ເຈົ້າໜ້າ​ທີ່​ກວດກາ​ແຮງ​ງານ​ບໍ່​ສາມາດ​ເຂົ້າ​ເຖິງ​ຍັງ​ຮັບ​ຮູ້​ດ້ານ​ລະບຽບ​ກົດໝາຍ​ບໍ່​ເລິກ​ເຊິ່ງ ​ແລະ ນິຕິ​ກຳ​ຕ່າງໆ​ກ່ຽວ​ກັບ​ແຮງ​ງານ ​ແລະ ການ​ກຳນົດ​ຄ່າ​ແຮງ​ງານ​ຂອງ​ຫົວໜ່ວຍ​ແຮງ​ງານ​ແມ່ນ​ຍັງ​ຂຶ້ນກັບ​ຜູ້​ໃຊ້​ແຮງ​ງານ. ຜູ້​ໃຊ້​ແຮງ​ງານ​ຈຳນວນ​ໜຶ່ງ​ບໍ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບ​ກົດໝາຍ​ທີ່​ມີ​ຢູ່ ​ໂດຍ​ສວຍ​ໃຊ້​ຊ່ອງ​ຫວ່າງ​ເຈົ້າໜ້າ​ທີ່​ກວດກາ​ແຮງ​ງານ​ເຂົ້າ​ໄປ​ກວດກາ​ບໍ່​ທົ່ວ​ເຖິງ ​ເພື່ອ​​ເອົາ​ລັດ​ເອົາ​ປຽບ​ຄ່າ​ຈ້າງ​ຂອງ​ຜູ້​ອອກ​ແຮງ​ງານ. ​ແຮງ​ງານ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ລາວ, ​ເຖິງ​ວ່າ​ໄດ້​ມີ​ຄວາມ​ພະຍາ ຍາມ ​ແລະ ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຕໍ່​ເນື່ອງ, ​ແຕ່​ກໍ​ຍັງ​ປະຕິບັດ​ບໍ່​ທັນ​ໄດ້​ດີ, ມີ​ລັກສະນະ​ຊະຊາຍ​. ບັນຫາ​ເຫລົ່ານີ້ມີ​ຜົນ​ກະທົບ​ບໍ່​ໜ້ອຍ​ຕໍ່​ການ​ລົງທຶນ ກໍ​ຄື​ການ​ພັດ ທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ເຮົາ​ໃນ​ປັດຈຸບັນ. ສະ ນັ້ນ ຖ້າ​ບໍ່​ແກ້​ໄຂ​ໄວ​ກໍ​ຈະ​ກາຍ​ເປັນ​ບັນຫາ​ທີ່​ໜັກໜ່ວງ​ໃນຕໍ່ໜ້າ ​ໂດຍ​ສະ​ເພາະ​ພາຍຫລັງ​ການ​ເຂົ້າຮ່ວມ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ນອກຈາກ​ນີ້ ການຈັດຕັ້ງ ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ​ບໍ່​ທັນ​ຄ່ອງ​ຕົວ, ການ​ຂະຫຍາຍ​ອັດຕາ​ການ​ຄຸ້ມ​ຄອງ​ຂອງ​ລະບົບ​ປະກັນ​ສັງຄົມ ​ແລະ ການ​ປະ ກັນ​ສຸຂະພາບ​ຍັງ​ຊັກ​ຊ້າ ​ແລະ ​ໂຕ​ເລກ​ອັດຕາ​ການ​ປົກ​ຄຸມ​ກໍ​ຍັງ​ມີ​ລັກສະ ນະ​ຕ່ຳ​ຢູ່; ບໍ່​ທັນ​ມີ​ວິທີ​ການ​ໃນ​ການ​ປະສານ​ສົມທົບ​ກັບ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ເພື່ອ​ປັບປຸງ​ຂອດ​ການ​ບໍລິການ​ປິ່ນປົວ​ສຸຂະພາບ; ພະນັກ ງານ​ທີ່​ເຮັດ​ໜ້າ​ທີ່​ໃນ​ຂອດ​ບໍລິການ​ປິ່ນປົວ​ຈຳນວນ​ໜຶ່ງ​ມີ​ແນວ​ຄິດ​ໃນ​ຕົວ, ມີ​ທ່າ​ທີ​ບໍ່​ເໝາະ​ສົມ, ບໍ່​ກຳ​ແໜ້ນ​ທັດສະນະ​ຂອງ​ພັກ​ເຮົາ​ທີ່​ວ່າ: “ລັດ​ຂອງ​ພວກ​ເຮົາ​ແມ່ນ​ມາ​ຈາກ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ ຊາຊົນ”. ບັນຫານີ້ ພະນັກງານ​ທີ່​ຮັບຜິດຊອບ​ຂອດ​ການ​ບໍລິການ​ຕ້ອງ​ມີ​ການ​ປັບປຸງ​ທັດສະນະ​ຄືນ​ໃໝ່ ​ເພື່ອ​ບໍລິການ​ຮັບ​ໃຊ້​ປະຊາຊົນ​ໃຫ້​ດີ​ທີ່​ສຸດ; ການຈັດຕັ້ງປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກງານ​ປະຕິວັດ​ອາວຸ​ໂສ​ຜູ້​ທີ່​ມີ​ຜົນງານ ​ແລະ ຄຸນ ງາມຄວາມດີ​ຕໍ່​ການ​ປະຕິວັດ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ຄອງ​ຄອຍ ​ແລະ ການ​ເລັ່ງທ່ວງຂອງ​ບັນດາ​ເປົ້າໝາຍ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ນະ​ໂຍບາຍ​ຕາມ​ດຳລັດ​ໄດ້​ກຳນົດ​ໄວ້ ອັນ​ເນື່ອງ​ຈາກ​ຄວາມ​ສາມາດ​ການ​ສະໜອງ​ດ້ານ​ງົບປະມານ​ຍັງ​ຈຳກັດ;ອົງການ​ປົກຄອງ​ທ້ອງ​ ຖິ່ນ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ເປັນ​ເຈົ້າ ການ​ປຸກລະດົມ​ສັງຄົມ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການສະ​ແດງ​ຄວາມ​ກະ ຕັນ​ຍູ້​ຮູ້​ບຸນຄຸນ​ຕໍ່​ພະນັກງານ​ປະຕິ ວັດ​ອາວຸ​ໂສ​ຫລາຍ​ພໍ​ເທົ່າ​ໃດ ​ແລະ ຍັງ​ບໍ່​ທັນ​ມີ​ວິທີ​ການ​ຊ່ວຍ​ເຫລືອ​ພະ ນັກງານ​ປະຕິວັດ​ອາວຸ​ໂສ​ໃນ​ເວ ລາ​ມີ​ຄວາມ​ຈຳ​ເປັນ, ສ່ວນ​ຫລາຍ​ແມ່ນ​ເອື່ອຍ​ອີງ​ໃສ່​ແຕ່​ສູນ​ກາງ; ກາ​ນສ້າງ ​ແລະ ປັບປຸງ​ນິຕິ​ກຳ​ ​ເຖິງ​ແມ່ນ​ໄດ້​ເຮັດ​ຢ່າງ​ຕໍ່​ເນື່ອງ ​ແຕ່​ບໍ່​ທັນ​ເປັນ​ລະບົບ​ຄົບ​ຊຸດ, ​ເນື້ອ​ໃນ​ຍັງ​ບໍ່​ທັນ​ຮັດກຸມ ​ມີ​ບາງ​ດ້ານ​ຍັງ​ບໍ່​ທັນ​ແທດ​ເໝາະ​ກັບ​ຄວາມ​ສາມາດ​ຕົວ​ຈິງ; ການ​ປະຕິບັດ​ນະ​ໂຍບາຍ​ສົງ​ເຄາະ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ ພິບັດ​ຕ່າງໆ, ຜູ້​ດ້ອຍ​ໂອກາດ​ໃນ​ສັງຄົມ​ຍັງ​ບໍ່​ທັນ​ເປັນ​ລະບົບ ​ແລະ ບໍ່​ທັນ​ເປັນ​ການບັນ​ເທົາ​ທຸກ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ​ແລະ ບໍ່​ທັນ​ມີ​ວິທີ​ການ​ພັດທະນາ​ກຸ່ມ​ເປົ້າໝາຍ​ດັ່ງ ກ່າວ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າສາ ມາດ​ປັບປຸງ​ຄຸນ​ນະພາ​ບຊີວິດ ​ແລະ ຊ່ວຍ​ເຫລືອຕົນ​ເອງ​ໄດ້​ຢ່າງ​ຍາວ​ນານ; ການ​ປະຕິບັດ​ວຽກ​ງານ 3 ສ້າງ ຍັງ​ເຫັນ​ວ່າການ​ມອບ​ສິດ​ໃນ​ການ​ຕົກລົງ​ແກ້​ໄຂ​ບັນຫາ ​ແລະ ມອບ​ຄວາມ​ຮັບຜິດ ຊອບ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ຕ່າງໆ ລະຫວ່າງ​ອົງການ​ມະຫາ​ພາກ ​ແລະ ຈຸ​ລະ​ພາກ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ຂາດ​ຕົວ. ພ້ອມ​ກັນນັ້ນ ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ເສີມ​ຂະ ຫຍາຍ​ສິດ​ເປັນ​ເຈົ້າຂອງ​ຕົນ​ຢ່າງ​ແທ້​ຈິງ ຍັງ​ເອື່ອຍ​ອີງ​ໃສ່​ແຕ່​ກະ ຊວງ​ເປັນ​ສ່ວນ​ໃຫຍ່.ຈາກ​ສະພາບ​ ການ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້ການ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ຍັງ​ມີ​ການ​ຫັນ ປ່ຽນ​ຊັກ​ຊ້າ.
         ຕໍ່​ບັນຫາ​ຂໍ້ຄົງຄ້າງ​ ​ແລະ ສິ່ງທ້າ​ທາຍ​ທີ່​ກ່າວ​ມານັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໃຫ້​ຂະ​ແໜງ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນສັງຄົມ​ຕ້ອງ​ໄດ້​ເລັ່ງ​ເອົາ​ໃຈ​ໃສ່​ໃນ​ການຄົ້ນຄວ້າ ຊອກ​ຫາ​ວິທີ​ການ ​ແລະ ມາດ​ຕະການ​ແກ້​ໄຂ​ຢ່າງ​ຈິງ​ຈັງ.

No comments:

Post a Comment