Ad

Ad

8 November 2013

ງານວາງສະແດງສິນຄ້າຍີ່ປຸ່ນຢູ່ນະຄອນຫລວງວຽງຈັນ



             ອົງການ​ ການ​ຄ້າ​ພາຍ​ນອກ​ຍີ່ປຸ່ນ  ( JETRO  ) ແລະ ອົງການ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ລັດຖະບານ​ຍີ່ປຸ່ນ ໄດ້​ຈັດງານ​​ວາງສະ​ແດງ​ສິນຄ້າ​ຍີ່ປຸ່ນຂຶ້ນ​ແຕ່​ວັນ​ທີ 7-9 ພະຈິກ 2013 ທີ່ ຫໍ​ວັດ​ທະນະ​ທຳ​ແຫ່​ງ ຊາດນະຄອນ ຫລວງ​ວຽງ​ຈັນ ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ​ສາຍ​ພົວພັນ​ມິດ ຕະພາບ​ ​ແລະ ການ​ຮ່ວມ​ມື ລະ ຫວ່າງ​ອາ​ຊຽນ ແລະ ຍີ່ປຸ່ນ ຄົບ ຮອບ 40 ປີ ​ໂດຍມີ​ທ່ານ  ຮີ​ໂຣະຢຸ ກິ ກິ​ຊິ​ໂນະ ​ເອກ​ອັກຄະຣາຊະ​ທູ​ດ​ ວິສາມັນຜູ້ມີອຳນາດເຕັມຍີ່ປຸ່ນ​ປະຈຳ ລາວ, ທ່ານ ເຂັມ​ມະນີ ພົນ​ເສນາ​ ລັດຖະມົນຕີຊ່ວຍ​ວ່າການ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ເຂົ້າ​ຮ່ວມ​ເປີດ​ພິທີ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 7 ພະຈິກ 2013 ນີ້​.
             ການຈັດ​ງານ​ໃນ​ຄັ້ງ​ນີ້ ມີ​ ຮ້ານ​ວາງສະ​ແດງ ​​ແລະ  ຮ້ານ​ຂາຍ​ສິນຄ້າ​ ທັງ​ໝົດ 25 ຮ້ານ ທີ່​ມາ​ຈາກ 21 ບໍລິ ສັດ ​ ​ໂດຍ​ມີຈຸດປະສົງ​​ ເພື່ອສົ່ງ​ເສີມ​ຊຸກ​ຍູ້​ຜົນ​ປະ​ໂຫຍ​ດຂອງ​ການ​ຄ້າ ​ແລະ ການ​ລົງທຶນ​ເຊິ່ງກັນ ແລະ ກັນລະ ຫວ່າງ 2 ປະ​ເທດ
ລາວ-ຍີ່ປຸ່ນ ໃຫ້​ມີ​ປະສິດທິພາບ​ຍິ່ງໆ​ຂຶ້ນ ແລະ ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ​ງານ​ບຸນ​ປະ​ໂຫລານ​ຍີ່ປຸ່ນ ແລະ ສະຫລອງ​ຄົບ​ຮອບ 40 ປີ ແຫ່ງ ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ- ຍີ່ປຸ່ນ.
       ໃນ​ໂອກາດ​ດັ່ງກ່າວ ທ່ານ ເຊ​ຊິ​ໂອະ ອິຈຸ​ຈິ ຕາງໜ້າ​ຜູ້ນຳ​ອາ​ຊຽນ ແລະ ອາຊີ​ໃຕ້ ຂອງ​ເຈ​ໂຊ ​ໃຫ້​ຮູ້​ວ່າ: ຕະ ຫລອດ​ໄລຍະ 2-3 ປີ ຜ່ານ​ມາ ອົງການ​ການ​ຄ້າ​ພາຍ​ນອກ​ຍີ່ປຸ່ນ   ​ໄດ້​ໃຫ້ການ​ສະໜັບສະໜູນ​ເຕັມທີ່​ກັບ​ບໍລິສັດ​ທີ່​ກຳລັງ​ຄົ້ນຄວ້າ​ການ​ລົງທຶນ ແລະ ບໍລິສັດ​ທີ່​ກຳລັງ​ລົງທຶນ​ໃນ​ ສປປ. ລາວ. ພວກ​ເຮົາ​ໄດ້​ແບ່ງ​ປັນ​ຂໍ້​ມູນ​​ຕ່າງໆ​ໂດຍ​ສະ​ເພາະ​​ຂໍ້​ມູນ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ອຸດ ສາຫະກຳ ​ແລະ ພວກ​ເຮົາ​ເຊື່ອ​ວ່າການ​ຈັດ​ງານ​ໃນ​ຄັ້ງ​ນີ້​ຈະ​ຊ່ວຍ​ເຊື່ອມ​ຕໍ່​ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ສອງ​ປະ​ເທດຍີ່ປຸ່ນ-​ລາວ, ລາວ- ຍີ່ປຸ່ນຫລາຍ​ຂຶ້ນ.

No comments:

Post a Comment