Ad

Ad

8 November 2013

ການ​ລົງທຶນ​​ໃນເຂດເສດຖະກິດ​ພິ​ເສດ ​ແລະ ສະ​ເພາະ​ພວມ​ມີ​ບັນຍາກາດ​ຄຶກຄື້ນ



      ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ການ​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ສະ​ເພາະໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ພວມ​ມີ​ບັນຍາກາດ​ຄຶກ ຄື້ນ. ຂະນະ​ທີ່ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ, ​ເຂດ​ນິຄົມ​ອຸດສາຫະກຳ ​ແລະ ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ ຈະ​ກ້າວ​ສູ່​ການ​ນຳ​ໃຊ້​ການ​ຄຸ້ມ​ຄອງ​ດ້ວຍ​ລະບົບ​ອີ​ເລັກ​ໂຕຣນິກທັນ​ສະ​ໄໝ.
       ກະຊວງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ລັດຖະບານ​ໄດ້​ອະນຸຍາດ​ສ້າງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ສະ​ເພາະ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈຳນວນ 10 ​ເຂດ ລວມມູນ​ຄ່າ 4 ຕື້ ກວ່າ​​ໂດ​ລາ​ສະຫະລັດ ​ແລະ ອາດ​ ມີ​ການ​ຈັດ​ສັນ​ຕື່ມ​ອີກ 1 ​ເຂດ​ເສດຖະກິດຢູ່​ດ່ານ​ສາກົນ​ມິດ​ຕະພາບລາວ-​ໄທນ້ຳ​ເທືອງ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ.
         ສຳລັບ​ເຂດ​ເສດຖະກິດ​ ສະ​ຫວັນ-​ເຊ​ໂນ ມີ​ນັກ​ລົງທຶນ​ເຂົ້າມາ​ເຊົ່າ​ທີ່​ດິນ​ແລ້ວ​ຈຳນວນ 36 ຕອນ ກວມ​ເນື້ອທີ່ 9,5 ​ເຮັກຕາ ​ແລະ ​ໄດ້​ອະນຸຍາດ​ນຳ​ເຂົ້າ​ແຮງ​ງານ​ຈາກ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ, ອະນຸ ຍາດ​ການ​ນຳ​ເຂົ້າ​ເຄື່ອງ​ຈັກ ​ແລະ ວັດຖຸ​
ອຸປະກອນ​ຮັບ​ໃຊ້​ການ​ຜະ ລິດ, ​ໄດ້​ສົ່ງ​ອອກ​ອຸປະກອນ​ປະ ກອບ​ຕັ່ງ​ນັ່ງ​ໃນ​ເຮືອບິນ (Mouth BMT Rev E2) ມູນ​ຄ່າ 187 ພັນ​ໂດ​ລາ​ສະຫະລັດ, ສ່ວນ​ການ​ພັດ ທະນາ​ພື້ນຖານ​ໂຄງ​ລ່າງ​ຈຸດ A ການ​ກໍ່ສ້າງ​ອາຄານ​ປະຕິບັດ​ໄດ້ 70%, ຈຸດ C ກໍ່ສ້າງ​ໂຮງງານ​ບໍລິ ສັດ​ເອສ​ເຈ​ເຄ ປະຕິບັດ​ໄດ້ 90% ​ແລະ ການ​ກໍ່ສ້າງ​ສຳນັກງານ​ບໍລິ ສັດ​ສະ​ຫວັນ​ປາຊີ​ຟິກ ປະຕິບັດ​ໄດ້ 40%, ​ເຂດ​​ເສດຖະກິດ​ພິ​ເສດ​ສາມ ຫລ່ຽມ​ຄຳ​ມີ 20 ບໍລິສັດ​ເຂົ້າມາ​ລົງທຶນ ມູນ​ຄ່າ 65 ລ້ານ​ກວ່າ​ໂດ​ລາ, ມີ 124 ຫ້າງ​ຮ້ານ​ທີ່​ຂຶ້ນທະ ບຽນ​ວິ​ສາ​ຫະກິດ​ເຂດ​ເສດຖະກິດ​ສະ​ເພາະ​ບໍ່​ເຕນ​ແດນ​ງາມ ພາຍ ຫລັງ​ໄດ້​ຢຸດ​ກິດຈະການ​ກາ​ຊິ​ໂນ​ໃນຕົ້ນປີ 2011 ການ​ພັດທະນາ​ໄດ້​ຫັນປ່ຽນ​ຮູບ​ແບບ​ໃໝ່ ​ເພີ່ມ​ການ​ລົງທຶນ​ຈາກ 103 ລ້ານ ມາ​ເປັນ 500 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສ້າງສາ​ງສິນຄ້າ, ສູນ​ກັກ​ກັນ​ພືດ, ສະໜາມກ໊ອບ ​ແລະ ອື່ນໆ, ​ເຂດ​ເສດຖະກິດ​ສະ​ເພາະ​ນິຄົມ​ອຸດສາ ຫະກຳ ​ແລະ ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ​ມີ 17 ບໍລິສັດ​ມາ​ລົງທຶນ ມູນ​ຄ່າ 30 ລ້ານ​ໂດ​ລາ​ສະຫະລັດ ​ແລະ ປັດຈຸບັນ​ຍັງ​ສຸມ​ໃສ່​ການ​ພັດ ທະນາ​ພື້ນຖານ​ໂຄງ​ລ່າງ, ​ເຂດ​ເສດຖະກິດ​ສະ​ເພາະ​ພູ​ຂຽວ​ມີ 4 ບໍລິສັດ​ເຂົ້າມາ​ລົງທຶນ ​ແລະ ຢູ່​ໃນ​ລະຫວ່າງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ປັດຈຸບັນ​ສາມາດ​ຊົດ​ເຊີຍ​ດິນ​ແລ້ວ 83 ຕອນ ​ເປັນ​ເງິນ 32 ຕື້ກີບ, ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດ ຫລວງສາມາດ​ຊົດ​ເຊີຍ​​ເວນ​ຄືນ​ທີ່​ດິນ 356 ຕອນ ຈາກ​ທັງ​ໝົດ 458 ຕອນ ​ແລະ ພວມ​ສຸມ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ, ພວມ​ສຸມ​​ໃສ່​ການ​ແກ້​ໄຂ​ບັນຫາ​ເນື້ອທີ່​ດິນ​ຂອງ​ປະ ຊາຊົນ​ບໍລິ​ເວນ​ທາງ​ເຂົ້າ​ເຂດ, ​ເຂດ​ເສດຖະກິດ​ສະ​ເພາະ​ທ່າ​ແຂກ ມີ 11 ບໍລິສັດ​ລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈ​ແຜນ​ລົງທຶນ​ປະ ມານ 286 ລ້ານ​ກວ່າ​ໂດ​ລາ​ສະຫະ ລັດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ລອງ​ແທັງ-ວຽງ​ຈັນ​ແມ່ນ​ບໍລິສັດ​ເຄ​ເອັນ​ເປັນ​ຜູ້​ລົງທຶນ​ປະ ມານ 1 ຕື້​ໂດ​ລາ​ສະຫະລັດ ​ໃນ​ການ​ພັດທະນາ​ສະໜາມກ໊ອບ ​ແລະ ສິ່ງ​ປຸກ​ສ້າງ​ອື່ນ​ໆ​ພາຍ​ໃນ​ເຂດ. ​ເວົ້າລວມ​ແລ້ວ​ ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ສະ​ເພາະ​ແມ່ນ​ທ່າ​ແຮງ​ສຳຄັນ​ໃນ​ການ​ທຸລະ​ກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ເຂົ້າມາ​ລົງທຶນ​ຢູ່​ປະ​ເທດ​ເຮົາ​ໃຫ້​ຫລາຍ​ຂຶ້ນ​ເພື່ອ​ປະກອບສ່ວນ​ພັດທະນາ​ເສດຖະກິດ​ຂອງ​ຊາດ​ໃຫ້​ເຂັ້ມແຂງ.

No comments:

Post a Comment