ນັບວ່າເປັນມື້ທີ 8 ທີ່ເຈົ້າໜ້າທີ່ຈະລາຈອນນະຄອນຫລວງຈັດ ຕັ້ງປະຕິບັດດຳເນີນມາດຕະການຕໍ່ຜູ້ຂັບຂີ່ລະເມີດກົດໝາຍຈະລາ
ຈອນຢູ່ນະຄອນຫລວງວຽງຈັນ ພາຍຫລັງມີແຈ້ງການຈາກຫົວ ໜ້າກອງບັນຊາການ ປກສ ນະຄອນຫລວງ
ເພື່ອໃຫ້ດຳເນີນມາດຕະການຕໍ່ຜູ້ກະທຳຜິດລະເມີດລະ ບຽບຢູ່ຕາມທ້ອງຖະໜົນໃນຕົວເມືອງ
ເປັນຕົ້ນ ການກວດກາພາ ຫະນະທີ່ບໍ່ມີປ້າຍ,ປ້າຍບໍ່ຖືກຕ້ອງ, ປ້າຍຈີກຂາດ, ໂຕໜັງສື
ຫລື ໂຕເລກລຶບ; ກວດກາຄວາມໄວ; ກວດກາທາດເຫລົ້ານຳຜູ້ຂັບຂີ່; ການໃສ່ໝວກກັນກະທົບເວລາຂັບຂີ່
ແລະ ຊ້ອນທ້າຍລົດຈັກ; ການຍົກ, ລັອກລໍ້ພາ ຫະນະທີ່ຈອດບໍ່ຖືກຕ້ອງກີດຂວາງການສັນຈອນ;
ການນຳໃຊ້ແຄມທາງສັນຈອນ ຫລື ທາງຄົນຍ່າງເປັນບ່ອນຄ້າ ຂາຍ, ບໍລິການຈອດລົດ.
ເຖິງຢ່າງໃດກໍດີ, ແມ່ນວ່າທາງເຈົ້າໜ້າທີ່ກ່ຽວຂ້ອງຈະເຄື່ອນໄຫວວຽກງານຈັດຕັ້ງປະ
ຕິບັດມາດຕະການດັ່ງກ່າວດ້ວຍຄວາມເອົາໃຈໃສ່, ເມື່ອເບິ່ງລວມແລ້ວເຫັນວ່າການຈອດລົດຢູ່ຕາມສະຖານທີ່ທີ່ມີປ້າຍຫ້າມຈອດຢູ່ແຄມຖະໜົນສາຍສຳຄັນ
ແລະ ສະຖານທີ່ຫວງຫ້າມນັບວ່າຍັງຢູ່ໃນສະພາບເດີມ ແລະ ບໍ່ມີຫຍັງ ປ່ຽນແປງຫລາຍ
ໂດຍສະເພາະການຈອດລົດຢູ່ຕາມ
ເສັ້ນທາງຄູ່-ຄີກ, ຈອດລົດຕັນທາງຍ່າງ ແລະ ຕໍ່ໜ້າສຳນັກງານອົງການ
ກໍນັບວ່າຍັງສືບຕໍ່ມີຫລາຍ ເຊິ່ງບັນ ຫາເຫລົ່າ ນີ້ບໍ່ແມ່ນຜູ້ຂັບຂີ່ບໍ່ເຂົ້າໃຈຕໍ່ກົດລະ
ບຽບຈະລາຈອນ, ແຕ່ມີເຈດຕະນາຈອດເພື່ອຄວາມມັກ ງ່າຍ ເຫັນແກ່ໂຕຫລາຍກວ່າ
ເຊິ່ງ ການກະທຳດັ່ງກ່າວນອກຈາກສ້າງຄວາມບໍ່ເປັນລະບຽບແລ້ວ ຍັງເຮັດໃຫ້ເກີດການກີດຂວາງ
ການສັນຈອນໄປມາຂອງພາຫະ ນະຢູ່ຕາມທ້ອງຖະໜົນເກີດຄວາມແອອັດສັບສົນຂຶ້ນ ຕື່ມອີກ.
ດັ່ງນັ້ນ ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ພາກ ສ່ວນກ່ຽວຂ້ອງຕ້ອງໄດ້ເພີ່ມທະວີເອົາໃຈໃສ່ເລັ່ງປະຕິບັດແຈ້ງການຂອງຫົວໜ້າ
ປກສ ນະຄອນ ຫລວງ ສະບັບວັນທີ 7 ຕຸລາ 2013 ໃຫ້ເຂັ້ມງວດເພື່ອໃຫ້ສະພາບການສັນຈອນ,
ການຈອດລົດໃນຕົວເມືອງມີຄວາມເປັນລະບຽບຂຶ້ນກວ່ານີ້.

ມັນກໍ່ດີຄືກັນ, ແຕ່ຍັງເຫັນວ່າເຂດທາງມ້າລາຍທີ່ໃຊ້ສຳລັບຄົນຂ້າມຍັງເປັນບ່ອນຂ້າມຂອງລົດຈັກອີກດ້ວຍ.
ReplyDelete