Ad

Ad

8 November 2013

ທະນາຄານ​ຮ່ວມ​ພັດທະນາ​ເປີດ​ໜ່ວຍ​ບໍລິການສີໄຄ



       ໃນຕອນຄ່ຳວັນທີ 6 ພະຈິກນີ້, ທະນາຄານຮ່ວມພັດທະນາ ໄດ້ຈັດພິທີເປີດ ໜ່ວຍບໍລິການສີໄຄ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ ຢ່າງເປັນທາງ ການໂດຍການເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະຊາວໜຸ່ມປະ ຊາຊົນປະຕິວັດ ລາວ, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ທອງຄູນ ແສງດາຣາ ເຈົ້າເມືອງສີໂຄດຕະບອງ, ມີຄະນະບໍລິຫານງານ ຂອງທະນາຄານ, ແຂກຖືກເຊີນ ແລະ ລູກຄ້າ ເຂົ້າຮ່ວມຢ່າງຫລວງຫລາຍ.
        ທ່ານ ທອງຈະເລີນ ເຄນມິງ ມົງຄົນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມ ພັດທະນາກ່າວວ່າ: ພາຍຫລັງມີ ການມອບ-ຮັບທຸລະ ກິດເປັນຂອງເອກະຊົນລາວ 100% ຢ່າງເປັນທາງການ ເມື່ອ ທ້າຍປີ 2012 ຜ່ານມາ ໄດ້ສ້າງ ເງື່ອນໄຂ ແລະ ທ່າແຮງໃໝ່ ເພື່ອ ສ້າງທະນາຄານໃຫ້ເຕີບໃຫຍ່ຂະ ຫຍາຍຕົວກຽມພ້ອມເຂົ້າຕະ ຫລາດຫລັກຊັບ ແລະ ເຂົ້າສູ່ປະ ຊາຄົມເສດຖະກິດອາຊຽນ. ການ ເປີດໜ່ວຍບໍລິການ ສີໄຄເທື່ອນີ້ ຈະຊ່ວຍໃຫ້ທະ ນາຄານ ສາມາດຕອບສະໜອງການບໍລິການດ້ານການເງິນໃຫ້ແກ່ລູກຄ້າໄດ້ກວ້າງຂວາງຂຶ້ນຕື່ມທັງເປັນການປະກອບສ່ວນໃນການ ພັດທະນາເສດຖະກິດຂອງນະຄອນຫລວງກໍຄືຂອງຊາດ.

        ທ່ານ ວິວັດ ກິດຕິພົງໂກສົນ ປະທານທີ່ປຶກສາເສດຖະກິດຂອງທະນາຄານຮ່ວມພັດທະນາກ່າວ ວ່າ: ທະນາ ຄານຮ່ວມພັດທະນາສ້າງຂຶ້ນໃນປີ 1989 ພວກເຮົາມີເປົ້າໝາຍໃຫ້ທະນາຄານມີການບໍລິການທີ່ເປັນເລີດ ແລະ ມີບົດ ບາດໃນພາກພື້ນອາຊຽນໂດຍ ເນັ້ນພັດທະນາຕົນເອງຄືສ້າງຄວາມສະດວກສະບາຍຂອງການບໍລິການທາງດ້ານການ ເງິນ ຄົບວົງຈອນທັງພາຍໃນ ແລະ ຕ່າງປະເທດ, ຂະຫຍາຍໜ່ວຍບໍລິການ, ຕູ້ ATM ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ, ພັດທະນາ​ລະບົບ​ເຕັກ​ໂນ​ໂລ​ຊີ​ຂອງ​ທະນາຄານ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ພັດທະນາ​ບຸກ ຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາ ມາດ​ຮັບ​ໃຊ້ການ​ບໍລິການ​ລູກ​ຄ້າ​ໄດ້​ຢ່າງ​ສະດວກ​ສະບາຍ​ວ່ອງ​ໄວ ​ແລະ ມີ​ມະນຸດ​ສຳພັນ​ດີ ​ເພື່ອ​ສ້າງ​ຄວາມ​ພໍ​ໃຈ​ຕໍ່​ລູກຄ້າ​ໃຫ້​ດີກ​ວ່າ​ເກົ່າ.

No comments:

Post a Comment