ນາງ ຢູອີ ອາຍຸ 46 ປີ ເຈົ້າຂອງໂຮງງານກະແລັມ
ລຽງຊຽງ ຢູ່ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ ໄດ້ເຂົ້າແຈ້ງຕໍ່ ເຈົ້າໜ້າທີ່ຕຳຫຼວດ
ນະຄອນ ຫຼວງວຽງຈັນ ໃນວັນທີ 21 ພະ ຈິກນີ້ ພາຍຫຼັງເກີດເຫດຄົນຮ້າຍງັດໂຮງ ງານຂອງຕົນເອງເສຍຫາຍຫຼາຍສິບລ້ານກີບ.
ນາງ ຢູອີ ໃຫ້ຮູ້ວ່າ: ໃນ ຊ່ວງເດືອນ ຕຸລາ
ຜ່ານມາ ນີ້ ໄດ້ ເກີດເຫດມີກຸ່ມຄົນບໍ່ດີເຂົ້າໄປ ງັດ ແງະ ລັກຊັບສິນ ຂອງໂຮງງານ ມາແລ້ວ
3 ຄັ້ງ ລວມມູນຄ່າເສຍ ຫາຍກ່ວາ 20 ລ້ານກີບ ຊຶ່ງໃນຄັ້ງ ຫຼ້າສຸດ ໃນວັນທີ 21 ພະຈິກ ນີ້ ຄົນຮ້າຍເຂົ້າງັດຫ້ອງການໂຮງ
ງານ ແຕ່ກໍບໍ່ໄດ້ຊັບສິນຫຍັງໄປ.
ເຈົ້າໜ້າທີ່ ສືບສວນ-ສອບ ສວນ ໃຫ້ຮູ້ວ່າ:
ຜ່ານການກວດກາສະຖານທີ່ເກີດ ເຫດ ແລະ ກ້ອງວົງຈອນປິດຂອງ ໂຮງງານຄາດວ່າຈະເປັນຄົນດຽວກັນທີ່ລົງມືກໍ່ເຫດມາແຕ່ລະຄັ້ງຊຶ່ງປັດຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວຄົນຮ້າຍ
ມາດຳເນີນຄະດີ.
ເຈົ້າໜ້າທີ່ຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ
ໃຫ້ຮູ້ວ່າ: ນັບແຕ່ວັນທີ 13 ຫາ 19 ພະຈິກນີ້
ຢູ່ນະຄອນ ຫຼວງວຽງ ຈັນ ໄດ້ມີປາກົດການຫຍໍ້ທໍ້ເກີດຂື້ນ 100 ກວ່າເລື່ອງ, ທຽບໃສ່ອາທິດຜ່ານມາເພີ່ມຂື້ໜນ
60 ເລື່ອງ, ສ່ວນ ໃຫ່ຍແມ່ນຄະ ດີລັກຊັບເກີດຂຶ້ນ 41 ເລື່ອງ, ຊີງຊັບ 5 ເລື່ອງ, ປຸ້ນ ຊັບ
1 ເລື່ອງ ແລະ ອື່ນໆ ສົ່ງຜົນ ເສຍຫາຍມີລົດ ໃຫຍ່ 2 ຄັນ, ລົດ ຈັກ 13 ຄັນ, ເງີນ 50 ລ້ານກີບກີບ,
5 ພັນກ່ວາໂດລາ, ສາຍຄໍຄຳ 5 ເສັ້ນ, ສາຍແຂນ 1 ເສັ້ນ ແລະ ຊັບສິນອື່ນໆເປັນຈຳນວນຫຼາຍ.
No comments:
Post a Comment