Ad

Ad

22 November 2013

ຢາເສບຕິດຍັງເປັນສາເຫດຕົ້ນຕໍໃຫ້ເກີດການຂ້າໂຕຕາຍ



       ປັດຈຸບັນສະພາບການແຂວນ ຄໍຕາຍຂອງໄວໜຸ່ມປາກົດມີຫຼາຍ ຂຶ້ນຕົ້ນຕໍຄື ໃນວັນທີ 18 ພະ ຈິກນີ້ໄດ້ເກີດເຫດແຂວນ ຄໍຕາຍ ເຖິງສອງກໍລະນີ. ກໍລະນີທີ 1 ທ້າວ ເດດນະລົງ ຫຼື ໝີ ອາຍຸ 23 ປີ ອາຊີບກຳມະກອນ ຢູ່ບ້ານ ທ່າ ພະລານໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂ້າຕົນ ເອງຕາຍໂດຍການແຂວນຄໍ ຊຶ່ງ ຕາມການສັນນະສູດ ແລະ ເກັບ ກຳສະພາບ ການ ເຄື່ອນໄຫວຂອງ ຜູ້ກ່ຽວຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການເກີດຂຶ້ນ ຢູ່ໃນເຮືອນຂອງຜູ້ກ່ຽວ ເອງຍ້ອນສະພາບ ຄອບຄົວ ຂັດສົນ ແລະ ຜ່ານມາ ທ້າວ ເດດນະລົງ ເຄີຍເສບຢາ ເສບຕິດ ມາແລ້ວ ແລະ ເຄີຍເຂົ້າສູນບຳບັດຢາເສບຕິດສົມສະຫງ່າໃນ ລະຫວ່າງປີ 2012 ເປັນ ເວລາ 6 ເດືອນຈຶ່ງອອກມາ ແລະ ກ່ອນຂ້າໂຕຕາຍ, ທ້າວ ເດດນະລົງ ໄດ້ມີພຶດຕິກຳດື່ມເຫຼົ້າເປັນຈຳ ນວນຫຼາຍ.
        ສ່ວນກໍລະນີທີສອງເກີດຂຶ້ນ ມື້ດຽວກັນຢູ່ບ້ານ ຮ່ອງສຸພາບ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ຊື່ທ້າວ ພຽງ ສີຫາລາດ ອາຍຸ 33 ປີບໍ່ມີວຽກເຮັດຂ້າຕົນ ເອງຟໂດຍການແຂວນຄໍຕາຍຢູ່ ແຄມທົ່ງນາ.ຕາມການພິສູດ ແລະ ສອບສວນສະ ພາບການເຄື່ອນ ໄຫວຂອງຜູ້ກ່ຽວຈາກເຈົ້າໜ້າ ທີ່ໃຫ້ຮູ້ວ່າ:ຜ່ານມາ,ຜູ້ກ່ຽວເຄີຍ ເສບຢາເສບຕິດ ແລະ ໄດ້ໄປບຳບັດຢູ່ສູນບຳ ບັດມາແລ້ວຫຼາຍເທື່ອ ຕໍ່ມາຜູ່ກ່ຽວກໍຖືກປິ່ນປົວຢູ່ພະ ແນກພະຍາກຈິດມາກ່ອນແລ້ວ, ຕົກມາເວລາ 13 ໂມງ ຂອງວັນທີ 18
ພະຈິກນີ້,ຜູ້ກ່ຽວໄດ້ເວົ້າກັບ ທ້າວ ເພຍລາດ ຜູ້ເປັນນ້ອງຊາຍ ວ່າ:ຊິໄປຕາຍກ່ອນເດີ ແລະ ໄດ້ ຖືເຊືອກອອກໄປຈາກເຮືອນ.ຕໍ່ ມາຈຶ່ງມີຄົນໄປພົບເຫັນຜູ້ກ່ຽວ ແຂວນຄໍຕາຍຢູ່ຕົ້ນໝາກຂາມແຄມທົ່ງນາ.
           ເຈົ້າໜ້າທີ່ກອງສືບສວນ- ສອບສວນຕຳຫຼວດນະຄອນຫຼວງ ວຽງຈັນ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ສະພາບ ການແຂວນຄໍຕາຍຢູ່ນະຄອນຫຼວງວຽງຈັນ ນັບວ່າເປັນເຫດການພົ້ນເດັ່ນຫຼາຍສົມຄວນ, ສະເພາະພຽງ  3 ເດືອນຜ່ານມາມີ ເຫດແຂວນຄໍຕາຍເກີດຂຶ້ນ 9 ກໍລະນີໃນນີ້ສ່ວນໃຫຍ່ແມ່ນຊາວໜຸ່ມ ອາຍຸ 20 ກວ່າປີຂຶ້ນໄປ ຊຶ່ງບັນຫາຕົ້ນຕໍແມ່ນຍ້ອນຢາ ເສບຕິດທີ່ຜູ້ຕາຍເຄີຍຕິດຢາ. ດັ່ງນັ້ນເຈົ້າໜ້າທີ່ຈຶ່ງຮ້ອງຂໍໄປຍັງ ທຸກຊັ້ນຄົນໃນສັງຄົມຈົ່ງເພີ່ມທະວີຕ້ານປາກົດການຫຍໍ້ທໍ້, ຊ່ວຍກັນສະກັດກັ້ນບັນຫາຢາເສບຕິດໃຫ້ໝົດໄປ.

No comments:

Post a Comment