ບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ປະຊາຊົນຫຼາຍຄົນໃຫ້ທັດສະ ນະວ່າມີຄວາມຄືກຄື້ນ,
ມ່ວນຊື່ນ ໂດຍ ນັບແຕ່ມື້ເປີດງານວັນທີ 11 ຫາ 17 ພະຈິກນີ້ ແມ່ນມີການຄົບງັນທັງການຈັດສະແດງສິລະປະ
ແລະ ເປີດໃຫ້ປະຊາຊົນເຂົ້າໄປ ບູຊາ ພະທາດຫຼວງວຽງຈັນ ທີ່ເປັນ ມິ່ງ ຂວັນ ຂອງປວງຊົນລາວ, ຂະນະ
ດຽວກັນ ເຈົ້າໜ້າ ທີ່ກໍໄດ້ມີການ ຈັດກຳລັງເພື່ອຮັກ ສາຄວາມເປັນລະບຽບ ແລະ ຄວາມສະຫງົບ, ໂດຍ ສະເພາະບັນຫາອຸປະຕິເຫດທີ່ປີນີ້ມີຕົວເລກຫຼຸດລົງ.
ເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ
ກ່າວວ່າ: ການປ້ອງກັນອຸປະຕິເຫດໃນງານບຸນນະມັດ ສະການພະທາດຫຼວງວຽງຈັນ ແມ່ນ ມີຄວາມເພິ່ງພໍໃຈເນື່ອງຈາກສາ
ມາດເຮັດໃຫ້ ຈຳນວນ ອຸປະຕິ ເຫດໃນປີນີ້ຫຼຸດລົງຄື: ໃນໄລຍະ 7 ວັນ ມີອຸປະຕິເຫດເກີດຂື້ນ
38 ກໍ ລະນີ ມີຜູ້ເສຍຊີວິດ 3 ຄົນທຽບໃສ່ ປີຜ່ານມາ ເຫັນ ວ່າຜູ້ເສຍຊີວິດ ຫຼຸດລົງ 2 ຄົນ,
ຍ້ອນທາງເຈົ້າໜ້າ ທີ່ໄດ້ເພີ່ມກຳລັງຕຳຫຼວດລົງປະຈຳຕາມເສັ້ນທາງຕ່າງໆ
ເພື່ອອຳ ນວຍຄວາມສະດວກໃຫ້ມວນຊົນ
ທີ່ມາທ່ຽວບຸນນະມັດສະການພະທາດຫຼວງວຽງຈັນ, ຄຽງຄູ່ກັນ ນັ້ນການໂຄສະນາ ກ່ຽວກັບວິທີປ້ອງກັນ
ແລະ ຄວາມອັນ ຕະ ລາຍຂອງອຸປະຕິເຫດຕາມຖະໜົນ ໂດຍການຕັ້ງບຸດ ຢູ່ທີ່ເດີ່ນພະທາດຫຼວງ ເຊິ່ງມີ ການຫຼິ້ນເກມ
ແລະ ກິດຈະກຳຫຼາຍຢ່າງ ເພື່ອໃຫ້ປະຊາຊົນໄດ້ມີສະຕິໃນການເຄົາລົບ ແລະ ປະຕິບັດລະບຽບຈະລາຈອນ ຢ່າງເຂັ້ມງວດ.
ທ່ານ ພັນຕີ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ
ນະຄອນຫຼວງວຽງຈັນ ໃຫ້ທັດສະນະ ວ່າ: ຜູ້ຂັບຂີ່ທີ່ມາທ່ຽວບຸນນະມັດສະ ການພະທາດຫຼວງວຽງຈັນ
ປີນີ້ ແມ່ນມີຄວາມຕື່ນຕົວປະຕິບັດລະບຽບ ແລະ ມີການ ຂັບຂີ່ີ່ເປັນລະບຽບຫຼາຍຂື້ນ ເຊິ່ງຊ່ວຍໃຫ້ການສັນຈອນມີຄວາມຫຍຸ້ງຍາກແອອັດໜ້ອຍກ່ວາທຸກປີຜ່ານມາ,
ແນວໃດກໍດີຍັງ ເຫັນວ່າເມື່ອປະຊາຊົນທີ່ມາຫຼີ້ນບຸນ ແລະ ເດີນທາງກັບບ້ານຈະມີອຸປະຕິເຫດເກີດຂຶ້ນເປັນຕົ້ນແມ່ນເຂດຊານເມືອງເຊິ່ງເກີດອຸ
ປະຕິເຫດເປັນຈຳນວນຫຼາຍຍ້ອນເສັ້ນທາງປ່ຽວເຮັດໃຫ້ແລ່ນລົດໄວ ແລະ ມີການດື່ມສິ່ງມືນເມົາ ເຊິ່ງເປັນສາເຫດທີ່ພາໃຫ້
ເກີດອຸປະຕິເຫດຕາມຖະໜົນ.
No comments:
Post a Comment