Ad

Ad

19 November 2013

ຮີບຮ້ອນເກັບມ້ຽນຂີ້ເຫຍື້ອຊະຊາຍຫຼັງບຸນນະມັດສະການພະທາດຫຼວງ



        ພາຍຫຼັງມີການຄົບງັນ ບຸນ ນະມັດສະການພະທາດຫຼວງ ມາ ເປັນເວລາ 7 ມື້ 7 ຄືນ, ມາຮອດ ວັນທີ 17 ນີ້ ເຊິ່ງເປັນ ມື້ສຸດທ້າຍຂອງງານບຸນ, ໃນຕອນເຊົ້າໄດ້ມີພິທີຕັກບາກ ຖວາຍສັງຄະທານ ແລະ ຍາມຄ່ຳຄືນກໍມີພິທີວຽນທຽນ  ແລະ ຄົບງັນ ຕາມຕາມຮີດຄອງປະ ເພນີດວ້ຍບັນຍາກາດຟົດຟື້ນ, ເບີກບານມວ່ນຊື່ນ, ສວຍສົດງົດງາມຈາກລະບົບແສງສີສຽງ ທີ່ປະດັບເອ້ ໃນງານບຸນ, ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ມວນຊົນຜູ້ທີ່ເຂົ້າຮ່ວມທ່ຽວ ຊົມງານ ແລະ ເຮັດໃຫ້ງານບຸນດັ່ງກ່າວສິ້ນສຸດລົງຢ່າງຈົບງາມ, ແຕ່ສິ່ງທີ່ໜ້າເປັນຫວ່ງແມ່ນ ພາຍຫຼັງງານບຸນສິ້ນສຸດລົງ, ສິ່ງທີ່ປະໃຫ້ເຫັນກໍແມ່ນຂື້ເຫຍື້ອຈຳນວນຫຼວງຫຼາຍທີ່ ຖິ້ມຢັງຢາຍ ຢູ່ທົ່ວບໍລິເວນເດີ່ນເຂດຈັດງານ, ອັນໄດ້ເຮັດໃຫ້ຜູ້ຄົນທີ່ທ່ຽວໄປມາຜ່ານບໍລິເວນດັ່ງກ່າວເຫັນ ຄວາມບໍ່ຈົບງາມຕໍ່ ສິ່ງທີ່ເປິະເປື້ອນດັ່ງກ່າວ ແລະ ເປັນຫວ່ງຕໍ່ຄວາມສະອາດຂອງບໍລິເວນນີ້.
          ເຖິງຢ່າງໃດກໍດີເຖິງວ່າ ປັດຈຸບັນພາກສ່ວນກ່ຽວຂ້ອງພວມເກັບມ້ຽນ ແລະ ອະນາໄມກໍຕາມ, ແຕ່ຄາດວ່າຈະໃຊ້ເວລາ ຫຼາຍວັນຈຶ່ງສາມາດເກັບມ້ຽນ ແລະ ອະນາໄມ ເຮັດໃຫ້ທົ່ວບໍລິເວນງານບຸນມີຄວາມສະອາດງາມເໝືອນເດີມ, ແຕ່ສິ່ງສຳຄັນບໍ ລິສັດຜູ້ຮັບສຳປະທານຈະຕ້ອງໄດ້ເປັນເຈົ້າການ, ຈັດຕັ້ງປະຕິບັດນຳພາພາກສ່ວນກ່ຽວຂ້ອງເຮັດອະນາໄມ, ທຳຄວາມສະອາດ ເພື່ອເຮັດແນວໃດໃຫ້ບໍລິເວັນເດີນ, ລວມໄປເຖິງການຟື້ນຟູສະພາບເດີນຫຍ້າທີ່ຖືກທຳລາຍໃນເວລາງານບຸນໃຫ້ຄືນສູ່ຄວາມ ງົດງາມຄືເກົ່າ, ຖ້າຫາກມີການຫລ້າຊ້າຜແກ່ຍາວໄປຫຼາຍວັນຈະເຮັດໃຫ້ບໍລິເວນນີ້ເສົ້າໝອງ ແລະ ເກີດມີຫາງສຽງຈົມວ່າດ້ວຍ ຄວາມເປັນຫວ່ງຈາກສັງຄົມ.

No comments:

Post a Comment