Ad

Ad

19 November 2013

ໄຂງານວາງສະແດງຜົນສຳເລັດວຽກງາການຮ່ວມມືເພື່ອການພັດທະນາ



           ງານວາງສະແດງຜົນສຳເລັດຂອງວຽກງານການຮ່ວມມືເພື່ອການພັດທະນາ ແລະ ຮູບພາບກ່ຽວກັບເປົ້າໝາຍສະຫັດ ສະວັດດ້ານການພັດທະນາ ໄດ້ຈັດຂຶ້ນແຕ່ ວັນທີ 18-19 ພະຈິກ 2013 ທີ່ຫໍປະຊຸມແຫ່ງຊາດ, ນະຄອຫລວງວຽງຈັນ ເພື່ອ ຕ້ອນຮັບກອງປະຊຸມໂຕະມົນລະດັບສູງ ຄັ້ງ ທີ 11 ປະຈຳປີ 2013. ໂດຍເປັນກຽດ ເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດຮ່ວມກັບ ທ່ານ ຮາວລຽງ ຊູ ຜູ້ຊ່ວຍເລຂາທິ ການໃຫຍ່ອົງການສະຫະປະຊາຊາດ, ຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດ, ທັງເປັນເອກອະທິບໍດີຮັບຜິດຊອບ ພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ.
             ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຕ້ອນຮັບບັນ ດາຜູ້ແທນທີ່ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດທີ່ມາຈາກສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາກະຊວງ, ຂະແໜງ ການກ່ຽວຂ້ອງຕ່າງໆ. ພ້ອມທັງໃຫ້ຮູ້ເຖິງຈຸດປະສົງຂອງງານວາງສະແດງດັ່ງກ່າວ ແມ່ນເພື່ອນຳສະເໜີໃຫ້ມວນຊົນ ແລະ ບັນ
ດາຄະນະຜູ້ແທນຂອງກອງປະຊຸມໂຕະມົນລະດັບສູງທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ເຖິງປະສິດທິຜົນຂອງການຊ່ວຍ ເຫລືອ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານການຈັດຕັ້ງປະຕິບັດບັນດາໜ່ວຍ ງານຂະແໜງການ (SWGs) ເພື່ອ ບັນລຸເປົ້າໝາຍຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 ກໍຄື ການນຳພາປະເທດຊາດໃຫ້ຫລຸດ ພົ້ນອອກຈາກສະຖານະພາບການ ເປັນປະເທດດ້ອຍພັດທະນາໃນປີ 2020.
           ພາຍໃນງານໄດ້ວາງສະ ແດງຜົນງານຂອງ 10 ໜ່ວຍງານ ຄື: ໜ່ວຍງານຂະແໜງສາທາລະນະສຸກ, ຂະແໜງການສຶກ ສາ, ພື້ນຖານໂຄງລ່າງ, ການຄວບຄຸມຢາເສບຕິດ, ຂະແໜງການເກັບກູ້ລະ ເບີດ, ຂະແໜງການກະສິກຳ ແລະ ພັດທະນາຊົນ ນະບົດ, ຂະແໜງການປົກຄອງ, ຂະແໜງການຄ້າ ແລະ ພາກທຸລະກິດ, ຂະແໜງການຄຸ້ມຄອງທຳມະຊາດ ແລະ ສິ່ງແວດ ລ້ອມ. ນອກຈາກນີ້ຍັງມີຫ້ອງວາງສະແດງຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ຫ້ອງວາງສະແດງຂອງ ກອງເລຂາຂະບວນການໂຕະມົນຂອງກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ, ໄດ້ມີການເປີດການນຳໃຊ້ ລະບົບຖານຂໍ້ມູນການຊ່ວຍເຫລືອທາງການເພື່ອການພັດທະນາ ແລະ ອື່ນໆ.
           ໃນໂອກາດດຽວກັນນີ້, ຍັງ ໄດ້ມີການມອບລາງວັນໃຫ້ແກ່ຜູ້ຊະນະເລີດໃນການປະກວດຮູບພາບກ່ຽວກັບເປົ້າໝາຍ ສະຫັດສະວັດດ້ານການພັດທະນາຊຶ່ງຈຸດປະສົງຂອງການປະກວດຮູບພາບດັ່ງກ່າວ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບເປົ້າ ໝາຍສະຫັດສະວັດດ້ານການພັດທະນາ ແລະ ການພັດທະນາຢູ່ ສປປ ລາວ.

No comments:

Post a Comment