ໃນວັນທີ 18 ພະຈິກນີ້, ຢູ່ຫ້ອງວ່າການລັດຖະບານ,
ກອງເລຂາຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແຫ່ງຊາດ (ຄມດຊ) ໄດ້ຈັດກອງປະຊຸມປຶກສາຫາລືຮ່າງແຜນດຳເນີນງານແຫ່ງຊາດ
ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນ ແຮງຕໍ່ແມ່ຍິງໂດຍການເປັນປະທານຂອງທ່ານ ນາງ ຈັນໂສດາ ພອນທິບ
ຫົວໜ້າ ຄມດຊ, ພະນັກງານຫລັກແຫລ່ງຂອງ ກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ຮ່າງແຜນດຳເນີນງານດັ່ງ ກ່າວສ້າງຂຶ້ນເພື່ອຈັດຕັ້ງຜັນຂະ
ຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງ ລັດ ກໍ ຄືພັນທະຂອງ ສປປ ລາວ ທີ່ມີຕໍ່ ສົນທິສາກົນທີ່ກ່ຽວພັນເຖິງສິດ
ແມ່ຍິງ ໂດຍສະເພາະສົນທິສັນຍາ ວ່າດ້ວຍສິດທິ ມະນຸດ, ສົນທິສັນ ຍາຊີດໍ, ຖະແຫລງການອາຊຽນ ວ່າດ້ວຍການລຶບລ້າງການໃຊ້
ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການລຶບລ້າງ ການໃຊ້ຄວາມຮຸນ ແຮງຕໍ່ເດັກໃນອາຊຽນ ແລະ ແຜນປະຕິບັດງານປັກກິ່ງ;
ເພື່ອ ກຳນົດຂອບການປະສານງານ ແລະ ຕິດຕາມ ກວດກາລະດັບຊາດ ໂດຍມີການເຂົ້າຮ່ວມຂອງທຸກຂະແໜງການ
ແລະ ອົງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆຕະຫລອດ ຮອດບັນດາການຈັດ ຕັ້ງໃນສັງຄົມທີ່ກ່ຽວຂ້ອງກັບການປ້ອງກັນ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແນໃສ່ສ້າງນະໂຍ ບາຍ, ນິຕິກຳ, ແຜນ ງານ, ໂຄງການ ແລະ ມາດຕະການທີ່ຈຳເປັນ
ເຊິ່ງລັດຈະຕ້ອງ ດຳເນີນເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນ ແຮງ, ປົກປ້ອງ, ຊ່ວຍ ເຫລືອແມ່ຍິງ
ແລະ ເດັກທີ່ຕົກ ເປັນເຫຍື່ອຂອງຄວາມຮຸນແຮງ ແລະ ຮັບປະກັນໃຫ້ຜູ້ກະທຳຄວາມ
ຮຸນແຮງຕໍ່ແມ່ຍິງ
ແລະ ເດັກໄດ້ຖືກລົງໂທດຕາມກົດໝາຍ ໂດຍຄຳນຶງເຖິງສິດ ແລະ ຜົນປະ ໂຫຍດສູງສຸດຂອງແມ່ຍິງ ແລະ
ເດັກ; ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຖານະບົດບາດທາງການເມືອງ, ເສດຖະກິດ-ສັງຄົມ ແລະ
ກຽດສັກສີຂອງ ແມ່ຍິງ; ເພື່ອປູກຈິດສຳນຶກໃຫ້ທົ່ວ ສັງຄົມຮັບຮູ້ວ່າ: ຄວາມຮຸນແຮງ ຕໍ່ແມ່ຍິງ
ແລະ ເດັກເປັນປາກົດການຫຍໍ້ທໍ້ອັນຮ້າຍແຮງ ໃນສັງ ຄົມທີ່ບໍ່ອາດຈະຍອມຮັບໄດ້ ເຊິ່ງການປ້ອງກັນ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກແມ່ນຄວາມຮັບຜິດ ຊອບຂອງໝົດທຸກຄົນ ໂດຍມີການເຂົ້າຮ່ວມຂອງສັງຄົມລວມທັງຜູ້ຊາຍ
ແລະ ເດັກຊາຍ ເຊິ່ງເນື້ອໃນຂອງແຜນດຳເນີນງານ ແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ
ປະກອບ ມີ 2 ແຜນງານຫລັກຄືແຜນງານປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ແລະ ແຜນງານຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ.
ພ້ອມນີ້, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ສະແດງຄຳຄິດຄຳເຫັນ
ຢ່າງກົງໄປກົງມາ ເພື່ອປະກອບໃສ່ຮ່າງແຜນດຳເນີນງານດັ່ງ ກ່າວ ໂດຍສະເພາະເນື້ອໃນທີ່ກ່ຽວພັນກັບຂະແໜງການຕ່າງໆ
ເພື່ອໃຫ້ແທດເໝາະກັບຂົງເຂດວຽກງານນັ້ນໆ ແລະ ສາມາດ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງໃນແຕ່ລະກິດຈະກຳ
ແລະ ໂຄງການທີ່ລະບຸໄວ້ໃນຮ່າງແຜນດຳເນີນງານແຫ່ງຊາດເພື່ອ ປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ.
No comments:
Post a Comment