ຜ່ານໄປຫລາຍມື້ແລ້ວທີ່ ເສດດິນຈີ່ຊີມັງຂອບຄູປູກດອກໄມ້ຢູ່ເຂດສີ່ແຍກ ໄຟອຳນາດສີ ບຸນເຮືອງ ເມືອງຈັນທະບູລີ ແຕກ ເພໄດ້ຖືກປະປ່ອຍຊະຊາຍບໍ່ມີ ຄວາມເປັນລະບຽບຈົບງາມຕໍ່
ສາຍຕາຂອງຜູ້ທີ່ທຽວຜ່ານໄປ ມາຢູ່ບໍລິເວນດັ່ງກ່າວ ເຊິ່ງ ສາເຫດເກີດຈາກລົດໃຫຍ່ມາຕຳ ກ່ອນໜ້ານີ້ຫລາຍມື້,ແຕ່ມາຮອດ
ປັດຈຸບັນເສດ ຜົນເສຍຫາຍຂອງຄູກັນທາງດັ່ງກ່າວຍັງຖືກປະປ່ອຍໃຫ້ຢູ່ໃນສະພາບຊະຊາຍກີດ ຂວາງການສັນຈອນ
ແລະ ຄວາມບໍ່ຈົບງາມຢູ່ເສັ້ນທາງ ດັ່ງກ່າວ. ສະນັ້ນພາກສ່ວນ ກ່ຽວຂ້ອງຄວນນຳຜູ້ທີ່ກະທຳໃຫ້ເກີດຄວາມເສຍຫາຍດັ່ງກ່າວ
ມາຮັບຜິດຊອບໃນການປົວແປງໃຫ້ຄູກັນທາງມີຄວາມງາມ ໂດຍໄວ.
No comments:
Post a Comment