ໃນວັນທີ 19 ພະຈິກນີ້, ທ່ານ ສັນຍາ ປະເສີດ
ຫົວໜ້າຫ້ອງການ ແລະ ທ່ານ ພິມພາ ອຸດທະຈັກ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ ໄດ້ຮ່ວມເຊັນບົດບັນທຶກກັບບັນດາຕົວແທນຈາກ 24 ພາກສ່ວນ
ເພື່ອຮັບເອົາໂຄງການຄົ້ນຄວ້າວິທະຍາສາດ ສົກປີ 2012-2013 ຈຳນວນທັງໝົດ 63 ໂຄງການ
ໄປຈັດຕັ້ງປະ ຕິບັດ ໂດຍການເຂົ້າຮ່ວມຂອງ ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາ ລາ ລັດຖະມົນຕີວ່າການກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດແຫ່ງຊາດ,ມີບັນດາຫົວໜ້າກົມ, ຮອງກົມ,ສະຖາບັນ,ຫົວໜ້າພະແນກວິ
ທະຍາສາດ-ເຕັກໂນໂລຊີ ບັນດາແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນບົດບັນທຶກມອບ- ຮັບໂຄງການດັ່ງກ່າວນີ້ສະເພາະ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວມເອົາ 33 ໂຄງການ; ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ 2 ໂຄງ ການ;ກະຊວງສຶກສາທິການ ແລະ ກິລາ 1 ໂຄງ ການ; ກະຊວງອຸດສາ
ຫະກຳ ແລະ ການຄ້າ 1 ໂຄງ ການ;ອົງການກວດສອບແຫ່ງລັດ 1 ໂຄງການ;ມະຫາວິທະຍາໄລແຫ່ງຊາດ
10 ໂຄງການ;ມະຫາວິ ທະຍາໄລສຸພານຸວົງ 2 ໂຄງການ; ມະຫາວິທະຍາໄລສະຫວັນນະເຂດ 2 ໂຄງການ,
ມະຫາວິທະຍາໄລ
ຈຳປາສັກ 1 ໂຄງການ; ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ
2 ໂຄງການ; ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫລວງພະບາງ 2 ໂຄງການ; ພະແນກວິ
ທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ 3 ໂຄງ ການ; ພະແນກວິທະຍາສາດ ແລະ ເຕັກໂນໂລຊີ
ແຂວງຫົວພັນ,ບໍລິຄຳໄຊ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີີ ແຂວງຄຳມ່ວນ
ແຂວງລະ 1 ໂຄງການ.
ກ່ອນການເຊັນບົດບັນທຶກ ອະນຸມັດບັນດາໂຄງການດັ່ງ
ກ່າວ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຊຸດອົບຮົບໃຫ້ພະນັກງານທີ່ຮັບຜິດຊອບໂຄງ
ການທັງ 24 ພາກສ່ວນ ເປັນເວລາ 2 ມື້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະ ຕິບັດໂຄງການຄົ້ນ
ຄວ້າວິທະຍາສາດໃຫ້ມີຜົນສຳເລັດ ແລະ ສອດຄ່ອງກັບແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທັງນີ້ ເນື່ອງວ່າການປະຕິ ບັດໂຄງການຄົ້ນຄວ້າວິທະຍາສາດໃນສົກປີຜ່ານມາມີທັງໝົດ
40 ກວ່າໂຄງການ, ໃນນັ້ນເຫັນວ່າ ມີຫລາຍໂຄງການໄດ້ຮັບຜົນສຳເລັດເປັນຢ່າງດີ,
ແຕ່ບາງໂຄງການຍັງມີຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂ.
No comments:
Post a Comment