ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ,ວັດທະ ນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານແມ່ຍິງກະຊວງ ຖວທ ແຕ່ປີ 2011-2013 ແລະ ວາງທິດທາງແຜນການໃນຕໍ່ໜ້າໃນວັນທີ 19 ພະຈິກ 2013 ນີ້ຢູ່ຫໍວັດທະນະທຳແຫ່ງຊາດນະຄອນຫລວງວຽງຈັນ ໂດຍເປັນປະທານຂອງທ່ານນາງ ສຸພາລັກ ທິລະວົງ ປະທານສະຫະພັນແມ່ຍິງກະຊວງ ຖວທ ແລະ ຄະນະສະຫະ ພັນແມ່ຍິງພ້ອມທັງສະມາຊິກ ແລະ ເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.
ໃນໂອກາດນີ້,ທ່ານ ສຈ ດຣ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີວ່າການກະຊວງຖະແຫລງ ຂ່າວ,
ວັດທະນະທຳ ແລະທ່ອງທ່ຽວໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່
ຍິງກະ ຊວງຍາດມາໄດ້,ຄະນະໜ່ວຍສະຫະພັນແມ່ຍິງຊຶ່ງມີຫລາຍດ້ານທີ່ພົ້ນເດັ່ນໃນໄລຍະຜ່ານມາພ້ອມທັງໄດ້ເນັ້ນໃຫ້ສະ
ຫະພັນແມ່ຍິງກະຊວງ ຖວທ ໄດ້ເອົາໃຈໃສ່ສືບຕໍ່ສ້າງຂະບວນ ການແຂ່ງຂັນຮັກຊາດ ແລະ
ພັດ ທະນາໃຫ້ເກີດມີຂະບວນການຕົວຈິງເພື່ອຂ່ຳນັບຮັບຕ້ອນວັນສຳ ຄັນຂອງພັກຂອງຊາດເຊັ່ນ:
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ(20/1/1949-20 /
1/2014 ທີ່ຈະມາເຖິງນີ້,
ວັນຊາດທີ 2 ທັນວາຄົບຮອບ 38 ປີ, ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະ ພັນແມ່ຍິງລາວຄົບຮອບ 59 ປີ ແລະ ວັນສຳຄັນອື່ນໆ, ເພີ່ມທະວີ ແລະ ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງສະຫະພັນແມ່ຍິງໃນການສຶກສາອົບຮົມມູນເຊື້ອ
ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປະກອບສ່ວນຊຸກຍູ້ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ແທດເຖິງ,
ຖ່ວງທັນ ແລະ ຖືກຕາມລະບຽບກົດໝາຍ,ໃນນັ້ນໃຫ້ຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ຍິງຄື
ພົນ ລະເມືອງດີ,ພັດທະນາດີ,ພັດທະ ນາຕົນເອງ,ພັດທະນາອົງການ ຈັດຕັ້ງແມ່ຍິງ ແລະ
ຄອບຄົວດີມີຄວາມຜາສຸກ ເພື່ອເປັນບ່ອນອີງໃນການສຶກສາອົບຮົມໂດຍຖືສຳຄັນການສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ,ການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ
ກໍຄືຂອງແມ່ຍິງລາວ, ການສຶກສາອົບຮົມຕ້ອງນຳໃຊ້ຫລາຍວິທີ,ຫລາຍຮູບແບບ ແລະ ສອດ
ຄ່ອງກັບແຕ່ລະເປົ້າໝາຍ,ໃຫ້ຄະ ນະສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມະຕິຕ່າງໆຂອງພັກເວົ້າລວມ,ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ
VI ໃນໄລຍະເຄິ່ງສະໄໝທີ 2 (2013- 2015) ກໍຄືທິດທາງແຜນການຂອງສະຫະພັນແມ່ຍິງກະຊວງເພື່ອຍາດເອົາຜົນງານໃຫຍ່ຫລວງກວ່າເກົ່າ.
No comments:
Post a Comment