ວັນທີ 19 ພະຈິກນີ້ຢູ່ສະມາຄົມນັກຂ່າວແຫ່ງ
ສປປ ລາວ, ບັນດານັກທຸລະ ກິດຂອງລາວໄດ້ຈັດຖະແຫຼງຂ່າວ ເພື່ອລະດົມທຶນຊ່ວຍເຫຼືອບັນເທົາທຸກປະຊາຊົນ ປະເທດຟິລິປິນ ທີ່ປະສົບໄພພາຍຸໄຫ ຢຽນພັດຖະຫຼົ່ມບັນດາເມືອງຢູ່ຕາມເກາະ ປະເທດຟິລິປິນ ເມື່ອ
ວັນທີ 8 ພະຈິກໂດຍ ການເຂົ້າ ຮ່ວມຂອງທ່ານ ສີສະຫວາດ ທິ ລະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ,
ທ່ານ ດາວອນ ພະຈັນທະວົງ ປະ ທານສະພາທຸລະກິດລາວ- ຟິລິ ປິນ ແລະ ທ່ານນາງ ມາລິຢາ ລູ ແມນອິດແລັດຕ້າ
ເອກອັກຄະ ຣາຊະທູດຟິລິປິນປະຈຳລາວ, ພ້ອມດ້ວຍຕົວແທນຈາກບັນດາ ນັກທຸລະກິດເຂົ້າຮ່ວມເປັນຈຳ
ນວນຫຼາຍ.
ເອກອັກຄາຣາຊະທູດຟິລິ ປິນປະຈຳລາວກ່າວວ່າ:ໃນວັນທີ
8 ພະຈິກ, ໄດ້ມີພາຍຸພັດເຂົ້າທຳລາຍບັນດາເກາະຢູ່ປະເທດຟິ ລິບ ປິນຢ່າງຮ້າຍແຮງທີ່ສຸດເຊິ່ງ
1 ປີ ທີ່ຜ່ານມາຖືກພາຍຸທຳລາຍ ປະມານ 20 ເທື່ອແຕ່ບໍ່ຮ້າຍແຮງເທົ່າ ເທື່ອນີ້ໂດຍມີຜູ້ເສຍ
ຊີວິດເກືອບ 4.000 ຄົນ,ສູນຫາຍ 1.600 ກວ່າ ຄົນ,ມີຜູ້ໄດ້ຮັບເຄາະຮ້າຍຫຼາຍ ກວ່າ 10 ລ້ານຄົນລວມມີ
44 ແຂວງທີ່ໄດ້ຮັບ
ຜົນກະທົບ, ເຮືອນ ຊານຖືກທຳລາຍຫຼາຍກວ່າ 6 ແສນຫຼັງລວມມູນຄ່າເສຍຫາຍ ຫຼາຍຮ້ອຍລ້ານໂດລາສະຫາລັດ
ແລະ ມາ ຮອດປັດຈຸບັນມີປະເທດ ຕ່າງໆໄດ້ໃຫ້ການຊວ່ຍເຫຼືອແລ້ວ ເປັນຈຳນວນເງິນ 200 ກວ່າລ້ານ
ໂດລາສະຫາລັດ ແລະວັດຖຸສິ່ງ ຂອງລວມມູນຄ່າ 100 ກວ່າລ້ານໂດລາສະຫາລັດ ແລະ ມື້ນີ້ກໍເປັນອີກມື້ໜຶ່ງທີ່ຂ້າພະເຈົ້າ
ໃນນາມຕາງໜ້າໃຫ້ແກ່ປະຊາຊົນ ຟີລິປິນ ມີຄວາມພາກພູມໃຈທີ່ປະຊາຊົນລາວໄດ້ໃຫ້ການຊ່ວຍ ເຫຼືອໂດຍສະເພາະແມ່ນບັນດາ
ນັກທຸລະກິດລາວ ແລະ ຖືໂອ ກາດນີ້ເຊີນຊວນບັນດາຫົວໜ່ວຍທຸລະກິດ, ບໍລິສັດຫ້າງຮ້ານຕະຫຼອດຮອດພໍ່ຄ້າຊາວຂາຍ
ແລະ ພະນັກງານທະຫານຕ ຳ ຫຼວດຮ່ວມບໍລິ ຈາກເພື່ອຊວ່ຍເຫຼືອບັນເທົາທຸກປະຊາຊົນປະເທດຟີລິປິນຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸຄັ້ງນີ້ດ້ວຍ.
ໃນໂອກາດຖະແຫຼງຂ່າວນີ້, ໄດ້ມີບໍລິສັດທີ່ໃຫ້ການຊ່ວຍ
ເຫຼືອເຊັ່ນ: ບໍລິສັດ ໄຟຟ້າລາວ, ເບຍລາວ, ໂຮງງານຜະລິດ ຢາ ເລກ 2,ບໍລິສັດລ້ານຊ້າງມີນີໂຣນ,
ສະມາຄົມຫັດຖະກຳ,ບໍລິສັດ ACE ,ລວມມູນຄ່າການຊ່ວຍເຫຼືອ 192 ລ້ານກີບ.
No comments:
Post a Comment