ກອງປະຊຸມໂຕະມົນລະດັບສູງຄັ້ງທີ 11 ພາຍໃຕ້ຫົວຂໍ້
“ເລັ່ງ ລັດການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ການພັດທະນາແບບສົມສ່ວນທີ່ມີສ່ວນຮ່ວມ”ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ19
ພະຈິກນີ້ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນໂດຍການໃຫ້ກຽດກ່າວໄຂກອງປະຊຸມຂອງ
ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີແຫ່ງສ ປປ ລາວ ແລະ ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງທ່ານ
ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແລະ
ທ່ານ ຮາວລຽງຊູ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາທັງເປັນເອກອະທິບໍດີຮັບຜິດຊອບພາກພື້ນອາຊີ-ປາຊີຟິກ,
ມີບັນດາຜູ້ແທນທັງພາຍໃນ ແລະ ຕ່າງປະເທດຫລາຍກວ່າ 400 ທ່ານເຂົ້າຮ່ວມ.
ກອງປະຊຸມໂຕະມົນລະດັບ ສູງຄັ້ງນີ້ເພື່ອເປັນການແຈ້ງສະ
ພາບການພັດທະນາຂອງສປປ ລາວ ໂດຍສະເພາະແມ່ນຜົນສຳເລັດ ແລະ ສິ່ງທ້າທາຍໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາໃຫ້ບັນດາຄູ່
ຮ່ວມພັດທະນາໄດ້ຮັບ
ຊາບ ແລະ ພ້ອມທັງນຳສະເໜີຫົວຂໍ້ຕ່າງໆ ໃຫ້ຜູ້ແທນກອງປະຊຸມໄດ້ປະ
ກອບຄຳເຫັນເຊັ່ນ:ຜົນຂອງການທົບທວນກາງສະໄໝແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີຄັ້ງທີ VII;ຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງ ປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ
ແລະ ທິດ ທາງຕໍ່ໜ້າເພື່ອບັນລຸເປົ້າໝາຍທີ່ຍັງປະຕິບັດບໍ່ໄດ້ຕາມເປົ້າໝາຍ;
ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດວຽກງານການປົກຄອງ, ການມີສ່ວນຮ່ວມຂອງປະຊາຊົນ,
ການປົກຄອງໂດຍກົດໝາຍ ແລະ ການປັບປຸງການບໍລິການຂອງລັດ;ພ້ອມທັງຫົວຂໍ້ຄວາມຄືບໃນການປະຕິບັດວຽກງານການເງິນ
ແລະ ບາດກ້າວສຳຄັນຂອງຂະ ແໜ່ງດັ່ງກ່າວ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີຄັ້ງທີ VII ແລະ ການສ້າງຄວາມເຂັ້ມແຂງຂອງການເປັນຄູ່ຮ່ວມເພື່ອຍົກສູງປະສິດທິຜົນຂອງການພັດທະນາ.
ໃນໂອກາດກ່າວເປີດກອງປະຊຸມ,ທ່ານນາຍົກລັດຖະມົນຕີ
ທອງສິງ ທຳມະວົງ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ
ກິດ-ສັງຄົມ 5 ປີ ຄັ້ງທີ VII (2011- 2015) ໄລຍະກາງສະໄໝ ເຊັ່ນ:ສາມາດຮັບປະກັນ ໄດ້ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ,
ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະ ກິດຂອງລາວເຕີບໃຫຍ່ຢ່າງຕໍ່ເນື່ອງ
ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນສະເລ່ຍ 3 ປີ ບັນລຸ 8,2%, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ,ອັດຕາຄວາມທຸກຍາກຫລຸດລົງຈາກ
27,6% ໃນສົກປີ 2007- 2008 ມາເປັນ 20,5% ໃນສົກປີ 2012-2013 ແລະ ຄວາມຄືບໜ້າຂອງການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາຈຳ
ນວນໜຶ່ງເຊັ່ນ:ເປົ້າໝາຍທີ 3 : ຄວາມສະເໝີພາບລະຫວ່າງຍິງ-ຊາຍ,ເປົ້າໝາຍທີ6:ການຕ້ານພະຍາດເອດ,ວັນນະໂລກ
ແລະ ໄຂ້ຍຸງ;ເປົ້າໝາຍທີ 7:ດ້ານສິ່ງແວດລ້ອມ ແລະ ເປົ້າໝາຍທີ 8: ການສ້າງຄູ່ຮ່ວມເພື່ອການພັດທະນາ.ແຕ່ພ້ອມກັນນີ້ຍັງມີບາງຄາດໝາຍທີ່ຈະຕ້ອງໄດ້ໃຊ້ຄວາມພະຍາຍາມ
ແລະ ສຸມທຶນຮອນເຂົ້າໃສ່ປະຕິບັດບາງຄາດໝາຍທີ່ຍັງມີຄວາມທ້າທາຍ ເຊັ່ນ: ເປົ້າໝາຍທີ
1: ວຽກງານໂພຊະນາການໂດຍສະເພາະການຂາດສານອາຫານຂອງເດັກອາຍຸລຸ່ມ 5 ປີ ແລະ
ລວງສູງຕ່ຳກວ່າມາດຖານ; ເປົ້າໝາຍທີ 2: ອັດຕາການລອດເຫລືອຂອງນັກຮຽນຊັ້ນປະຖົມຍັງຕ່ຳ,
ອັດຕາການປະລະ ແລະ ຄ້າງຫ້ອງຮຽນຂອງນັກຮຽນຫ້ອງປ.1 ແລະ ປ.2 ຍັງຫລາຍ; ເປົ້າໝາຍທີ
5 ອັດຕາການຕາຍຂອງແມ່ຍັງຫລາຍຖ້າທຽບໃສ່ລະດັບພາກ ພື້ນ; ເປົ້າໝາຍທີ 9: ລະເບີດບໍ່ທັນແຕກຍັງມີຫລາຍໃນທົ່ວທຸກພາກຂອງປະເທດ
ແລະ ຍັງສືບຕໍ່ເປັນໄພຄຸກຄາມຕໍ່ການພັດທະນາກໍຄືຊີວິດການເປັນຢູ່ຂອງປະຊາຊົນ.
ສະນັ້ນເພື່ອສືບຕໍ່ປະຕິບັດເປົ້າໝາຍສະຫັດສະວັດທີ່ຍັງຄົງຄ້າງໃຫ້ບັນລຸຕາມຄາດໝາຍນັ້ນ,
ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງທຸກພາກສ່ວນກໍຄືບັນດາຄູ່ຮ່ວມພັດທະນາ ຈົ່ງໃຫ້ການສະໜັບສະນູນ,ຮ່ວມມື
ແລະ ປະກອບສ່ວນຕາມພາລະບົດ ບາດ, ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ.ເພື່ອບັນລຸຜົນສຳເລັດດັ່ງກ່າວມີຄວາມຕ້ອງການທຶນສຳລັບຈັດຕັ້ງປະຕິ
ບັດແຕ່ນີ້ຮອດປີ2015 ແມ່ນ 1.220 ລ້ານໂດລາສະຫະລັດ ສຳລັບການລົງທຶນ ແລະ 400 ລ້ານໂດລາສະຫະລັດ
ສຳລັບການສ້າງຂີດຄວາມອາດສາມາດດ້ານວິຊາການ,ພ້ອມນີ້ ຍັງຕ້ອງການທຶນຮອນເພີ່ມຕື່ມອີກຫລາຍກວ່າ
300 ລ້ານໂດລາສະຫະລັດ ຕໍ່ປີເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດ
ທະນາໂດຍສະເພາະແມ່ນເປົ້າ ໝາຍທີ່ຍັງປະຕິບັດບໍ່ໄດ້.ສະນັ້ນ ສປປ ລາວ ຈຶ່ງມີຄວາມຈຳເປັນໃນການສືບຕໍ່ລະດົມທຶນຊ່ວຍເຫລືອຈາກບັນດາປະເທດເພື່ອນມິດ,
ອົງການຈັດ ຕັ້ງສາກົນກໍຄືຄູ່ຮ່ວມພັດທະນາ.
ກອງປະຊຸມໂຕະມົນລະດັບສູງຄັ້ງນີ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ,
ບັນດາຄູ່ຮ່ວມພັດທະນາໄດ້ປະກອບຄຳເຫັນ ແລະຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດບັນດາບູລິມະສິດຕ່າງໆໃນແຜນພັດທະນາເສດຖະກິດ-ສັງຄົມ
5 ປີຄັ້ງທີ VII ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາ, ພ້ອມນັນບັນດາຄູ່ຮ່ວມພັດທະນາໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການສະໜັບສະໜູນທຶນຮອນ,
ວິຊາການໃຫ້ແກ່ ສປປ ລາວ ຕື່ມໃນອະນາຄົດ.
No comments:
Post a Comment