Ad

Ad

21 November 2013

ສັບປະດາວັດທະນະທຳລາວ-ຝຣັ່ງ ຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ພະຈິກນີ້




      ໃນວັນທີ 19 ພະຈິກຜ່ານມານີ້ ຢູ່ຫ້ອງວ່າການປົກຄອງນະຄອນ ຫລວງວຽງຈັນ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະ ຄອນຫລວງວຽງຈັນ, ໄດ້ຖະ ແຫລງກ່ຽວກັບການ ຈັດງານສັບ ປະດາວັດທະນະທຳລາວ-ຝຣັ່ງ ວ່າ : ງານດັ່ງກ່າວຈະຈັດຂຶ້ນໃນ ລະຫວ່າງວັນທີ 25-29 ພະຈິກນີ້,  ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນ. ໂດຍພາຍໃນ ງານຈະມີ ການຈັດກອງປະຊຸມ ສຳມະນາວິທະຍາສາດພາຍໃຕ້  ຫົວຂໍ້ “ ບັນຍາກາດການລົງທຶນ ໃນ ສປປ ລາວ ເມືອງທີ່ເກີດ ຂຶ້ນ ໃຫມ່ໃນອາຊີຕາເວັນອອກສຽງໃຕ້ ແລະ ການດຳລົງຊີວິດໃນໂຕເມືອງ ທີ່ດີຂຶ້ນ, ມີ ການວາງສະແດງສິນຄ້າລາວ-ຝຣັ່ງ, ການສະແດງສິລະປະ ແລະ ສາຍຮູບເງົາທີ່ສະ ແດງໃຫ້ເຫັນເຖິງສາຍພົວພັນ ການຮ່ວມມືລະຫວ່າງລາວ- ຝຣັ່ງ ທີ່ມີມາແຕ່ດົນນານໃຫ້ນັບ ມື້ງອກງາມເບັ່ງບານຂຶ້ນເລື້ອຍໆ.
        ການຈັດງານດັ່ງກ່າວ ແມ່ນ ເປັນການຜັນຂະຫຍາຍຜົນສຳ ເລັດຂອງກອງປະຊຸມຫ້ອງການ ສະມາຄົມສາກົນ ບັນດານະ ຄອນທີ່ໃຊ້ພາສາຝຣັ່ງ ( ANF ) ຄັ້ງທີ 74 ຢູ່ນະຄອນຫລວງວຽງຈັນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-5 ເດືອນເມສາທີ່ຜ່ານ ມານີ້ ແລະ ນອກນັ້ນ ຍັງເປັນການຍົກສູງຮ່ວມມືໃນທຸກໆດ້ານກັບບັນດາປະເທດທີ່ເປັນສະມາຊິກຝຣັ່ງໂກໂຟນີນຳອີກ.

No comments:

Post a Comment