ກົມຄຸ້ມຄອງຊັບສິນຂອງລັດ
ກະຊວງການເງິນ ໄດ້ເປີດນຳໃຊ້ລະບົບການຈົດທະບຽນການຄ້ຳປະກັນດ້ວຍສັງ ຫາລິມະຊັບທາງເອເລັກໂຕຣນິກໃນວັນທີ
20 ພະ ຈິກນີ້ ໂດຍການສະໜັບສະໜູນຊ່ວຍເຫລືອຈາກອົງການການເງິນສາກົນ (IFC)
ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ບັນດາທະ ນາຄານທຸລະກິດ ແລະ
ສະຖາບັນການເງິນໃນການປ່ອຍກູ້ ໂດຍຮັບເອົາການຄ້ຳປະກັນດ້ວຍສັງຫາ
ລິມະຊັບ ເຊິ່ງເປັນຊັບທີ່ສາມາດເຄື່ອນຍ້າຍໄດ້.
ທ່ານ ສັນຕິພາບ ພົມວິຫານ
ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ກ່າວວ່າ: ລະບົບການຈົດທະບຽນ ການຄ້ຳປະກັນດ້ວຍສັງຫາລິມະຊັບເປັນລະບົບ
ທຳອິດຂອງລາວທີ່ເຮັດໃຫ້ນັກ ທຸ ລະກິດລາວ ແລະ
ຜູ້ກູ້ຢືມສ່ວນບຸກຄົນສາມາດໃຊ້ສັງຫາລິມະຊັບເຊັ່ນ: ພາຫະນະ, ອຸປະກອນກົນຈັກ,
ຜົນລະປູກ, ສັດລ້ຽງ ຫລື ລາຍຮັບທີ່ຈະໄດ້ຮັບໃນອະນາຄົດ
ເປັນຫລັກຊັບຄ້ຳປະກັນການກູ້ຢືມເງິນ ເຊິ່ງເປັນການຜັນຂະ
ຫຍາຍໂອກາດການເຂົ້າເຖິງແຫລ່ງທຶນສຳລັບວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ
ຂະ ໜາດກາງຈຳນວນຫລາຍທີ່ກວມ ປະມານ 90% ຂອງຂະແໜງການເອກະຊົນໃນລາວ.
ລະບົບດັ່ງ
ກ່າວຈະໃຫ້ຄວາມກະຈ່າງແຈ້ງຕໍ່ກັບຫລັກຊັບທີ່ນຳມາຄ້ຳປະກັນ
ດ້ວຍການຄົ້ນຫາຂໍ້ມູນໃນລະບົບການແຈ້ງຈົດທະບຽນວ່າ:
ຊັບດັ່ງກ່າວຖືກນຳໄປຄ້ຳປະກັນກ່ອນແລ້ວ ຫລື ຍັງ, ວັນ ແລະ ເວລາທີ່ລະບຸໃນລະບົບການແຈ້ງຈົດທະບຽນຈະກຳນົດບູລິມະສິດໃນການໃຊ້ແທນໜີ້ສິນ,
ຜູ້ຈົດທະ ບຽນກ່ອນຈະໄດ້ຮັບບູລິມະສິດໃນການໃຊ້ແທນໜີ້ສິນຕາມທີ່ກຳນົດໄວ້ໃນກົດໝາຍ.
ພ້ອມນີ້ ຍັງຮັບປະກັນຄວາມສະດວກ, ວ່ອງໄວ ສາມາດແຈ້ງຈົດທະບຽນໄດ້ຢູ່ທຸກສະຖານທີ່
ແລະ ຮັບປະກັນຄວາມໂປ່ງໄສໃຫ້ແກ່ຜູ້ໃຊ້ບໍລິ ການຕື່ມອີກ.
ລັດະມົນຕີຊ່ວຍວ່າການກະ ຊວງການເງິນ
ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ:
ພາຍຫລັງທີ່ເປີດນຳໃຊ້ລະບົບດັ່ງກ່າວນີ້ແລ້ວ, ບັນດທະນາຄານທຸລະກິດ,
ສະຖາບັນການເງິນ, ບັນດາໂຮງຊວດຈຳຕ່າງໆ ຈະໃຫ້ການຮ່ວມ ມືໃນການຄຸ້ມຄອງ,
ນຳໃຊ້ ແລະ ໝັ້ນໃຈໃນການປ່ອຍສິນເຊື່ອໂດຍການຮັບເອົາການຄ້ຳປະກັນດ້ວຍສັງຫາລິມະຊັບ
ເຮັດໃຫ້ບຸກ ຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການສາມາດເຂົ້າເຖິງແຫລ່ງທຶນໄດ້ງ່າຍຂຶ້ນ
ເຊິ່ງຈະເປັນໜໍ່ແໜງໃຫ້ແກ່ການພັດທະນາ, ສ້າງເປັນວິສາຫະກິດຂະໜາດນ້ອຍ
ແລະ ຂະໜາດກາງໃນອະນາຄົດທັງເປັນການປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-
ສັງຄົມຂອງປະເທດ.
No comments:
Post a Comment