Ad

Ad

21 November 2013

ຜູ້​ແທນ​ສຳນັກ​ຂ່າວສານ​ຫວຽດນາມ​ສຳ​ເລັດ​ການ​ຢ້ຽມຢາມ​ລາວ



        ຄະນະ​ຜູ້​ແທນ​ສຳນັກ​ຂ່າວ ສານ​ຫວຽດນາມ ນ​ຳ​ໂດຍ​ທ່ານ ຫງວຽນ ດຶກ ​ເລີ້ຍ ຜູ້ອຳນວຍ ການ​ໃຫຍ່ ສຳນັກ​ຂ່າວສານ​ຫວຽດນາມ (TTXVN) ​ໄດ້​ເດີນ ທາງ​ກັບ​ຄືນ​ປະ​ເທດ ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 19 ພະຈິກ​ນີ້ ພາຍ ຫລັງ​ທີ່​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 14-19 ພະຈິກ 2013.
       ​ໃນ​ໄລຍະ​ດຳ​ເນີນ​ການ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ເປັນ​ເວລາ 6 ມື້ນັ້ນ, ຄະນະ​ຜູ້​ແທນ​ສຳນັກ​ຂ່າວສານ​ຫວຽດ ນາມ ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດ ຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ວັດ ທະນະທຳ-ສັງຄົມ, ​ເຂົ້າຢ້ຽມ​ຂ່ຳ ນັບ​ທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະ ຊວງ​ຖະ​ແຫລ​ງຂ່າວ, ວັດທະນະ ທຳ ​ແລະ ທ່ອງ​ທ່ຽວ, ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ສຳນັກ​ຂ່າວ ສານ​ປະ​ເທດ​ລາວ ​ເຊິ່ງນຳ​ໂດຍ​ທ່ານ ສູນ​ທອນ ຄັນທະ​ວົງ ຜູ້ອຳ ນວຍການ​ໃຫຍ່ ສຳນັກ​ຂ່າວສານ​ປະ​ເທດ​ລາວ (KPL) ​ໃນ​ຕອນ​ບ່າຍ​ວັນ​ທີ 14 ພະຈິກ 2013 ຢູ່ ໂຮງ​ແຮມ​ຊາ​ລາ​ນາ​ບູຕິກ ນະ ຄອນຫລວງ​ວຽງ​ຈັນ ​ເຊິ່ງສອງ​ຝ່າຍ​ໄດ້​ທົບ​ທວນ​ການ​ປະຕິບັດ​ແຜນ​ຮ່ວມ​ມື​ດ້ານ​ວິຊາ​ການ ​ໃນ​ປີ 2013 ​ແລະ ປຶກສາ​ຫາລື​ບັນຫາ​ຕ່າງໆ​ດ້ານ​ວິຊາ​ການ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ສຳ ລັບ​ປີ 2014 ບົນ​ຈິດ​ໃຈ​ອະນຸ​ສັນ ຍາ​ການ​ຮ່ວມ​ມື​ດ້ານ​ວິຊາ​ການ ​ໃນ​ໄລຍະ 2011-2015. ສອງ​ຝ່າຍ​ມີ​ຄວາມ​ພູມ​ໃຈ​ທີ່​ເຫັນ​ວ່າການ​ຮ່ວມ​ມື​ດັ່ງກ່າວ​ລະຫວ່າງ​ສອງ​ສຳນັກ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ນຳ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ປະ​ເທດ. ພິ​ເສດ​ແມ່ນ​ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ນຳ​ກັນ ນັບ​ທັງ​ພາຍ​ໃນ, ພາກພື້ນ ​ແລະ ​ໃນ​ໂລກ​ໄດ້​ຢ່າງ​ວ່ອງ​ໄວ​ທັນ​ເຫດການ ​ແລະ ມີ​ຄວາມ​ຫລາກ​ຫລາຍ. ສອງ​ຝ່າຍ​ໄດ້​ເປັນ​
ເອກະ​ພາບ​ກັນ​ເພີ່ມ​ທະວີ ​ແລະ ​ເສີມ​ຂະ ຫຍາຍ​ການ​ຮ່ວມ​ມື​ດ້ານ​ວິຊາ​ການ​ໃນ​ປີ 2014 ​ໂດຍ​ແນ​ໃສ່​ສືບຕໍ່​ຍົກ​ສູງ​ຄຸນ​ນະພາ​ບກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ (ຂ່າວ, ຮູບ​ພາບ) ທີ່​ໄດ້​ແລກປ່ຽນ​ກັນ​ປະຈຳ​ວັນ, ​ພ້ອມ​ກັນ​ເປັນ​ເຈົ້າການ​ສຸມ​ໃສ່​ໂຄສະນາ​ໃຫ້​ແກ່​ການ​ເພີ່ມ​ທະວີ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງລາວ-ຫວຽດ ນາມ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ​ໂຄສະນາ​ປຸກລະດົມ​ການ​ພັດທະ ນາ​ເສດຖະກິດ-ສັງຄົມ​ຂອງ​ສອງ​ປະ​ເທດ ​ແລະ ຂົງ​ເຂດ ​ເພື່ອ​ກຽມ​ຄວາມ​ພ້ອມ​ກ້າວ​ສູ່​ການ​ເປັນ​ປະ ຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015; ​ໄດ້​ເປັນ​ເອກະ​ພາບ​ໃນ​ການ​ເຊື່ອມ​ຕໍ່​ລະຫວ່າງ​ໜັງສືພິມ​ເອ​ເລັກ​ໂຕຣ ນິກຂອງ​ຂ່າວສານ​ປະ​ເທດ​ລາວ(http://www. kpl.net.la) ​ແລະ ໜັງສືພິມ​ເອ​ເລັກ​ໂຕຣນິກຂອງ​ຂ່າວສານ​ຫວຽດນາມ (http://www.vietnamplus.vn);  ຂ່າວສານປະ​ເທດ​ລາວ​ເຫັນ​ພ້ອມ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ຂ່າວສານ​ຫວຽດ ນາມ​ເອົາ​ຊ່ອງ​ໂທລະ ພາບ Vnews ​ເຂົ້າສູ່​ລະບົບ​ເຄ​ເບີ້ນ ຂອງ​ລາວ ​ແລະ ຝ່າຍ​ຫວຽດນາມ​ກໍ​ຈະ​ຊ່ວຍ​ເຫລືອ​ຂ່າວ ສານ​ປະ​ເທດ​ລາວ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ເຕັກນິກ​ໃນ​ຄວາມ​ສາມາດ​ຂອງ​ຕົນ; ຊ່ວຍ​ເຝິກອົບ ຮົມ​ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ການ​ຂ່າວ ​ແລະ ​ເຕັກນິກ​ໃຫ້​ພະ ນັກງານ​ຂ່າວສານ​ປະ​ເທດ​ລາວ ​ແລະ ພ້ອມ​ທີ່​ຈະ​ສົ່ງ​ຊ່ຽວ ຊານ​ລາວ ​ເພື່ອ​ຈັດຕັ້ງການ​ເຝິກ ອົບຮົມ​ໄລຍະ​ສັ້ນ​ໃຫ​້​ແກ່​ຖັນ​ແຖວ​ນັກ ຂ່າວ, ບັນນາທິການ ​ແລະ ຖ່າຍ​ທຳ​ວີ​ດີ​ໂອ​ຂອງ​ຂ່າວສານ​ປະ​ເທດ​ລາວ. ພ້ອມ​ນັ້ນຄະນະ​ນຳ​ຂອງ​ສອງ​ສຳນັກ​ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຍົກ​ລະດັບ​ພາສາ​ລາວ​ແລະພາສາ​ຫວຽດນາມ ​ໂດຍ​ຈະ​ໄດ້​ສະ​ເໜີ​ຂໍ​ທຶນການ​ສຶກສາຂັ້ນມະຫາວິທະຍາ​ໄລ​ຢູ່​ລາວ ​ແລະ ຫວຽດນາມ​ໃຫ້​ພະນັກງານ​ຂອງ​ຕົນ​ຕາມ​ຄວາມ​ຕ້ອງການ.
      ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ​ສຳນັກ​ຂ່າວສານ​ຫວຽດນາມ​ຍັງ​ໄດ້​ຢ້ຽມຢາມ ​ແລະ ທ່ຽວ​ຊົມ​ບຸນ​ນະມັດສະການ​ພະທາດ​ຫລວງ​ວຽງ​ຈັນ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສຳຄັນ​ອື່ນໆ​ຈຳນວນ​ໜຶ່ງຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ​ແຂວງ​ວຽງ​ຈັນ​ນຳ​ອີກ.

No comments:

Post a Comment