ຄະນະຜູ້ແທນລະດັບສູງຂອງສະຫະພາບເອີຣົບ ແລະ ບັນ
ດາຊາດສະມາຊິກຂອງສະຫະ ພາບເອີຣົບ ໄດ້ສະແດງຄວາມຍ້ອງຍໍ ແລະ
ເພິ່ງພໍໃຈຕໍ່ລັດຖະ ບານລາວທີ່ເຫັນວ່າການຊ່ວຍເຫລືອຂອງ EU ໃຫ້ລາວ ໃນຜ່ານມາໄດ້ຖືກນຳໃຊ້ຢ່າງມີປະສິດທິຜົນ
ແລະ ປະກອບສ່ວນສຳຄັນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ
ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລົງເທື່ອລະກ້າວ.
ສະຫະພາບເອີຣົບ ໃຫ້ຮູ້ໃນ
ຄຳຖະແຫລງຂອງຄູ່ຮ່ວມພັດທະ ນາເອີຣົບໃນກອງປະຊຸມໂຕະມົນ ຄັ້ງທີ 11
ຢູ່ນະຄອນຫລວງວຽງຈັນວ່າ: ໃນໄລຍະຜ່ານມາ, EU ແລະ ບັນດາຄູ່ຮ່ວມພັດທະນາຂອງ
EU ໄດ້ໃຫ້ທຶນຊ່ວຍເຫລືອລາວປະມານ 550 ລ້ານໂດລາສະ ຫະລັດ ເພື່ອສະໜັບສະໜູນການ
ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ຄັ້ງທີ 7 ຂອງລັດຖະບານ,
ໂຕເລກດັ່ງກ່າວກວມຫລາຍກວ່າ 30% ຂອງຈຳ
ນວນເງິນຊ່ວຍເຫລືອຢ່າງເປັນທາງການຂອງຮ່ວງ ODA
ທັງໝົດທີ່ລັດຖະບານໄດ້ມາຮອດປັດຈຸບັນ ແລະ ການຊ່ວຍເຫລືອເກືອບທັງໝົດຂອງ
EU ແມ່ນສະ ໜອງໃນຮູບແບບການຊ່ວຍເຫລືອລ້າທີ່ໄດ້ສຸມໃສ່ປັບປຸງຂົງເຂດສາທາລະນະສຸກ,
ການສຶກ ສາ, ຊັບພະຍາກອນມະນຸດ, ກະສິ ກຳ, ການຄ້າ,
ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ, ສິດທິມະນຸດ ແລະ
ບັນຫາລະເບີດບໍ່ທັນແຕກ ໂດຍສະຫະພາບເອີຣົບ ແລະ ຄູ່ຮ່ວມພັດທະນາເຫັນວ່າການຈັດຕັ້ງປະ
ຕິບັດຂອບການຊ່ວຍເຫລືອໃນແຕ່ ລະຂົງເຂດດັ່ງກ່າວແມ່ນມີຄວາມຄືບໜ້າຫຼາຍ
ແລະ ມີປະສິດທິຜົນດີສົມຄວນໃນການກ້າວໄປສູ່ເປົ້າ
ໝາຍການພັດທະນາວາງໄວ້ໂດຍ ສະເພາະການປັບປຸງໃນຂະແໜງສາທາລະນະສຸກ ແລະ
ການສຶກ ສາທີ່ເປັນບູລິມະສິດຕົ້ນຕໍ
ສາມາດເຮັດໃຫ້ປະຊາຊົນໃນທົ່ວປະເທດເຂົ້າເຖິງການ
ບໍລິການເພີ່ມຂຶ້ນ,
ປະກອບສ່ວນເຂົ້າໃນການຫລຸດ ຜ່ອນການຕາຍຂອງແມ່ ແລະ ເດັກ ແລະ
ເພີ່ມອັດຕາການເຂົ້າ ຮຽນໃນລະດັບປະຖົມຫລາຍຂຶ້ນ.
ແຕ່ແນວໃດກໍຕາມ, ບົດລາຍງານຄວາມຄືບໜ້າຂອງສະ
ຫັດສະວັດ (MDG) ສະບັບທີ 3 ເຫັນວ່າ: ສປປ ລາວ ຈັດຕັ້ງປະຕິ
ບັດບໍ່ໄດ້ຕາມເປົ້າໝາຍ MDG ຄືເປົ້າໝາຍທີໜຶ່ງ ການຂາດໂພຊະນາການທາງອາຫານ,
ເປົ້າໝາຍທີສອງ ອັດຕາການເຂົ້າຮຽນຍັງຕ່ຳ, ເປົ້າໝາຍທີສີ່
ອັດຕາການຕາຍຂອງເດັກຕ່ຳກວ່າ 5 ປີ, ເປົ້າ ໝາຍທີຫ້າ ອັດຕາການຕາຍຂອງແມ່,
ເປົ້າໝາຍທີເຈັດ ຄວາມຍືນຍົງຂອງສິ່ງແວດລ້ອມ ແລະ ເປົ້າ ໝາຍທີເກົ້າ
ບັນຫາລະເບີດບໍ່ທັນແຕກ ເຊິ່ງທັງໝົດນີ້ແມ່ນລັດຖະ ບານລາວ ແລະ
ບັນດາປະເທດຄູ່ຮ່ວມພັດທະນາຈະຕ້ອງໄດ້ປຶກສາຫາລື ແລະ ເພີ່ມທະວີການຮ່ວມມືຊ່ວຍເຫລືອຢ່າງຈິງຈັງ,ປອດໃສ
ເພື່ອຮັບປະກັນໃຫ້ເກີດຄວາມຢູ່ດີກິນດີຂອງປະຊາຊົນຕາມເປົ້າໝາຍຂອງພັກ-ລັດຖະບານກຳນົດໄວ້
ຄືນຳພາປະຊາຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2015 ແລະ
ນຳເອົາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.
No comments:
Post a Comment