ທ່ານ ພົນຈັດຕະວາ ດຣ. ບຸນຊູ ນາມມະຈັກ ຫົວໜ້າກອງບັນຊາການ
ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍ ຫລັງເລີ່ມມີການຄົບງັນບຸນນະມັດສະການພະທາດຫລວງວຽງຈັນ
ແຕ່ວັນທີ 11-17 ພະຈິກຜ່ານມານີ້ ມີປະຊາຊົນທີ່ມາທ່ຽວຊົມບຸນດັ່ງກ່າວເປັນຈຳນວນບໍ່ໜ້ອຍໄດ້ຕົກເປັນເຫຍື່ອຂອງແກ໊ງແຫກກະເປົາຫລາຍເຖິງ
34 ກໍລະນີ ໃນນີ້ລວງກະເປົາມີ 19 ກໍລະນີ, ສ້າງຜົນເສຍຫາຍ 31 ລ້ານກວ່າກີບ,
45 ພັນບາດ (ສະກຸນເງິນໄທ), 200 ກວ່າໂດລາສະຫະລັດ, 1 ພັນວອນ (ສະກຸນເງິນ ສ.ເກົາຫລີ),
ຄຳຮູບປະພັນ 7 ບາດ ແລະ ເອ ກະສານຂອງຜູ້ເສຍຫາຍຈຳ ນວນໜຶ່ງ, ສ່ວນການແຫກກະເປົາມີ
15 ກໍ ລະນີ, ສ້າງຜົນເສຍຫາຍ 12 ລ້ານ ກວ່າກີບ, 30 ພັນກວ່າບາດ, 1 ພັນ ກວ່າໂດລາສະຫະລັດ
ແລະ ເອກະສານສຳຄັນ ຂອງຜູ້ເສຍຫາຍຈຳນວນໜຶ່ງ ແລະ ເຈົ້າໜ້າທີ່ສາມາດກັກຜູ້ກະທຳຜິດໄດ້ 8 ຄົນ,
ຍິງ 1 ຄົນ.
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງ ກ່າວວ່າ:
ກຸ່ມແກ໊ງດັ່ງກ່າວແມ່ນມີການ ວາງແຜນຄັກແນ່ກ່ອນລົງມືກໍ່ ເຫດກຸ່ມໜຶ່ງມີ 3-4 ຄົນໂດຍອາໄສ
ຈັງຫວະບ່ອນມີຄົນຫລາຍແຫຍ້ ກັນ ແລະ ຂະນະນັ້ນ,ຜູ້ທີໜຶ່ງເປັນ ຜູ້ແຫກ ຫລື ຈົກກະ ເປົາ,
ຜູ້ທີສອງເປັນຜູ້ຈົກເອົາແລ້ວພວກເຂົາຈະຍື່ນສິ່ງຂອງລັກໄດ້ນັ້ນໃຫ້ຜູ້ທີສາມເອົາໄປ.
ຕໍ່ບັນຫາດັ່ງກ່າວແມ່ນໄພອັນຕະ
ລາຍທີ່ມັກເກີດຂຶ້ນໃນຍາມບຸນ ແລະ ເທສະການ ຕ່າງໆລວມໄປເຖິງຢູ່ຕາມຕະ
ຫລາດ,ຮ້ານສັບພະສິນຄ້າບ່ອນຄົນໜາແໜ້ນແອອັດ. ສະນັ້ນ ຈຶ່ງເຕືອນປະຊາຊົນຈົ່ງ ມີສະຕິລະວັງ
ໂຕ,ຮັກສາຊັບສິນມີຄ່າຂອງຕົນ ໃຫ້ປອດໄພເພື່ອບໍ່ໃຫ້ຕົກເປັນ ເຫຍື່ອ ຂອງກຸ່ມແກ໊ງດັ່ງກ່າວໄດ້.
No comments:
Post a Comment