ເວລາປະມານ 10 ໂມງ ເຊົ້າຂອງວັນທີ 20
ພະຈິກນີ້ ໄດ້ເກີດເຫດ ໄຟໄໝ້ຕຶກຫ້ອງແຖວທາງທິດເໜືອ
ຂອງຕະຫລາດດາວເຮືອງ ເມືອງປາກເຊ ແຂວງ ຈຳປາສັກ.
ຜູ້ຢູ່ໃນເຫດການໄດ້ໃຫ້ ຮູ້ວ່າ:ຍັງບໍ່ຮູ້ສາເຫດຢ່າງ ຄັກແນ່ ໃນລະຫວ່າງ ທີ່ປະຊາຊົນ,
ແມ່ຄ້ຊາວຂາຍຢູ່ຕະຫຼາດດັ່ງກ່າວພວມສັບສົນກັບການຊື້ການຂາຍ ຢູ່ນັ້ນໄດ້ເກີດມີກຸ່ມ ຄວັນຂຶ້ນມາຈາກຫ້ອງແຖວໃຊ້ເປັນຮ້ານຂາຍເຄື່ອງເບັດຕະເລັດ
ແລະ ອຸປະໂພກຕ່າງໆແລ້ວຈາກນັ້ນກໍເກີດປະກາຍໄຟພຸ່ງຂຶ້ນມາຢ່າງໄວ ວາຈົນ ບໍ່ສາມາດມອດໄຟນັ້ນໄດ້.
ຈາກນັ້ນປະມານ 10 ນາ
ທີຕໍ່ມາຈຶ່ງເຫັນລົດນ້ຳຂອງກອງ ຮ້ອຍຕຳຫຼວດຕ້ານ ແລະ ສະກັດ ກັ້ນອັກຄີໄພ ພ້ອມດ້ວຍ ກຳລັງຕຳຫຼວດ
ປກສ ເມືອງປາກເຊ, ກອງພັນ 208 ແລະ ກອງກຳລັງທະຫານແຂວງຈຳນວນຫລາຍ ແລະ ລົດນ້ຳມູນນິທິດັບ ເພີງແຂວງຈຳປາສັກອີກຈຳນວນຫນຶ່ງເຂົ້າສົມທົບການມອດໄຟໃນຄັ້ງນີ້,
ເປັນເວລາປະມານ 2 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນ ແລະ
ມອດໄຟໄດ້ພຽງເຮັດໃຫ້ຫ້ອງແຖວ3ຫ້ອງພ້ອມດ້ວຍສິນຄ້າໃນຮ້ານຖືກໄໝ້ກ້ຽງ.
ນອກນັ້ນຍັງມີຕຶກຮ້ານສັບພະສິນຄ້າແລະຮ້ານຂາຍຄຳຄຳຮຸ່ງທີ່ຢູ່ຮ່ວມຕຶກດຽວກັນໄດ້ຮັບຄວາມເສຍຫາຍ
ເປັນຈຳນວນຫຼາຍເຊັ່ນ ດຽວກັນ.
ປັດຈຸບັນ, ກຳລັງເຈົ້າຫນ້າ
ທີ່ພວມດຳເນີນການສືບສວນຫາສາເຫດທີ່ເຮັດໃຫ້ເກີດອັກຄີໄພດັ່ງກ່າວ ແລະ ຂໍຮຽກຮ້ອງ
ທຸກພາກສ່ວນໃນສັງຄົມຈົ່ງມີສະຕິລະວັງຕົວຂຶ້ນຕື່ມໃນການນຳໃຊ້ຟືນໄຟໄລຍະລະດູແລ້ງອາກາດແຫ້ງ
ແລ້ງມັກຈະເກີດອັກຄີໄພໄດ້ງ່າຍ.
ທ່ານ ພົນຈັດຕະວາ ດຣ. ບຸນຊູ ນາມມະຈັກ
ຫົວໜ້າກອງບັນຊາການ ປກສ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍ
ຫລັງເລີ່ມມີການຄົບງັນບຸນນະ ມັດສະການພະທາດຫລວງວຽງຈັນ ແຕ່ວັນທີ 11-17
ພະ ຈິກຜ່ານມານີ້ ມີປະຊາຊົນທີ່ມາທ່ຽວຊົມບຸນດັ່ງກ່າວເປັນຈຳ ນວນບໍ່ໜ້ອຍໄດ້ຕົກເປັນເຫຍື່ອຂອງແກ໊ງແຫກກະເປົາຫລາຍເຖິງ
34 ກໍລະນີ ໃນນີ້ລວງກະເປົາມີ 19 ກໍລະນີ, ສ້າງຜົນເສຍຫາຍ 31 ລ້ານກວ່າກີບ,
45 ພັນບາດ (ສະກຸນເງິນໄທ), 200 ກວ່າໂດລາສະຫະລັດ, 1 ພັນວອນ (ສະກຸນເງິນ
ສ.ເກົາຫລີ), ຄຳຮູບປະພັນ 7 ບາດ ແລະ ເອ ກະສານຂອງຜູ້ເສຍຫາຍຈຳ ນວນໜຶ່ງ, ສ່ວນການແຫກກະເປົາມີ
15 ກໍ ລະນີ, ສ້າງຜົນເສຍຫາຍ 12 ລ້ານ ກວ່າກີບ, 30 ພັນກວ່າບາດ, 1 ພັນ ກວ່າໂດລາສະຫະລັດ
ແລະ ເອກະ ສານສຳຄັນຂອງຜູ້ເສຍຫາຍຈຳ ນວນໜຶ່ງ ແລະ ເຈົ້າໜ້າທີ່ສາມາດກັກຜູ້ ກະທຳຜິດໄດ້ 8
ຄົນ,ຍິງ 1 ຄົນ.
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງ ກ່າວວ່າ:
ກຸ່ມແກ໊ງດັ່ງກ່າວແມ່ນມີການວາງແຜນຄັກແນ່ ກ່ອນລົງມືກໍ່ເຫດກຸ່ມໜຶ່ງມີ 3-4 ຄົນໂດຍອາໄສ
ຈັງຫວະບ່ອນມີຄົນຫລາຍແຫຍ້ກັນ ແລະ ຂະນະນັ້ນ, ຜູ້ທີໜຶ່ງ ເປັນຜູ້ແຫກ ຫລື ຈົກກະເປົາ,
ຜູ້ທີສອງເປັນຜູ້ຈົກເອົາແລ້ວພວກເຂົາຈະຍື່ນສິ່ງຂອງລັກໄດ້ນັ້ນໃຫ້ຜູ້ທີສາມເອົາໄປ.
ຕໍ່ບັນຫາດັ່ງກ່າວແມ່ນໄພອັນຕະລາຍທີ່ມັກເກີດຂຶ້ນໃນຍາມບຸນ ແລະ ເທສະການຕ່າງໆລວມໄປເຖິງຢູ່ຕາມຕະ
ຫລາດ, ຮ້ານສັບພະສິນຄ້າບ່ອນຄົນໜາແໜ້ນແອອັດ. ສະນັ້ນ
ຈຶ່ງເຕືອນປະຊາຊົນຈົ່ງມີສະຕິລະວັງໂຕ, ຮັກສາຊັບ ສິນມີຄ່າຂອງຕົນໃຫ້ປອດໄພເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມແກ໊ງດັ່ງກ່າວໄດ້.
No comments:
Post a Comment