ວິທະຍຸສາກົນ CRI ແຫ່ງປະເທດຈີນ
ໄດ້ສະເຫຼີມສະຫຼອງການສ້າງຕັ້ງ ອອກອາກາດຂອງຄື້ນ FM93. ຢູ່ ລາວ ຄົບ ຮອບ 7 ປີ ຂຶ້ນໃນວັນທີ
20 ພະຈິກນີ້ ຢູ່ໂຮງແຮມດອນ ຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການ ເຂົ້າຮ່ວມ ຂອງ ທ່ານ ສຈ
ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວວັດທະນະທຳ ແລະ
ທ່ອງທ່ຽວພ້ອມດ້ວຍບັນດາສື່ມວນຊົນລາວ ແລະ ສປ ຈີນ ເຂົ້າຮ່ວມເປັນຈຳ ນວນຫຼາຍ.
ທ່ານ ເຊ້ຍຈີຊວນ ຮອງຜູ້ອໍານວຍການໃຫຍ່ວິທະຍຸສາກົນແຫ່ງປະເທດຈີນ ກ່າວໃນພິທີ
ດັ່ງ ກ່າວວ່າ: ວິທະຍຸສາກົນ ແຫ່ງປະເທດຈີນ ຫຼື CRI ສ້າງຕັ້ງຂື້ນໃນວັນທີ 3 ທັນວາ ປີ
1941, ປັດຈຸບັນແຕ່ລະມື້ໄດ້ອອກລາຍ ການຫຼາຍກວ່າ 60 ພາສາ ໄປສູ່ເຂດແຄ້ວນຕ່າງໆ,
ເປັນອົງການສື່ສາກົນທີ່ໃຊ້ພາສາຫຼາຍທີ່ສຸດໃນໂລກ ແລະ ໄດ້ ອອກລາຍການເປັນພາສາລາວຂອງ CRI
ເລີ່ມຂຶ້ນໃນປີ 1956. ປັດຈຸບັນໄດ້ມີເວັບໄຊ ແລະ ວາລະສານທີ່ເປັນພາສາລາວເຊິ່ງໄດ້ຮັບຄວາມນິຍົມຫຼາຍຢູ່ປະເທດ ລາວກໍຄືຢູ່ປະເທດຈີນ.
ຮອງຜູ້ອຳນວຍການໃຫຍ່
ວິທະຍຸສາກົນແຫ່ງປະເທດຈີນ ໃຫ້ຮູ້ວ່າ: ວັນທີ 19 ພະຈິກ 2006, ໃນໂອ ກາດເລີ່ມ ອອກອາກາດ
ຂອງ CRI FM93, ທ່ານ ຫູຈີນ ທາວ ປະທານປະ ເທດຈີນ ແລະ ທ່ານ ຈູມມາລີ ໄຊ ຍະສອນ ປະ
ທານ ປະທດລາວ ໄດ້ໃຫ້ກຽດ ເຂົ້າຮ່ວມເປີດສະຖາ ນີດັ່ງກ່າວ ເຊິ່ງເປັນສັງກາດໃໝ່ ແຫ່ງການແລກປ່ຽນ ແລະ ຮ່ວມມືຂົງເຂດສື່ ມວນຊົນລະຫວ່າງສອງປະເທດຈີນ ແລະ ລາວ. 7 ປີ ຜ່ານມາ,
ຈາກການອອກລາຍການອັດຢູ່ປັກກິ່ງກາຍມາເປັນອອກລາຍ ການສົດຢູ່ນະຄອນຫຼວງວຽງຈັນ,
ພົ້ນເດັ່ນແມ່ນການລາຍງານ ຂາວກິລາໂອ ລິມປິກປັກກິ່ງ, ກິລາຊີເກມຢູ່ນະຄອນຫຼວງວຽງ ຈັນ,
ກອງປະຊຸມໃຫຍ່ຄັ້ງທີ 9 ຂອງ ພັກປະຊາຊົນປະຕິວັດລາວ ແລະ
ການເຂົ້າເປັນສະມາຊິກອົງການການຄ້າໂລກ, ການພົວ ພັນຄູ່ຮ່ວມມືຍຸດທະສາດຈີນ-ອາຊຽນຄົບຮອບ
10 ປີ, ກອງປະຊຸມອາແຊັບ, ອາເຊັມຄັ້ງຜ່ານມາ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດລາວ.
ທ່ານສຈ. ດຣ ບໍ່ແສງຄຳ ວົງດາລາ
ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວກ່າວວ່າ:
ເປັນເວລາດົນນານສົມຄວນທີ່ CRI ໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ
ແລະ ການຮ່ວມມືລະຫວ່າງສອງຊາດລາວ-ຈີນ ໂດຍສະເພາະການອອກກະຈາຍສຽງ ຂອງ CRI FM93.0 MHz
ໄດ້ກາຍເປັນຂີດໝາຍໃຫ້ແກ່ການຮ່ວມມືລະຫວ່າງສື່ມວນຊົນລາວ-ຈີນ ນັບມື້້ກວ້າງ ຂວາງ.
ທ່ານ ສີພາ ນົງລາດ
ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວວ່າ: CRI FM93.0 MHz ແມ່ນເຄືອຂ່າຍສົ່ງສັນຍານຕໍ່ແຫ່ງທຳອິດ
ຂອງ CRI ໃນຂົງເຂດອາຊຽນ. ບົນຈິດໃຈຍຶດໝັ້ນຫຼັກການແນະ ນຳຈີນສູ່ໂລກ, ແນະນຳໂລກສູ່ຈີນ
ແລະ ແນະນຳໂລກສູ່ໂລກ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມ ທະວີສາຍພົວພັນຮ່ວມມືລະຫວ່າງສອງພັກ,
ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ແໜ້ນແຟ້ນຂຶ້ນ ກວ່າເກົ່າ. ໃນໄລຍະ 7
ປີຜ່ານມານີ້ ເຫັນວ່າ CRI FM 93,0 MHz ໄດ້ຮັບການພັດທະນາໃນລະດັບໄວສົມຄວນ ນັບທັງການຍົກລະດັບບຸກຄະລາກອນພາສາລາວ,
ການປັບປຸງເນື້ອໃນລາຍການໃຫ້ມີສາລະໜ້າຮູ້ທີ່ເປັນປະໂຫຍດ ແລະ ດຶງດູດຜູ້ຟັງນັບມື້ກວ້າງຂວາງ.
ວິທະຍຸສາກົນ CRI FM93,0 ໃຫ້ຮູ້ວ່າ:
ເນື່ອງໃນໂອກາດວັນ ສ້າງຕັ້ງຄົບຮອບ 7 ປີ, CRI FM93 ໄດ້ ເພີ່ມເວລາອອກອາກາດລາຍການຕື່ມອີກຄື
ຈາກ 5 ໂມງເຊົ້າຈົນຮອດ 24 ໂມງກາງຄືນທຸກໆມື້ເພື່ອສະໜອງ ຄວາມ ຕ້ອງການຂອງເພື່ອນມິດລາຍການໄດ້ດີກວ່າເກົ່າ.
No comments:
Post a Comment