Ad

Ad

21 November 2013

ຖະແຫລງການລະດົມທຶນອັງເຊີນພະບາງຂຶ້ນປະດິດສະຖານຢູ່ຫໍພະບາງໃຫມ່



       ໃນວັນທີ 20 ພະຈິກນີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງ ຈັນ, ໄດ້ມີພິທີຖະແຫລງກ່ຽວ ກັບການລະດົມທຶນປະກອບສ່ວນງານກຸສົນອັງເຊີນ ພະບາງຂຶ້ນປະດິດສະຖານຢູ່ຫໍພະ ບາງຫລັງໃໝ່ໃນເມືອງ ແລະ ແຂວງຫລວງ ພະບາງ, ໂດຍໃຫ້ກຽດຖະແຫລງ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດຮອງ ນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກເສດຖະກິດທັງເປັນປະທານຄະນະກຳມະການກະ ກຽມ ແລະ ຈັດພິທີ ອັງເຊີນພະບາງ, ທ່ານ ດຣ. ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງໆ​ຫລວງ​ພະ​ບາງ, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ກະກຽມ ​ແລະ ຈັດ​ພິທີ​ອັງ​ເຊີນ​ພະ​ບາງຂຶ້ນປະດິດສະຖານທີ່ຫໍພະ ບາງ​ ແລະ ທ່ານ ສາສະດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າ ການກະຊວງຖະແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
         ທ່ານ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ການຈັດພິທີອັງເຊີນພະບາງຂຶ້ນປະດິດສະຖານ ຢູ່ຫໍພະບາງຄັ້ງນີ້ ແມ່ນເພື່ອເປັນການອະນຸລັກ, ປົກປັກຮັກສາພະບາງເຊິ່ງແມ່ນພະພຸດທະຮູບຄູ່ເມືອງ ຂອງຊາວລາວທົວປະ
ເທດເປັນມໍລະດົກອັນລ້ຳຄ່າທາງດ້ານວັດທະນາທຳຂອງຊາດທີ່ມີຊື່ສຽງເວົ້າລວມ ແລະ ຂອງແຂວງຫລວງພະບາງເວົ້າສະເພາະ ໃຫ້ຍືນຍົງຢູ່ກັບບ້ານເມືອງໄປຕະຫລອດຊົ່ວກາລະນານ. ດັ່ງນັ້ນ ຈຶ່ງຂໍ​ເຊີນ​ມາ​ຍັງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກຂັ້ນ, ອົງການ​ຈັດຕັ້ງສາກົນ, ນັກທຸລະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພໍ່ຄ້າ​ຊາວ​ຂາຍຕະຫລອດ​ເຖິງ​ພີ່ນ້ອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ແລະ ປະຊາຊົນ​ລາວ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດເຂົ້າ​ຮ່ວມ​ພິທີ​ອາລາດທະນາ​ອັງ​ເຊີນ​ພະ​ບາງພະພຸດທະ​ຮູບ​ສັກສິດມິ່ງ​ບ້ານ​ຂວັນ​ເມືອງ​ຂອງ​ຊາວ​ລາວຂຶ້ນປະດິດສະຖານ​ຢູ່​ຫໍພະ​ບາງ​ຫລັງ​ໃໝ່.
        ພິທີ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 14-16 ທັນວາ 2013 ນີ້ ທີ່​ເມືອງ​ຫລວງ​ພະ​ບາງ ​ເມືອງມໍລະດົກ ໂລກ ແລະ ບໍລິ​ເວນ​ຫໍພິພິທະ​ພັນ​ແຫ່ງ​ຊາດ ​ແຂວງ​ຫລວງ​ພະ​ບາງ. ສຳລັບຜູ້ທີ່ຕ້ອງການບໍລິຈາກສົມທົບທຶນສາມາດ ຕິດຕໍ່ໝາຍເລກໂທລະສັບ 020 55570734,02022350909,ເລກ ບັນຊີ 050110000097326001, 0501100100231143001.

No comments:

Post a Comment