ເຈົ້າໜ້າທີ່ ປກສ ນະຄອນ ຫລວງວຽງຈັນ
ໃຫ້ຮູ້ວ່າ: ໃນອາ ທິດຜ່ານມາ ເຊິ່ງເປັນໄລຍະຂອງການສະເຫລີມ ສະ ຫລອງບຸນນະມັດສະການພະທາດຫລວງປະຈຳປີ
2013 ໄດ້ມີປາກົດການຫຍໍ້ທໍ້ທາງສັງຄົມເກີດຂຶ້ນຄືລັກຊັບພົນລະເມືອງ 9 ກໍລະນີ,
ຊີງຊັງ 3, ອຸ ປະຕິເຫດ 39 ກໍລະນີ, ອັກຄີໄພ 2 ກໍລະນີ, ປຸ້ນຊັບ, ລັກພາຕົວເດັກຢ່າງລະກໍລະນີ,
ພົ້ນເດັ່ນແມ່ນສະ ພາບລັກຊັບຂອງປະຊາຊົນຢູ່ໃນງານບຸນ ເປັນຕົ້ນການລວງກະເປົາ,
ແຫກກະເປົາ ແລະ ອື່ນໆ ເຊິ່ງເຈົ້າໜ້າທີ່ສາມາດຈັບຕົວຜູ້ກໍ່ເຫດໄດ້ຫລາຍຄົນມີທັງຄົນລາວ
ແລະ ຊາວຕ່າງດ້າວ ອັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດບໍ່ໜ້ອຍ
ໂດຍເຈົ້າ ໜ້າທີ່ໄດ້ນຕົວຜູ້ກະທຳຜິດໄປດຳເນີນຄະດີຕາມລະບຽບກົດໝາຍ.
No comments:
Post a Comment