ເນື່ອງໃນໂອກາດສະເຫລີມ ສະຫລອງບຸນນະມັດສະການພະ
ທາດຫລວງ ປະຈຳປີ 2013, ບໍລິ ສັດ ອີທີແອລ ມະຫາ ຊົນ ໄດ້ຈັດພິທີມອບລົດໃຫຍ່
EON, ລົດຈັກ YAMAHA Fino ໃຫ້ລູກຄ້າຜູ້ໂຊກດີຈາກໂຄງການ “ຂູດບັດຮັບໂຊກ ພາກ
2”. ພ້ອມກັນນີ້ ກໍໄດ້ມອບເງິນລາງວັນ ແລະ ເຄື່ອງສົມມະນາຄຸນຢ່າງຫລວງຫລາຍ
ລວມມູນຄ່າຫລາຍກວ່າ 30 ລ້ານກີບ ໃຫ້ແກ່ນາງສາວປະຕິທິນ ອີທີແອລ ປະຈຳປີ
2014 ຂອງບໍລິ ສັດ ໃຫ້ກຽດມອບໂດຍທ່ານ ຄຳຮຸ່ງ ສໍສຳພັນ ຮອງຜູ້ອຳນວຍ ການໃຫຍ່ ບໍລິສັດ
ອີທີແອລ ມະ ຫາຊົນ, ມີພະນັກງານຂອງອີທີແອລທີ່ກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມເປັນສັກຂີພະຍານຢ່າງຫລວງຫລາຍ
ເຊິ່ງຜູ້ໂຊກດີໄດ້ຮັບລາງວັນລົດໃຫຍ່ EON ໄດ້ແກ່ທ່ານ ຄຳໃບ ແກ້ວວົງສາ ບ້ານຄຳແກ້ວ
ເມືອງຫີນບູນ ແຂວງຄຳມ່ວນ ຈາກການຕື່ມມູນຄ່າໂທຈຳນວນ 100.000 ກີບ ແລະ ລາງວັນລົດຈັກ
YANAHA FINO ໄດ້ແກ່ທ່ານ ຄຳຜຸຍ ສີທະນົນໄຊ ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫລວງວຽງຈັນ
ໂດຍການຕື່ມມູນຄ່າໂທ 10.000
ກີບ.ນອກຈາກລາງວັນທີ່ມອບໃນ ງານບຸນນະມັດສະການພະທາດຫລວງໃນເທື່ອນີ້
ທີ່ຜ່ານມາອີທີແອລ ກໍໄດ້ມອບລາງວັນໃຫຍ່ໆເຊັ່ນ: ລົດ ຈັກ YANAHA FINO, ໂທລະສັບມືຖື
Iphone, Ipad, ລົດຖີບ ແລະ ລາງວັນອື່ນໆໃຫ້ຜູ້ທີ່ໂຊກດີມາແລ້ວ. ໃນໂຄງ ການຂູດບັດຮັບໂຊກພາກ
2 ຈາກ ອີທີແອລ ເທື່ອນີ້ຈັດຂຶ້ນເພື່ອຕ້ອນ ຮັບບຸນປະເພນີ ແລະ ເຫດການສຳ ຄັນຕ່າງໆຂອງຊາດ
ແລະ ທັງເປັນການຄືນກຳໄລໃຫ້ແກ່ລູກຄ້າທີ່ໃຊ້ບໍລິການຜະລິດຕະພັນ ອີທີແອລ
ຕະຫລອດມາ ເຊິ່ງການຂູດບັດຮັບໂຊກເທື່ອນີ້ແມ່ນປະກອບມີຫລາຍລາງວັນ ຄືລົດໃຫຍ່
VIGO Champ ຈຳນວນ 1 ລາງ ວັນ, ລົດເກັງ EON ລາງວັນລະ 1 ຄັນ ຈຳ ນວນ 3 ລາງວັນ, ລົດ ຈັກ
YANAHA FINO ລາງວັນລະ 1 ຄັນ ຈຳນວນ 10 ລາງວັນ ແລະ ລາງວັນອື່ນໆຫລາຍກວ່າ 1 ແສນລາງວັນ
ແລະ ຍັງມີອີກຫລາຍລາງວັນລໍຖ້າທ່ານຢູ່ ກຳ ນົດການມອບຮັບລາງວັນແມ່ນເລີ່ມແຕ່ມື້ນີ້ເຖິງວັນທີ
31 ທັນວາ 2013 ແລະ ສຳລັບລູກຄ້າໂຊກດີໄດ້ຮັບລາງວັນແມ່ນສາມາດນຳບັດມາແລກຮັບລາງວັນໄດ້ທີ່ສູນບໍລິການຂອງ
ອີທີແອລ ໃນທົ່ວປະເທດ.
ໃນໂອກາດດັ່ງກ່າວຍັງໄດ້ມີການຈັບສະຫລາກຫາລູກຄ້າຜູ້ໂຊກດີໄດ້ຮັບລາງວັນຈາກການມາອຸດໜູນສິນຄ້າພາຍໃນຮ້ານວາງສະແດງຂອງ
ອີທີແອລ ແລະ ໄດ້ພົບກັບວົງນັກເຕັ້ນຄຸນນະພາບ ແລະ ໂປໂມຊັນສຸດພິເສດຫລຸດແລກແຈກແຖມ,
ຮ່ວມຫລິ້ນເກມ ຕອບຄຳຖາມຮັບຂອງລາງວັນຢ່າງຫລວງຫລາຍ ແຕ່ລະຫວ່າງວັນທີ
11-17 ພະຈິກ 2013 ແລະ ຂໍຂອບໃຈລູກຄ້າ ອີທີແອລ ທຸກໆທ່ານທີ່ມາຊົມໃຊ້ບໍລິການຂອງ
ອີທີແອລ ຕະຫລອດມາ.

No comments:
Post a Comment