Ad

Ad

19 November 2013

ສິລະປະ 6 ປະເທດ ສ້າງຄວາມເບີກບານມ່ວນຊື່ນໃຫ້ມວນຊົນໃນບຸນພະທາດຫລວງ



    ບັນຍາກາດການສະ​ແດງສິລະ​ປະ​ວັດທະນະ​ທຳ​ຮັບ​ໃຊ້​ໃຫ້​ແກ່​ກອງປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ 6 ປະ​ເທດ ຄັ້ງທີ 3 ພາຍ​ໃຕ້​ຫົວ​ຂໍ້” ຕາມ​ເສັ້ນທາງ​ແຫ່ງ​ອະລິ ຍະ​ທຳ ” ໃນ​ງານ​ບຸນ​ນະ​ມັດ​ສະ ການ​ພະທາດ​ຫລວງ​ປະ​ຈຳປີ ​ໃນ​ວັນ​ທີ 16 ພະ​ຈິກ 2013 ໄດ້ສ້າງ ບັນຍາກາດອັນຟົດ​ຟື້ນມ່ວນຊື່ນ, ເຂົ້າຮ່ວມຊົມມີ ທ່ານ ບົວເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະ​ທຳ ​ແລະ ທ່ອງ​ທ່ຽວ, ມີ​ບັນ ດາ​ມວນ​ຊົນ​ຈາກ​ທົ່ວ​ສາລະ​ທິດ ແຂກ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້ຫລັ່ງ​ໄຫລ​​ເຂົ້າ​ທ່ຽວຊົມ ຢ່າງ​ຫລວງຫລາຍ.
           ສຳລັບ​​ມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ V ​ໄດ້​ສະ​ແດງ​ຮັບ​ໃຊ້​ມວນ​ຊົນ​ເປັນ​ຄືນທີຫ້າຢູ່ເວທີ ກາງ​ເດີ່ນ​ພະທາດ​ຫລວງ ຊຶ່ງມີ 6 ປະ​ເທດ​ເຂົ້າ​ຮ່ວມ​ຄື: ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມຽນມາ, ໄທ, ​ແລະ ຫວຽດນາມ ກໍ​ເປັນ​ອີກ​ສີສັນ​ໜຶ່ງ​ທີ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຊົມ​ໄດ້​ຢ່າງ​ຫລວງຫຼາຍ​ເພາະ​ສິລະ​ປະການ​ສະ​ແດງ​ຂອງ​ແຕ່ລະ​ປະ​ເທດ​ຍັງ​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ເອກະລັກ, ຮິດ ຄອງ​ປະ​ເພນີ, ວັດທະນະ​ທຳ​ທີ່​ແຕກ​ຕ່າງກັນ ​ແລະ ມີຄວາມ ສວຍ​ສົດງົດງາມ​​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ມາ​ທ່ຽວ​ງານ.

     ການສະ​ແດ​ງ​ໃນ​ຄ່ຳ​ຄືນ​ວັນທີ 16 ພະຈິກ ນັ້ນລວມມີ 14 ລາຍ ການ ຈາກ 6 ປະ​ເທດ ​ຊຶ່ງ​ໄດ້ ຜັດ​ປ່ຽນ​​​ກັນ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນຕາມ​ລຳດັບ​ເລີ່​ມ​ເປີດ​ສາກ​​ໂດຍ ​ບົດ​ຟ້ອນ​ອັບ​ສະ​ລາ, ຟ້ອນ​ຫາ​ປາ ​ແລະ ຟ້ອນ​ນົກ​ຍຸງ ຈາກນັກສະ​ແດງ​ປະ​ເທດ​ກຳປູ​ເຈຍ, ຕໍ່​ດ້ວຍລະຄອນ​ຟ້ອນ Amazing Buddha ຈາກ​ປະ​ເທ​ດ ອິນ​ໂດ​ເນ​ເຊຍ ​ແລະ ​​ເສບດ່ຽວດົນ ຕີ​ທີ່​ມີ​ຊື່ວ່າ ຊັອງກ໋ອກ​ໃນ​ບົດ​ເພງ” Aung Zap Paing Zay”, ຟ້ອນ Zagawar Myay, ຕູ​​ໂປ ຕູ​ໂປ ທິງ​ຢວນ ປະກອບ​ບົດເພງ ຈາກປະ​ເທດມຽນມາ, ສ່ວນ​ໄທ​ກໍ​ໄດ້​ນຳ​ເອົາ​ການສະ​ແດງ ຊຸດ​ເທບ​ປະ ທານ​ພອນ ​ເຈີດ​ຂະຈອນ​ໄທ ທົ່ວ​ແດນ, ຕາມ​ດ້ວຍ​ການສະ​ແດງ​ຈິດ​ວິນ​ຍານ ຂອງ​ໄມ້​ໄຜ່, ຟ້ອນ ພະລັງ​ຂອງ​ປ່າ ​ແລະ ພູ​ທີ່​ເຕັມ​ໄປ​ດ້ວຍ​ດອກ​ໄມ້ຈາກ ສສ. ຫວຽດ ນາມ. ສຳລັບ​ສິລະປະລາວ​ໄດ້​ນຳ​ສະ​ເໜີລາຍການບົດ​ຟ້ອນພຸດທະ​ປະຫວັດ, ​ແສງ​ທຽນ​ແສງ​ທຳ ແລະ ສຸດ​ທ້າຍ ​ຕາມ​ດ້ວຍ​ບົດ​ຟ້ອນ​ເຜົ່າ​ລາວ​ຮ່ວມ​ສຳພັນ ຊຶ່ງ​ທຸກໆ​ການສະ​ແດງ​ລ້ວນ​ແຕ່​ໄດ້​ຄັດ​ເລືອກ​ລາຍການ​ທີ່​​ໂດດ​ເດັ່ນ​ສ່ອງ​ແສງ​ໃຫ້​ເຫັນ​ວິຖີ​ຊິວິດ​ຂອງ​​ແຕ່ລະ​ປະ​ເທດມາ​ປະດິດ​ຄິດ​ສ້າງ​ເປັນ​ບົດ​ຟ້ອນ, ບົດ​ສະ​ແດງ​ມາ​ຮັບ​ໃຊ້​ໃນ​ງານບຸນ​ນະມັດສະການ​ພະ ທາດ​ຫລວງ ​ແລະ ຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວຄັ້ງ​ທີ 3.

No comments:

Post a Comment