Ad

Ad

18 November 2013

ການນຳພັກ-ລັດຮ່ວມພິທີໃສ່ບາດບຸນນະມັດສະການພະທາດຫຼວງ ພສາ 2556



              ວັນທີ 17 ພະຈິກ  2013, ກົງກັບມື້ຂຶ້ນ 15 ຄ່ຳເດືອນ 12 ເພັງ (ເດືອນ ລາວ) ພສ 2556 ເຊິ່ງ ເປັນມື້ສຸດທ້າຍ ຂອງບຸນນະມັດສະການພະທາດຫລວງນັ້ນ, ໃນຕອນເຊົ້າຂອງມື້ດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ  ຮອງປະທານ ປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຜູ້ນຳພັກ-ລັດ, ພຸດທະສາສະນິກະຊົນໃນທົ່ວເທດ ເປັນຈຳນວນຫລາຍໄດ້ຮ່ວມເຮັດບຸນໃສ່ບາດຖວາຍສັງຄະທານແດ່ພະພິຂຸສົງຫລາຍ ພັນອົງພ້ອມທັງຟັງທຳມະເທສະໜາຕາມຮີດຄອງປະເພນີອັນດີງາມທີ່ມີມາແຕ່ດຶກດຳບັນ ເຊິ່ງການເຮັດບຸນດັ່ງກ່າວເພື່ອລະນຶກ ເຖິງຄຸນງາມຄວາມດີ ແລະ ອຸທິດບຸນກຸສົນແດ່ພະເຈົ້າໄຊຍະ ເຊດຖາທິຣາດ ທີ່ ເປັນຜູ້ກໍ່ສ້າງ ແລະ ປະຕິສັງຂອນພະທາດ ຫລວງ.                
        ຕອນບ່າຍຂອງມື້ດຽວກັນ ກໍໄດ້ມີພິທີແຂ່ງຂັນກິລາຕີຄີພື້ນເມືອງລາວຢູ່ເດີ່ນພະທາດຫລວງ ລະຫວ່າງທີມອຳນາດການ ປົກຄອງ-ພະນັກງານ ແລະ ທີມປະຊາຊົນ, ສ່ວນຕອນຄ່ຳກໍມີວຽນທຽນ, ຈູດບັ້ງໄຟດອກບູຊາພະທາດຫລວງ ແລະ ຄົບງັນ ຕາມປະເພນີ.                     

               ກ່ອນໜ້ານີ້ຄືວັນທີ 16 ເດືອນດຽວກັນ,ພຸດທະສາສະນິກກະຊົນໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງກໍ ຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮ່ວມຂະບວນແຫ່ຜາສາດເຜິ້ງຈາກວັດສີເມືອງເພື່ອບູຊາພະທາດຫລວງຕາມ ຮີດຄອງປະເພນີ.                 
            ສຳລັບການແຫ່ຜາສາດເຜິ້ງນັ້ນ ມີການກ່າວຂານກັນວ່າ:ເມື່ອພະພິກຂຸເມືອງໂກສຳພີວິວາດຜິດຖຽງກັນ, ພະພຸດທະ ເຈົ້າກໍມາຕັກເຕືອນ, ແຕ່ກໍບໍ່ຟັງ.ຈາກ ນັ້ນພະອົງຈຶ່ງສະເດັດໄປຈຳພັນສາ ຢູ່ປ່າລັກຂີຕະວັນ ໂດຍມີຊ້າງ ແລະ ລີງ ເປັນຜູ້ອຸປະ ຖາກໂດຍໄດ້ແບ່ງໜ້າທີ່ໃຫ້ກັນຄືຊ້າງເປັນຜູ້ຕົ້ມນ້ຳຖວາຍ. ສ່ວນຮັງເຜິ້ງ ທີ່ພະອົງໄດ້ຄັ້ນແລ້ວເອົາມາສັນ ນັ້ນຈຶ່ງມີຜູ້ຄິດເຫັນປະ ໂຫຍດ ໂດຍເອົາຂີ້ເຜິ້ງມາເຮັດທຽນຖວາຍ. ແນວໃດກໍດີ, ຖ້າເອົາພຽງແຕ່ຂີ້ເຜິ້ງໄປຖວາຍ ແລະ ກໍເຫັນວ່າຄືບໍ່ເປັນສິ່ງສຳຄັນ ຈິ່ຶງໄດ້ອຸສາເຮັດເປັນຕົ້ນໂດຍການປະດັບຕົກແຕ່ງໃຫ້ງາມແລ້ວກໍຫາມແຫ່ໄປຖວາຍຈົນຖືເປັນປະເພນີສືບມາເທົ່າທຸກມື້ນີ້ ແລະ ກໍຕິດພັນກັບບຸນນະມັດສະການພະທາດຫລວງຕະຫລອດມາ.

No comments:

Post a Comment