Ad

Ad

18 November 2013

ລາວ-ຍີ່ປຸ່ນຮັດແຫນ້ນການພົວພັນຮ່ວມມືສອງຝ່າຍ



       ໃນຕອນເຊົ້າວັນທີ 17 ພະຈິກ 2013 ນີ້, ທ່ານ ຈູມມາລີ ໄຊຍະສອນ ປະ ທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີຍີ່​ປຸ່ນພ້ອມ​ດ້ວຍ​ຄະນະຢູ່ທຳນຽບປະທານປະ ເທດໃນໂອກາດທ່ານ ແລະ ຄະນະໄດ້​ເດີນທາງມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ ​ຕາມ​ຄຳ​ເຊີນ​ຂອງນາຍົກລັດຖະ ມົນຕີ​ແຫ່ງ ​ສປປ ລາວ​. 
              ໂອກາດນີ້, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການເດີນ ທາງມາຢ້ຽມຢາມລາວຂອງທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີຍີ່​ປຸ່ນ ພ້ອມ​ດ້ວຍ​ຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວ ພັນຮ່ວມມືລະຫວ່າງ ສອງປະເທດລາວ-ຍີ່ປຸ່ນ ໃຫ້ນັບມື້​ຂະຫຍາຍຕົວ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງໆຂຶ້ນ. ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວໃນການ ພັດທະນາເສດຖະກິດ-ສັງຄົມນັບມື້ດີຂຶ້ນ.

         ທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີຍີ່​ປຸ່ນ ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງມາເຖິງນະຄອນຫລວງວຽງຈັນ ໃນ ຕອນເຊົ້າວັນ​ທີ 17 ພະຈິກ 2013 ນີ້ ເພື່ອດຳເນີນການຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ຊຶ່ງພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການໄດ້​ຈັດ​ຂຶ້ນ​ຢູ່ຫ້ອງ​ວ່າການ​ລັດຖະບານ ໃນເວ ລາ 09:45 ​ໂມງ ​ໂດຍ​ມີນາຍົກລັດຖະມົນຕີ​ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງອົບອຸ່ນ ແລະ  ​ສົມ​ກຽດ.​ ຈາກ​ນັ້ນ​ ກໍ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການ​ລະຫວ່າງທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນ​ແຫ່ງ ສປປ.ລາວ ​ແລະ ທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນ​ຍີ່​ປຸ່ນ ​ໂດຍ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ພະນັກງານ​ວິຊາ​ການ​ຂອງ​ສອງ​ປະ​ເທດ.
              ການ​ພົບ​ປະ​ດັ່ງ​ກ່າວໄດ້​ມີ​ຂຶ້ນ​ໃນ​ທ່າມ​ກາງ​ສາຍ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ ​ສປປ ລາວ ​ແ​ລະ ຍີ່​ປຸ່ນທີ່​ພວມ​ໄດ້​ຮັບ​ການ​ຂະຫຍາຍຕົວ ​ແລະ ​ແຕກ​ດອກ​ອອກ​ຜົນພ້ອມ​ທັງ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ທີ່​ໄດ້​ຍົກ​ລະດັບ​ການ​ຮ່ວມ​ມື​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ຮອບດ້ານ​ເພື່ອ​ສັນຕິພາບ​ອັນ​ຍາວ​ນານ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ຂົງ​ເຂດ.​ ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ສະຫລຸບ​ຕີ​ລາຄາ​ການ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ປຶກສາ​ຫາລື​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ເປັນ​ຕົ້ນ​ແມ່ນ​ການ​ສະ ໜັບສະໜູນ​ ຊ່ວຍ​ເຫລືອ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ ສປປ ລາວ ​ໂດຍ​ຜ່ານ​ການ​ຊ່ວຍ​ເຫລືອ​ທາງ​ການ​ເພື່ອ​ການ​ພັດທະນາ (ODA) ກໍ​ຄື​ການ​ອະນຸມັດ​ຊ່ວຍ​ເຫລືອ 4 ​ໂຄງການ​ ຄື ​ໂຄງການ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ​ເພື່ອ​ຫລຸດຜ່ອນ​ຄວາມ ທຸກ​ຍາກ ( Poverty Reduction Support Operation Project ), ​ໂຄງການ​ຂະຫຍາຍ​ອາຄານ​ໂດຍສານສະໜາມ​ບິນ​ສາກົນ​ວັດ​​ໄຕໄລຍະ 3, ​ໂຄງການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ(UXO)  ແລະ ​ໂຄງການ​ອອກ​ແບບ​ກໍ່ສ້າງ​ຂົວ​ເຊ​ກອງ ​ຊຶ່ງ 4 ​ເອ ກະສານ​ແລກປ່ຽນ​ດັ່ງ​ກ່າວ ​ຈະ​ມີ​ການ​ລົງ​ນາມ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ-ຍີ່​ປຸ່ນ ຢູ່ໂຕ​ກຽວ​ໃນ​ຕົ້ນ​ເດືອນ​ທັນວາ 2013 ທີ່​ຈະ​ມາ​ເຖິງ​ນີ້ພ້ອມ​ດ້ວຍ​ການ​ເຫັນ​ດີ​ທີ່​ຈະ​ອະນຸມັດ​ໃຫ້​ຊ່ຽວຊານ​ເດີນທາງ​ມາ​ສຳ​ຫລວດ​ໂຄງ ການ​ກໍ່ສ້າງ​ຂົວ​ເຊ​ກອງ ຊຶ່ງທັງ​ໝົດ​ນີ້ ​ເປັນ​ໂຄງການ​ທີ່​ຝ່າຍ​ລາວ​ໄດ້​ສະ​ເໜີ​ຕໍ່​ຍີ່​ປຸ່ນ​ ໃນ​ໂອກາດ​ຢ້ຽມຢາມ​ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ​ຂອງນາຍົກ ລັດຖະມົນຕີ​ ແຫ່ງ ​ສປປ ລາວ ​ໃນ​ເດືອນ​ມີນາ 2012 ຜ່ານ​ມາ.​ພ້ອມ ​ດຽວ​ກັນ​ນັ້ນ​,​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ​ ກໍ​ໄດ້​ຢືນຢັນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ-ຍີ່​ປຸ່ນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ ແມ່​ຂອງ​-ຍີ່​ປຸ່ນ ຢູ່ ໂຕ​ກຽວ ​ແຕ່​ວັນ​ທີ 13-16 ທັນວາ 2013 ຕາມ​ການ​ເຊື້ອ​ເຊີນ​ຂອງ​ນາ ຍົກລັດຖະມົນຕີຍີ່ປຸ່ນ.
              ນາຍົກລັດຖະມົນຕີ​ທັງ​ສອງປະເທດ ຍັງ​ໄດ້​ເປັນ​ສັກຂີ​ພະຍານ​ ໃນ​ການ​ລົງ​ນາມ​ບົດ​ບັນ ທຶກ​ການ​ຮ່ວມ​ມື​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຮັກສາ​ສຸຂະພາບ ຊຶ່ງ​ທັງ​ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ປະຕິບັດ​ໂຄງການ​ແລກ ປ່ຽນ​ເຄືອ​ຂ່າ​ຍສຳລັບ​ນັກ ຮຽນ ແລະ ຊາວ​ໜຸ່ມຍີ່​ປຸ່ນອາຊີ​ຕາ​ເວັນ​ອອກ ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມປະມານ 1.500 ຄົນ​ໃນ​ໄລຍະ 5 ປີ​ຕໍ່ໜ້າ.​ ຝ່າຍ​ລາວ​ໄດ້​ປະ ກາດ​ຍົກ​ເວັ້ນວິ ຊາລັດຖະການ​ໃຫ້​ແກ່​ຍີ່​ປຸ່ນ​ ເພື​່ອ​ເຮັດ​ໃຫ້ກາ​ນ​ໄປມາຫາ​ສູ່​ ເຊິ່ງ​ກັນ​ ແລະ​ ກັນ​ ໃຫ້​ສະດວກ​ຍິ່ງ​ຂຶ້ນ. ພ້ອມ​ນີ້​ ສອງ​ຝ່າຍ​ໄດ້​ຕົກລົງ​ເຫັນ​ດີຈະ​ເປີດ​ຫ້ອງການ​ຜູ້ຕາງໜ້າ​ອົງການ​ການ​ຄ້າ​ສາກົນ​ຍີ່​ປຸ່ນ ຢູ່​ນະຄອນຫລວງ​ວຽງ​ຈັນ​ໃນ​ໄວໆ​ນີ້.​​ສອງ​ຝ່າຍ​ຍິນ​ດີ​ທີ່​ຈະ​ປະສານ​ງານ ​ແລະ ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​​ສ້າງ​ກິດຈະ​ກຳ​ຕ່າງໆເພື​່ອສົ່ງ​ເສີມ​ການ​ພົວພັນຮ່ວມ​ມື​ລະຫວ່າງ ​ສອງ​ປະ​ເທດ​ໃນ​ໂອກາດ​ສະ​ເຫລີ​ມ ສະຫລອງ 60 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ລະຫວ່າງ ລາວ ​ແລະ ຍີ່​ປຸ່ນ ​ໃນ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້ລວມທັງ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ ​ສອງ​ປະ​ເທດ.ນອກຈາກ​ນັ້ນສອ​ງ ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນກ່ຽວ​ກັບ​ບັນຫາ​ທີ່​ພົ້ນ​ເດັ່ນ​ຂອງ​ສາກົນ ​ແລະ ພາກ​ພື້ນ​ທີ່​ສອງ​ຝ່າຍ​ສ​ົນ​ໃຈ​ຮ່ວມ​ກັນ.
               ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປ ປ ລາວ ​ໄດ້​ຕາງໜ້າ​ໃຫ້​ລັດຖະ ບານ ​ແລະ ປະຊາຊົນ​ລາວ ກ່າວ ສະ​ແດງຄວາມ​ຮູ້​ບຸນຄຸນ ​ແລະ ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ​ອັນ​ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ ​ແລະ ປະຊາ ຊົນ​ຍີ່​ປຸ່ນ ໃນ​ການ​ພັດທະນາ​ພື້ນຖານ​ໂຄງ ລ່າງ​ເສດຖະກິດ ​ແລະ ສັງຄົມ ​ຕໍ່ ສປປ ລາວ​ ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ອວຍ ພອນ​ໃຫ້​ນາ ຍົກ ລັດຖະມົນຕີຍີ່ປຸ່ນ ມີ​ພະ​ລາ​ນາ​ໄມ​ສົມບູນ,ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນ​ສຳ​​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ສູງ​ສົ່ງ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​:ຈະ​ໄດ້​ພົບ​ກັນ​ອີກ​ເທື່ອ​ໜຶ່ງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ອາ​ຊຽນ-ຍີ່​ປຸ່ນ ຢູ່​ໂຕ​ກຽວໃນ​ເດືອນ​ທັນວາ 2013 ທີ່​ຈະ​ມາ​ເຖິງ​ນີ້.
         ທ່ານ ຊິນ​ໂຊ ອາ​ເບະ ນາ ຍົກລັດຖະມົນຕີ ຍີ່ປຸ່ນ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ກັບ​ຄືນ​ປະ ເທດ ​ໃນ​ຕອນ​ບ່າຍ​ຂອງ​ມື້​ດຽວ​ກັນ.

No comments:

Post a Comment