Ad

Ad

25 November 2013

ເຊີນຮ່ວມງານສັບປະດາຝຣັ່ງຄັ້ງທຳອິດຢູ່ລາວ



    ໃນ​ລະຫວ່າງວັນ​ທີ 25-30 ພະຈິກ​ນີ້, ສະ​ຖາ​ບັນ​ຝຣັ່ງປະຈຳ​ລາວ ຈະ​ໄດ້​ຈັດ​​ໃຫ້​ມີ​ກິດຈະກຳ​ຫລາຍ​ຢ່າງ​ເຊັ່ນ: ການ​ສະ​ແດງ​ຄອນ​ເສີດ​ຮ່ວມຈາກ​ສິລະ​ປິນ ລາວ ​ແລະ ສິລະ​ປິນຊື່​ດັງ​ປະ​ເທດ​ຝຣັ່ງ, ການ​ເດີນ​ແບບປະຍຸກແພ ໄໝລາວ​ຈາກ​ນັກ​ອອກ​ແບບ​ທີ່ມີ ປະສົບການ, ການ​ແຂ່ງຂັນ​ກິລາ​ເປ​ຕັງຊີງ​ຂັນ​ເອກ​ອັກຄະ​ລັດຖະ ທູດ​ຝຣັ່ງປະຈຳ​ລາວ, ງານ​ບຸນມະ​ໂຫລານ​ຮູບ​ເງົາລາວ- ຝຣັ່ງ ​ແລະ ກິດຈະກຳດ້ານວັດທະນາທຳ ອື່ນໆ​ທີ່​ໜ້າສົນ​ໃຈ. 
    ການຈັດ​ສັບປະດາຝຣັ່ງ ຄັ້ງນີ້, ເພື່ອ​ສ້າງ​ຂະ​ບວນການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳຂອງ​ປະ​ເທດ​ຝຣັ່ງ​ໃຫ້​ມີ​ຄວາມ​ຟົດຟື້ນ ຢູ່, ທັງ​ເປັນ​ການ​ນຳ​ສະ​ເໜີຄວາມ​ເປັນ​ລາວ ​ແລະ ຄວາມ​ຮັບ​ຮູ້ກ່ຽວ ກັບປະ​ເທດ​ລາວ ​ໃນ​ປະ​ເທດ​ຝຣັ່ງ. ງານ​ພົບ​ປະທີ່​ວຽງຈັນ ຫລື ​ເອີ້ນວ່າ (rendez​vous Vientiane) ​ແມ່ນ​ມີ​ຄວາມໝາຍສຳຄັນທີ່​ເວົ້າ​ເຖິງ​ແນວ​ຄວາມ​ຄິດ​​ສ້າງສັນ ແລະ ການ​ປະດິດ​ສ້າງ​ສິ່ງ​ໃໝ່ໆ ອັນ​ເປັນ​ການ​ສ້າງ​ຄວາມດຶງດູດ ແລະ ​ເປີດ​ກວ້າງ​ໃຫ້ ສປປ ລາວ ເຂົ້າ​ສູ່​ກະ​ແສ​ຫົວໜ່ວຍການ​ຜະລິດ​ທາງດ້ານວັດ ທະນະທຳຂ​ອງຝຣັ່ງ.

    ສຳລັບ​ວັນ​ທີ 26 ພະຈິກ 2013 ຈະມີ​ຄອນ​ເສີດ​ດົນຕີ ​ແຈ​ດສ໌ ​ ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍມີ​ທ່ານ ເອຣິກ ທູ​ຟາ​ສ ຜູ້​ທີ່​ສ້າງ​ຜົນງານ​ໄດ້ 15 ອາ​ລະ​ບັມ ​ແລະ ມີ​ຍອດ​ຂາຍ 500.000 ​ແຜ່ນ ອອກ​ສະ​ແດງ​ຕາມ​ງານ​ດົນຕີ​ແຈ​ສ ຫລາຍ​ແຫ່ງ, ​ເປັນ​ຕົວ​ແທນ​ຂອງ​ນັກ​ດົນຕີ​ຝຣັ່ງຮຸ່ນ​ໃໝ່ ທີ່​ສ້າງ​ດົນຕີ​ແບບ​ເປັນ​ເອກ​ະ​ລັກ ​ແລະ  ເປັນ​ທີ່​ຍອມຮັບ​ໃນ​ລະດັບ​ສາກົນ; ວັນ​​ທີ 27 ພະ ຈິກ 2013 ຈະມີຄອນ​ເສີດ​ແຈ​ສ ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍມີ ມີນາ ​ອ​າໂກ​ຊີ ພ້ອມ​ກັບ​ນັກ​ດົນຕີ ​ເປຍ​ໂນ ແລະ ນັກ​ປະ ພັນ ທ່ານ​​ໂກ​ຣັອງ ກູ​ຊົງ ຈະ​ນຳ​ເອົາ​ຄວາມ​ຮູ້ສຶກ​ໃນ​ສຽງ ດົນຕີ ດ້ວຍ​ສຽງທີ່ໜັກ​ແໜ້ນ ແລະ ມີ​ສະ​ເໜ່ກັບ​ຮູບ​ແບບ​ດົນຕີ​ ໂຊ​ລ (Soul) ​ແລະ ຈັງຫວະ​ດົນຕີ ບຣູ (Blues) ແລະ ​ງານ​ເດີນ​ແບບ ແລະ ວາງສະ​ແດງ​ເຄື່ອງປະດັບ ທີ່​ເຮັດ​ຈາກ​ເຄື່ອງປັ້ນດິນ​ເຜົາ ຈະມີຂຶ້ນໃນ​ວັນ​ທີ 28 ພະຈິກ 2013 ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍມີ​​ເຄື່ອງນຸ່ງຫົ່ມ​ອັນ​ເປັນ​ທີ່​ນິຍົມ,​ ເຄື່ອງ​ປະດັບ​ທີ່​ເປັນ​ເອກ​ະ​ລັກ ດ້ວຍ​ການ​ອອກ​ແບບ​ທີ່​ງົດ​ງາມຂອງຝຣັ່ງ-ລາວ. ສ່ວນ​ວັນທີ 29 ພະຈິກ 2013​ ເປັນ​ຄ່ຳ​ຄືນ​ແຫ່ງ​ສຽງດົນຕີ ປ໋ອບ ​ເອ​ເລັກ​ໂທຣ ແລະ ການສະ​ແດງ​ຈາກ​​ສິລະ​ປິນ ລາ​ຟາ​ມ ​ແລະ ບັນດາ​​ສິລະ​ປິນ ຮັບ​ເຊີນທີ່​ມີ​ຊື່ສຽງຂອງລາວ.

No comments:

Post a Comment